ຈີນເປີດຕົວຄອມພິວເຕີທີ່ປະມວນຜົນໄວທີ່ສຸດໃນໂລກ ທຽບເທົ່າກັບການໃຊ້ຄອມພິວເຕີເປັນເວລາ 30 ລ້ານລ້ານປີ


ນັກຟິສິກຈາກ ສ.ປ ຈີນ ໄດ້ສຳເລັດການສ້າງຄອມພິວເຕີຄວັນຕຳ (Quantum Computer) ຂຶ້ນມາ 2 ໜ່ວຍ. Zuchongzhi 2 ຖືກນຳມາພັດທະນາຫຼັງຈາກທີ່ອອກຕົວທຳອິດມາໄດ້ 3 ເດືອນ. ເຊິ່ງມັນສາມາດປະຕິບັດການຄຳນວນຕ່າງໆທີ່ຊັບຊ້ອນ ແລະ ວ່ອງໄວ. ໂດຍຈະປະມວນຜົນລະດັບຄວັນຕຳ ກໍຄືການທີ່ເຄື່ອງຈັກໃຊ້ແສງໂຟຕອນ (Light Photon) ໃນການເຮັດວຽກ ໂດຍມັນຈະໃຊ້ເວລາພຽງ 1 ມິລິວິນາທີໃນການສະແດງຜົນ ເມື່ອປຽບທຽບກັບຄອມພິວເຕີທຳມະດາແລ້ວຈະຕ້ອງໃຊ້ເວລາເຖິງ 30 ລ້ານລ້ານປີ ເຮັດໃຫ້ Zuchongzhi 2 ກາຍເປັນຄອມພິວເຕີທີ່ປະມວນຜົນໄວທີ່ສຸດໃນໂລກ.

ນັກຟິສິກຜູ້ນຳທີມຄົ້ນຄວ້າ ຫຼືກໍຄື  Pan Jianwei ໄດ້ຕັ້ງຊື່ຊູເປີຄອມພິວຕີນີ້ວ່າ Zuchongzhi 2 ຕາມນັກຄະນິດສາດຜູ້ໂດ່ງດັງຂອງຈີນເມື່ອສະຕະວັດທີ 5.

ນອກຈາກນີ້ນັກວິທະຍາສາດຍັງໄດ້ເສີມວ່າ ຊູເປີຄອມພິວເຕີ (Supercomputer) ໜ່ວຍນີ້ ສາມາດເຮັດວຽກໄດ້ໄວກວ່າຄອມພິວເຕີຂອງຄູ່ແຂ່ງພວກເຂົາຢ່າງ Sycamore ຂອງ Google  ເຖິງ  10 ລ້ານເທົ່າ.  Zuchongzhi 2 ມີ 66 ຄິວບິດ (qubit) ເຊິ່ງສາມາດຈັດການປະມວນຜົນໄດ້ຫຼາຍກວ່າຄອມພິວເຕີ Sycamore ມີ 55 ຄິວບິດ ຂອງ Google ທີ່ນຳໃຊ້ເມື່ອສອງປີກ່ອນ.

Pan Jianwei ຜູ້ເປັນອາຈານສອນທີ່ມະຫາວິທະຍາໄລແຫ່ງວິທະຍາສາດ ແລະ ເທັກໂນໂລຢີ ເຮເຟີຍ (University of Science and Technology, Hefei) ໄດ້ກ່າວວ່າ “ໃນຂັ້ນຕໍ່ໄປ, ພວກເຮົາຄາດຫວັງວ່າຈະພົບ ແລະ ສາມາດແກ້ໄຂບັນຫາຂະໜາດຄວັນຕຳໄດ້ພາຍໃນ 4 ເຖິງ 5 ປີອັນໃກ້ນີ້”

ວົງຈອນເຄື່ອງຈັກຂອງ Zuchongzhi 2 ນີ້ຈະຕ້ອງຈັດເກັບໃນອຸນຫະພູມທີ່ຕ່ຳຫຼາຍ ເພື່ອທີ່ຈະສາມາດປະມວນຜົນທີ່ຊັບຊ້ອນເຊັ່ນ ປະມວນຜົນທິດສະດີ Random Walk ທີ່ເປັນການຄາດເດົາລາຄາຫຸ້ນ ໄປຈົນຮອດການຄຳນວນການປ່ຽນແປງກຳມະພັນ.

ເຖິງແມ່ນວ່າຈະເປັນຄອມພິວເຕີທີ່ໄວທີ່ສຸດ ມັນກໍບໍ່ສາມາດມາແທນທີ່ຄອມພິວເຕີທົ່ວໄປໄດ້ໄວໆນີ້. ໃນປັດຈຸບັນ, ພວກເຂົາຍັງຈະຕ້ອງໄດ້ມີການປ້ອງກັນການນຳໃຊ້ ໂດຍຈະແນໃສ່ການເຮັດວຽກທີ່ເຈາະຈົງເທົ່ານັ້ນ ເຊິ່ງມັນກໍຍັງມີຂໍ້ຜິດພາດຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/