ນັກຮຽນໃນ Texas ລວມຕົວກັນຟ້ອງໂຮງຮຽນ ຫຼັງຈາກທີ່ໂຮງຮຽນອອກກົດລະບຽບບໍ່ໃຫ້ນັກຮຽນຊາຍຈົ່ງຜົມຍາວ


ສະຫະພາບເສລີພົນລະເມືອງອາເມຣິກາແຫ່ງລັດ Texas (ACLU of Texas) ເປັນຕົວແທນຂອງນັກຮຽນ 7 ຄົນໃນການຍື່ນຟ້ອງເຂດການສຶກສາຂອງໂຮງຮຽນແມັກໂນເລຍ (Magnolia) ຈາກກໍລະນີນັກຮຽນຫຼາຍຄົນອອກມາຮຽກຮ້ອງວ່າ ຖືກໂຮງຮຽນແມັກໂນເລຍບັງຄັບໃຫ້ຕັດຜົມສັ້ນໂດຍບໍ່ເຕັມໃຈ ເຊິ່ງຖືວ່າເປັນການລະເມີດລັດຖະທຳມະນູນ.

ລະບຽບທີ່ອອກມານັ້ນໄດ້ບອກວ່າ ນັກຮຽນຊາຍຕ້ອງຈົ່ງຜົມຍາວບໍ່ໃຫ້ກາຍປົກເສື້ອສຸພາບ ປາຍຫູແລະຫາງຕາ ລວມເຖິງການຈົ່ງໜວດ, ຈອນບໍ່ໃຫ້ກາຍປາຍຫູ. ນອກນັ້ນຍັງຫ້າມນັກຮຽນໃສ່ຕຸ້ມຫູ ຖ້າຫາກພົບວ່າລະເມີດກົດກໍຈະຍຶດແລະບໍ່ສົ່ງຄືນ.

ນັກຮຽນຊາຍອາຍຸ 9 ປີຄົນໜຶ່ງ ເຊິ່ງໃຊ້ນາມສົມມຸດວ່າ A.C ເປີດເຜີຍວ່າລາວຖືກສັ່ງພັກການຮຽນເປັນເວລາ 1 ເດືອນ, ຖືກສັ່ງຫ້າມພັກທ່ຽງ ແລະ ໄລ່ອອກໄປຮຽນບ່ອນອື່ນ ເພື່ອກົດດັນໃຫ້ລາວຍອມຕັດຜົມ. ແຕ່ລາວປະຕິເສດທີ່ຈະເຮັດຕາມຄຳສັ່ງ ແລະ ຕັດສິນໃຈດຳເນີນຄະດີກັບໂຮງຮຽນ ພ້ອມບອກວ່າ ການຈົ່ງຜົມຍາວເປັນໜຶ່ງໃນການເພີ່ມຄວາມໝັ້ນໃຈໃຫ້ກັບຕົນເອງ ແລະ ເປັນມໍລະດົກສຳຄັນທີ່ໄດ້ຮັບຈາກຄອບຄົວ.

ນັກຮຽນຄົນອື່ນໆ ທີ່ຮ່ວມຟ້ອງໃນຄະດີນີ້ບອກອີກວ່າ ການອອກກົດລະບຽບຫ້າມເດັກນ້ອຍຜູ້ຊາຍຈົ່ງຜົມຍາວນັ້ນ ເປັນການເໝົາລວມທາງເພດ ແລະ ລະເມີດລັດຖະທຳມະນູນ. ພວກເຂົາຍັງບອກອີກວ່າ ເຈົ້າໜ້າທີ່ຂອງໂຮງຮຽນນີ້ໃຊ້ກົດລະບຽບແບບບໍ່ມີຄວາມເປັນທຳ, ມີເດັກບາງຄົນຖືກບັງຄັບໃຫ້ຈົ່ງຜົມສັ້ນ ແຕ່ເດັກບາງຄົນບໍ່ຖືກບັງຄັບ.

Daniel Hoosier ນັກຮຽນມັດທະຍົມປາຍຄົນໜຶ່ງທີ່ຕັດສິນໃຈຕັດຜົມຕາມລະບຽບໃໝ່ບອກວ່າ ລາວຮູ້ສຶກຄືຖືກລົດຄ່າຄວາມເປັນຄົນ ແລະ ຮູ້ສຶກສູນເສຍຕົວຕົນບາງສ່ວນເມື່ອຖືກບັງຄັບໃຫ້ຕັດຜົມ. Triatan Berger ນັກຮຽນມັດທະຍົມປາຍອີກຄົນທີ່ໄດ້ຮັບຜົນກະທົບຈາກເລື່ອງນີ້ໄດ້ກ່າວວ່າ ລາວຮູ້ສຶກຄືລາວກຳລັງຖືກເລືອກປະຕິບັດ, Tristan ຕ້ອງຢຸດຮຽນວິຊາຟີຊິກ ເພາະລາວບໍ່ໄດ້ເຂົ້າຮ່ວມກິດຈະກຳທີ່ຈັດຂຶ້ນໃນໄລຍະພັກທ່ຽງ ເນື່ອງຈາກລາວຖືກພັກການຮຽນ.

ບໍ່ພຽງແຕ່ນັກຮຽນເທົ່ານັ້ນທີ່ບໍ່ເຫັນດີນຳກັບລະບຽບດັ່ງກ່າວ ແຕ່ຜູ້ປົກຄອງກໍອອກມາປະນາມແນວທາງນີ້ລະຫວ່າງການປະຊຸມຄະນະກຳມະການໂຮງຮຽນ ຕັ້ງແຕ່ປາຍເດືອນສິງຫາທີ່ຜ່ານມາ ຫຼັງຈາກມີນັກຮຽນຄົນທຳອິດຖືກພັກການຮຽນ.

Brian Klosterboer ທະນາຍຄວາມຂອງ ACLU of Texas ເປີດເຜີຍວ່າ ກ່ອນໜ້ານີ້ເຄີຍຕັກເຕືອນເຂດການສຶກສາໄປຫຼາຍຄັ້ງແລ້ວບອກວ່າ ນະໂຍບາຍບັງຄັບໃຫ້ນັກຮຽນຊາຍຈົ່ງຜົມສັ້ນນັ້ນເປັນການລະເມີດລັດຖະທຳມະນູນ ແຕ່ເຂດການສຶກສາຍັງເມີນເສີຍຕໍ່ຄຳຕັກເຕືອນດັ່ງກ່າວ ເຊິ່ງຫຼັງຈາກນີ້ຕ້ອງມາຕິດຕາມກັນຕໍ່ວ່າ ຄຳຕັດສິນຂອງສານຈະອອກມາໃນທິດທາງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/