ເຄີຍເຫັນແຕ່ເອົາໜັງສັດມາເຮັດເປັນເສື້ອ, ເກີບ, ກະເປົາ, ຜະລິດຕະພັນແຟຊັນ ແຕ່ເຄີຍເຫັນບໍ່? ເອົາໜັງສັດມາເຮັດເປັນພາຊະນະບັນຈຸທີ່ສາມາດລະລາຍນ້ຳໄດ້, ຍ່ອຍສະຫຼາຍໄດ້ ນອກຈາກເປັນມິດກັບສິ່ງແວດລ້ອມແລ້ວ ຍັງລົດບັນຫາຂີ້ເຫຍື້ອເຫຼືອຖິ້ມຈາກອຸດສາຫະກຳຊີ້ນສັດ.

ຄົນທີ່ເປັນເຈົ້າຂອງແນວຄິດນີ້ແມ່ນ Valdis Steinarsdottir ທີ່ໄດ້ປ່ຽນສ່ວນທີ່ເຫຼືອຈາກອຸດສາຫະກຳຊີ້ນສັດໃຫ້ມາເປັນປະໂຫຍດອີກຄັ້ງ ໃນໂຄງການ “Just Bones” ໂດຍຜູ້ອອກແບບໄດ້ເອົາກະດູກສັດມາເຮັດເປັນພາຊະນະບັນຈຸ ແລະ ໜັງສັດມາປ່ຽນເປັນພາຊະນະບັນຈຸພລາສຕິກແບບຊີວະພາບ ເພື່ອມາຫໍ່ຊີ້ນສັດ.


Valdis Steinarsdottir ໄດ້ກ່າວວ່າ ສິ່ງເຫຼົ່ານີ້ບໍ່ພຽງແຕ່ແກ້ໄຂບັນຫາຂີ້ເຫຍື້ອຈາກອຸດສາຫະກຳຊີ້ນສັດທີ່ເຫຼືອຖິ້ມແບບມະຫາສານແລ້ວ ມັນຍັງເປັນການໃຊ້ຊັບພະຍາກອນແບບຈຳກັດໃຫ້ເກີດປະໂຫຍດສູງສຸດອີກດ້ວຍ.
ຖືວ່າເປັນຜະລິດຕະພັນທີ່ໜ້າສົນໃຈຫຼາຍເລີຍ ເຮົາຕ້ອງມາເບິ່ງກັນວ່າໃນອະນາຄົດທາງໂຄງການຈະມີວາງຈຳໜ່າຍອອກມາແບບໃດ ແລະ ລາຄາ ລວມທັງການໃຊ້ວຽກຂອງມັນຈະເໝາະສົມຫຼືບໍ່.




ທີ່ມາ: