ອົງການໃນລະບົບການເມືອງແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳພັດທະນາ ເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າ ແລະ ຕັ້ງໃຈ


ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 3 ສະໄໝທີ XI ໄດ້ດໍາເນີນແຕ່ວັນທີ 18 ຫາວັນທີ 22 ເດືອນ ຕຸລາ ປີ 2021 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີບັນດາສະຫາຍຄະນະບໍລິຫານງານສູນກາງພັກ ເຂົ້າຮ່ວມ ໂດຍປະຕິບັດມາດຕະການປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ກວດກາ, ຕີລາຄາສະພາບການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຊິ່ງມີດັ່ງນີ້:

1. ໄດ້ຕີລາຄາຄວາມຄືບໜ້າ ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ລວມທັງຄວາມຄືບໜ້າ ຂອງການແກ້ໄຂບັນຫາອັນຮີບດ່ວນຕ່າງໆ ໃນຂົງເຂດດັ່ງກ່າວ, ພ້ອມທັງພິຈາລະນາກໍານົດບັນດາມາດຕະການ ຈັດຕັ້ງປະຕິບັດ ໃນໄຕມາດສຸດທ້າຍ ປີ 2021 ແລະ ທິດທາງແຜນການ ໃນປີ 2022.

ກອງປະຊຸມເຫັນວ່າ ເຖິງສະພາບແວດລ້ອມ ຢູ່ພາຍໃນ ແລະ ພາຍນອກ ມີຄວາມຫຍຸ້ງຍາກຫຼາຍປະການ, ແຕ່ສູນກາງພັກ ແລະ ບັນດາອົງການໃນລະບົບການເມືອງ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ ນໍາພາຊີ້ນໍາ ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2021 ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ໂດຍໄດ້ຫັນເຂົ້າສູ່ວຽກງານຕົວຈິງ ດ້ວຍການວາງນະໂຍບາຍທີ່ລະອຽດ, ຈະແຈ້ງ ແລະ ສອດຄ່ອງກັບສະພາບຕົວຈິງ, ອັນພົ້ນເດັ່ນ ແມ່ນໄດ້ຍົກລະດັບການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຂຶ້ນເປັນວາລະແຫ່ງຊາດ.

ພ້ອມທັງໄດ້ສຸມໃສ່ຕ້ານ, ສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ຂອງພະຍາດ Covid-19 ຢ່າງຕັ້ງໜ້າ ເພື່ອຮັບປະກັນຊີວິດ ແລະ ສຸຂະພາບ ຂອງປະຊາຊົນ ກໍຄື ແກ້ໄຂຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ຍ້ອນແນວນັ້ນ ຈຶ່ງສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ, ການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາ ສືບຕໍ່ດໍາເນີນໄປຢ່າງຕໍ່ເນື່ອງ, ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 2,8%. ໃນດ້ານຄົງຄ້າງທີ່ສູນກາງພັກ ເຫັນວ່າ ຕ້ອງໄດ້ສຸມໃສ່ແກ້ໄຂຢ່າງເອົາຈິງເອົາຈັງ ແລະ ເປັນລະບົບ ຄືື: ອັດຕາແລກປ່ຽນ, ອັດຕາເງິນເຟີ້, ຄ່າຄອງຊີບ, ບັນຫາໜີ້ສິນ, ເກັບລາຍຮັບງົບປະມານ, ການຄຸ້ມຄອງ-ຈັດຫາວຽກເຮັດງານທໍາ ບໍ່ໄດ້ຕາມແຜນ, ການຊຸກຍູ້ການສົ່ງເສີມການຜະລິດ ແລະ ອື່ນໆ.

ຈາກນັ້ນ, ກອງປະຊຸມສູນກາງພັກໄດ້ໃຫ້ທິດຊີ້ນໍາ ແລະ ມອບໝາຍໃຫ້ ລັດຖະບານ ກໍຄືຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ສືບຕໍ່ຊີ້ນໍາແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆ ດ້ວຍຈິດໃຈບຸກທະລຸຢ່າງແຂງແຮງ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ການແກ່ການສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ໃນໄຕມາດສຸດທ້າຍປີ 2021 ແລະ ວາງແຜນປະຈໍາປີ 2022 ບົນພື້ນຖານ ມະຕິ XI ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຄຽງຄູ່ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃຫ້ບັນລຸຕາມຄາດໝາຍວາງໄວ້.

2. ໄດ້ປຶກສາຫາລື ແລະ ຕີລາຄາ ຕໍ່ສະພາບການ ຂອງພາກພື້ນ ແລະ ສາກົນ ໂດຍສະເພາະຕໍ່ບາງບັນຫາທີ່ພົ້ນເດັ່ນໃນໄລຍະຫຼັງໆມານີ້ ແລະ ຕີລາຄາ ສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຄະນະບໍລິຫານງານສູນກາງພັກ ໄດ້ຢືນຢັນວ່າ: ສະພາບແວດລ້ອມ ພາກພື້ນ ແລະສາກົນ ສືບຕໍ່ຜັນແປໄປຢ່າງສະຫຼັບສັບຊ້ອນ, ໂລກກໍາລັງປະເຊີນໜ້າກັບການປ່ຽນແປງຢ່າງໃຫຍ່ຫຼວງ ເປັນຕົ້ນແມ່ນການເພີ່ມທະວີຂອງບັນຫາໂລກຮ້ອນ, ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງມີທ່າອຽງແກ່ຍາວ ແລະ ສ້າງຜົນກະທົບເປັນວົງກວ້າງ ຕໍ່ການດໍາລົງຊີວິດ ຂອງປະຊາຊົນ ຢູ່ທົ່ວທຸກມຸມໂລກ; ຂໍ້ຂັດແຍ່ງທາງດ້ານການເມືອງ, ເສດຖະກິດ, ການທະຫານ ໄດ້ກາຍເປັນສິ່ງທ້າທາຍໃໝ່ ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງໂລກ.

ບັນຫາເຫຼົ່ານັ້ນ ລ້ວນແຕ່ສົ່ງຜົນສະທ້ອນ ທັງທາງກົງ ແລະ ທາງອ້ອມ ຕໍ່ປະເທດເຮົາ, ແຕ່ພາຍໃຕ້ການນໍາພາ ຂອງພັກ ແລະ ການຄຸ້ມຄອງ ຂອງລັດ, ຄວາມເປັນຫຼັກແຫຼ່ງແກ່ນສານ ຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໄດ້ເຮັດໃຫ້ປະເທດຊາດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ຄວາມສະຫງົບປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ ຂອງສັງຄົມໂດຍພື້ນຖານ, ສະກັດກັ້ນ, ຕີຖອຍທຸກການທຳລາຍມ້າງເພ ຂອງພວກຄົນບໍ່ດີ, ສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການສ້າງສາພັດທະນາ ແລະ ສ້າງປະຖົມປັດໄຈດ້ານຕ່າງໆ ໃນການສືບຕໍ່ນໍາພາປະເທດຊາດ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.

ກອງປະຊຸມ ໄດ້ເປັນເອກະພາບສູງ ໃຫ້ທິດຊີ້ນໍາຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານຕ່າງປະເທດ ໃນເງື່ອນໄຂສະພາບການໃໝ່ ເຊິ່ງຕ້ອງກຽມພ້ອມຮັບມືກັບສະພາບການຕ່າງໆ ຢ່າງເປັນລະບົບ ໂດຍຍຶດໝັ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໃຫ້ເຂົ້າສູ່ລວງເລິກ, ສຸມໃສ່ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ຕັ້ງໜ້າປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແກ້ໄຂສະພາບຫຍໍ້ທໍ້ຕ່າງໆໃນສັງຄົມ ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ກໍສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື ເພື່ອພັດທະນາ, ຖືການທູດປ້ອງກັນເຫດ ແລະ ບຸກທະລຸເປັນທິດສໍາຄັນ ໂດຍເຊີດຊູຄວາມເປັນເອກະລາດແຫ່ງຊາດ, ເປັນເຈົ້າຕົນເອງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ, ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂສະດວກ ແລະ ນໍາຜົນປະໂຫຍດຕົວຈິງ ມາໃຫ້ແກ່ການພັດທະນາ ປະເທດຊາດ.

3. ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນຊີວິດການເມືອງ ປະຈໍາປີ 2021 ເພື່ອສໍາຫຼວດ, ກວດກາຄືນ ການນໍາພາຊີ້ນໍາລວມ ຂອງຄະນະບໍລິຫານງານສູນກາງພັກ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງບັນດາສະຫາຍກໍາມະການສູນກາງພັກ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຕົ້ນປີ 2021 ເປັນຕົ້ນມາ ບົນຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ໃນການສໍາຫຼວດຄວາມຮັບຜິດຊອບການເມືອງ ໃນການນໍາພາຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິ, ຄໍາສັ່ງຕ່າງໆຂອງສູນກາງພັກ ເຂົ້າສູ່ວຽກງານຕົວຈິງ, ພ້ອມທັງຊີ້ໃຫ້ເຫັນຈຸດອ່ອນ-ຂໍ້ຄົງຄ້າງ ແລະ ວາງທິດທາງ ປັບປຸງແກ້ໄຂ ໃນຕໍ່ໜ້າ.

ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ມອບໃຫ້ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ເດັດດ່ຽວຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ໃນການເພີ່ມທະວີການນໍາພາຊີ້ນໍາ ຜັນຂະຫຍາຍ ມະຕິ, ຄໍາສັ່ງ ຂອງສູນກາງພັກ ເຂົ້າສູ່ຕົວຈິງ ໃນຂົງເຂດວຽກງານຂອງຕົນ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ; ຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ ທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ   ແໜ້ນໜາ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມູນເຊື້ອຮັກຊາດ, ກໍາແໜ້ນກາລະໂອກາດ, ເງື່ອນໄຂ ແລະ ປັດໄຈໃໝ່ ຕາມການດໍາລົງຊີວິດປົກກະຕິແບບໃໝ່ ພ້ອມກັນສຸມສະຕິປັນຍາຫົວຄິດປະດິດສ້າງ ເຂົ້າໃສ່ການແກ້ໄຂ ແລະ ຜ່ານຜ່າທຸກອຸປະສັກຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆ, ເພີ່ມທະວີການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19, ຊຸກຍູ້ຂະບວນການສ້າງສາພັດທະນາປະເທດຊາດ ໃຫ້ມີບາດກ້າວຫັນປ່ຽນ ແລະ ຂະຫຍາຍຕົວ ຢ່າງແຂງແຮງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/