ໂຮງຮຽນຫຼາຍແຫ່ງໃນອາເມຣິກາ ແລະ ຢູໂຣບຫ້າມນັກຮຽນແຕ່ງຕົວຕາມຕົວລະຄອນໃນ Squid Game ໃນໄລຍະວັນ Halloween!


ຈາກກະແສຊີຣີ້ Squid Game ທີ່ໂດ່ງດັງ ແລະ ໄດ້ຮັບຄວາມນິຍົມໄປທົ່ວໂລກໃນຕອນນີ້ ຮັບປະກັນເລີຍວ່າ ບໍ່ວ່າເຮົາຈະເລື່ອນໜ້າຈໍໂທລະສັບໄປທາງໃດ ຢ່າງໜ້ອຍແມ່ນຕ້ອງເຄີຍເຫັນຊີຣີ້ເລື່ອງນີ້. ບວກກັບໄລຍະນີ້ແມ່ນໄລຍະຂອງວັນຮາໂລວີນທີ່ກຳລັງຈະມາຮອດໃນອີກບໍ່ຈັກມື້ ເຊື່ອວ່າຫຼາຍຄົນໃຜໆກໍຢາກແຕ່ງຕົວຈັດເຕັມຄົບເຄື່ອງ ຕາມຕົວລະຄອນໃນ Squid Game ຢ່າງແນ່ນອນ ເພາະວ່າເຮົາສາມາດຈຳລອງເປັນຜູ້ຄຸມເກມທີ່ໃສ່ຊຸດສີບົວ ຫຼື ຜູ້ຫຼິ້ນທີ່ໃສ່ຊຸດສີຂຽວກໍໄດ້ ຟັງເບິ່ງແລ້ວມັນເປັນຕາມ່ວນແທ້ໆ!

ເຊິ່ງການແຕ່ງຕົວເປັນຕົວລະຄອນ Squid Game ໃນວັນຮາໂລວີນນັ້ນ ສຳລັບຜູ້ໃຫຍ່ແລ້ວແນ່ນອນວ່າບໍ່ມີບັນຫາ ແຕ່ສຳລັບເດັກນ້ອຍ ໃນໄວກຳລັງຮຽນກໍອາດຈະຍາກແດ່ ເພາະຫຼ້າສຸດມີລາຍງາຍວ່າ ໂຮງຮຽນຫຼາຍແຫ່ງໃນອາເມຣິກາ ແລະ ທະວີບຢູໂຣບໄດ້ປະກາດຫ້າມບໍ່ໃຫ້ນັກຮຽນຂອງຕົນເອງແຕ່ງຕົວເປັນຕົວລະຄອນຈາກ ຊີຣີ້ Squid Game ຢ່າງເດັດຂາດ ເນື່ອງຈາກພວກເຂົາມີຄວາມກັງວົນວ່າ ນັກຮຽນອາດຈະຮຽນແບບພຶດຕິກຳ ແລະ ການກະທຳຂອງຕົວລະຄອນໃນຊີຣີ້ເລື່ອງນີ້ທີ່ມີເນື້ອຫາເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງ.

ໂດຍຕາມລາຍງານຂອງ The Times ໂຮງຮຽນປະຖົມ Castle Park ໃນເມືອງ Dublin ປະເທດ ໄອແລນ (Ireland) ໄດ້ມີການແຈ້ງການໄປເຖິງບັນດາຜູ້ປົກຄອງວ່າ Squid Game ເປັນຊີຣີ້ທີ່ບໍ່ເໝາະສົມກັບນັກຮຽນທີ່ອາຍຸນ້ອຍ ແລະ ຍັງບອກອີກວ່າຕັ້ງແຕ່ຊີຣີ້ໄດ້ເຜີຍແຜ່ໄປທົ່ວໂລກມີນັກຮຽນບາງຄົນໄດ້ຮຽນແບບພຶດຕິກຳຄວາມຮຸນແຮງຂອງຕົວລະຄອນໃນເລື່ອງໃນຂະນະທີ່ກຳລັງຢອກຫຼິ້ນກັບໝູ່.

ໂຮງຮຽນແຫ່ງໜຶ່ງໃນນະຄອນ ມາດຣິດ ປະເທດສະເປນ ກໍໄດ້ເຕືອນຜູ້ປົກຄອງວ່າ ນັກຮຽນອາຍຸຕ່ຳກວ່າ 16 ປີ ບໍ່ຄວນຮັບຊົມຊີຣີ້ Squid Game ແຕ່ຖ້າຫາກຫຼີກເວັ້ນບໍໄດ້ ຜູ້ປົກຄອງຄວນໃຫ້ຄຳແນະນຳພິເສດຢ່າງໃກ້ຊິດ.

ໃນຂະນະດຽວກັນໂຮງຮຽນປະຖົມ 3 ແຫ່ງໃນນະຄອນນິວຢອກ ມີຄື Mott Road , Enders Road ແລະ Fayetteville Elementary School ໄດ້ສົ່ງຈົດໝາຍໄປໃຫ້ບັນດາຜູ້ປົກຄອງຂອງນັກຮຽນວ່າ ເຄື່ອງແຕ່ງຕົວຈາກຊີຣີ້ Squid Game ນັ້ນ “ບໍ່ເປັນໄປຕາມກົດການແຕ່ງຕົວຂອງໂຮງຮຽນ ເພາະວ່າມີຂໍ້ຄວາມແຝງເປັນຄວາມຮຸນແຮງ”

ນອກຈາກນີ້ສຳນັກຂ່າວ CNN ຍັງເຜີຍອີກວ່າ ເຄື່ອງແຕ່ງຕົວຈາກຊີຣີ້ Squid Game ແມ່ນສິ່ງທີ່ຫຼາຍຄົນຄົ້ນຫາຫຼາຍສຸດໃນວັນຮາໂລວີນນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/