NASA ໃຫ້ Joe Biden ຢືມຫີນຈາກດວງເດືອນ ອາຍຸ 3.9 ພັນລ້ານປີ ໃຊ້ຕົບແຕ່ງຫ້ອງເຮັດວຽກຮູບໄຂ່


ໂຈ ໄບເດັນ ປະທານາທິບໍດີຄົນທີ 46 ຂອງສະຫະລັດອາເມຣິກາໄດ້ເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນທີ່ຜ່ານມາ ແລະ ຍ້າຍເຂົ້າມາເຮັດວຽກໃນທຳນຽບຂາວ (White House) ເປັນທີ່ຮຽບຮ້ອຍ.

ເຊິ່ງຕາມທຳນຽມປົກກະຕິແລ້ວ ເມື່ອໄດ້ຮັບການແຕ່ງຕັ້ງ ແລະ ຍ້າຍເຂົ້າມາຢູ່ໃນທຳນຽບຂາວ ປະທານາທິບໍດີຈະມີຫ້ອງເຮັດວຽກປະຈຳຕຳແໜ່ງທີ່ເອີ້ນວ່າ ຫ້ອງເຮັດວຽກຮູບໄຂ່ (Oval Office) ແລະ ປະທານາທິບໍດີແຕ່ລະຄົນຈະມີເອກະລັກການແຕ່ງຫ້ອງເຮັດວຽກນີ້ໃນແບບຂອງຕົວເອງ ບໍ່ວ່າຈະເປັນການປ່ຽນຮູບພາບ, ປ່ຽນຮູບປັ້ນ ເພື່ອສະແດງອອກເຖິງອຸດົມການ ແລະ ລົດສະນິຍົມຂອງຕົວເອງ.

ເຊິ່ງ ໂຈ ໄບເດັນ ເລືອກທີ່ຈະ “ຂໍຢືມ” ກ້ອນຫີນຈາກດວງເດືອນ (Moon) ຈາກທາງ NASA ໂດຍກ້ອນຫີນນີ້ຖືກເກັບກູ້ມາຈາກພາລະກິດ Apollo 17 ທີ່ຖືກເກັບຢູ່ສູນອະວະກາດຈອນສັນຂອງ NASA.

ຫີນຈາກດວງເດືອນກ້ອນນີ້ມີຊື່ລະຫັດວ່າ Lunar Sample 76015,143 ຖືກເກັບມາໂດຍນັກບິນອະວະກາດຊື່ Ronald Evans, Harrison Schmitt ແລະ Eugene Cernan ນັກບິນອະວະກາດໃນໂຄງການ Apollo 17 (ປີ 1972)

ຫີນກ້ອນນີ້ເກັບມາຈາກຖານຂອງພູເຂົາ Taurus-Littrow Valley 3 ກິໂລແມັດທາງຕອນເໜືອຂອງບ່ອນຈອດຍານອະວະກາດ Lunar Module ມີນຳ້ໜັກປະມານ 332 ກຣາມ ແລະ ມີອາຍຸປະມານ 3.9 ພັນລ້ານປີ ຄາດວ່າໜ້າຈະເກີດຈາກເຫດການ Imbrium Impact Basin ເຫດການທີ່ດາວເຄາະນ້ອຍຕຳກັບດວງຈັນ ແລະ ເຮັດໃຫ້ເກີດຫຼຸມຂະໜາດໃຫຍ່.

ຢ່າງໃດກໍຕາມ ສິ່ງທີ່ໜ້າສົນໃຈກໍຄື ການສະແດງຄວາມສົນໃຈຢ່າງຊັດເຈນຕໍ່ການຊຸກຍູ້ວົງການວິທະຍາສາດແລະອະວະກາດຂອງໂຈ ໄບເດັນ ຕໍ່ສະຫະລັດອາເມຣິກາ ເຊິ່ງຕອນນີ້ເອງເປົ້າໝາຍໃໝ່ຂອງມວນມະນຸດທີ່ກຳລັງເບິ່ງໄປທີ່ດາວອັງຄານໄດ້ກາຍເປັນຈຸດມຸ່ງໝາຍຕໍ່ໄປ.

ແລະ ທາງ NASA ຍັງໄດ້ບອກອີກວ່າຫີນກ້ອນນີ້ຈະເປັນສັນຍາລັກເຖິງຄວາມມຸ່ງໝັ້ນ ແລະ ຄວາມສຳເລັດຂອງຄົນຮຸ່ນກ່ອນ ເພື່ອຊຸກຍູ້ໃຫ້ພວກເຮົາກ້າວໄປຂ້າງໜ້າໃນພາະລະກິດ Moon to Mars ຕໍ່ໄປ.

ພາບ: nasa.gov, abc7news.com

ຂອບໃຈທີ່ມາຈາກ: