ນັກວິທະຍາສາດໃນອັງກິດພົບບົວກະດົ້ງຊະນິດໃໝ່ຂອງໂລກ ແລະມີຂະໜາດໃຫຍ່ທີ່ສຸດໃນໂລກ


ສິ່ງທີ່ມີຊີວິດໃນໂລກເຮົາແມ່ນມີຫຼາກຫຼາຍສາຍພັນ ແລະຫຼາກຫຼາຍຊະນິດທີ່ຍັງບໍ່ທັນຖືກຄົ້ນພົບ ເຊິ່ງນັ້ນມັນເປັນສິ່ງທີ່ເຮັດໃຫ້ມະນຸດຄືເຮົາຢາກອອກໄປຄົ້ນຫາສິ່ງໃໝ່ຢູ່ຕະຫຼອດເວລາ ແລະຫຼ້າສຸດນີ້ເອງນັກວິທະຍາສາດໃນອັງກິດກໍຄົ້ນພົບບົວຍັກຊະນິດໃໝ່ຂອງໂລກໃນສວນພຶກສາສາດ.

ເມື່ອວັນທີ 4 ກໍລະກົດທີ່ຜ່ານມາ ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ນັກວິທະຍາສາດໄດ້ຄົ້ນພົບບົວຍັກ ຫຼື ບົວກະດົ້ງຊະນິດໃໝ່ ໃນສວນພຶກສາສາດ Kew Gardens ລອນດອນ ປະເທດ ອັງກິດ ເຊິ່ງຖືເປັນການພົບຄັ້ງທໍາອິດໃນຮອບ 100 ກວ່າປີ ແລະ ບົວຊະນິດໃໝ່ນີ້ມັນບໍ່ໄດ້ຢູ່ໃນທີ່ຫາຍາກ ແຕ່ມັນອາໄສຢູ່ທີ່ສວນແຫ່ງນີ້ມາແລ້ວ 177 ປີ ພຽງແຕ່ທີ່ຜ່ານມານັກວິທະຍາສາດເຂົ້າໃຈຜິດວ່າມັນເປັນບົວກະດົ້ງຊະນິດອື່ນ.

ກ່ອນໜ້ານີ້ນັກວິທະຍາສາດສົງໄສວ່າອາດເປັນບົວກະດົ້ງອີກຊະນິດ ຈຶ່ງໄດ້ເຮັດການສຶກສາແລະວິໄຈບົວກະດົ້ງຈາກໂບລິເວຍ ໂດຍໄດ້ຮັບເອົາແກ່ນມາປູກໃນ ສວນພຶກສາສາດ Kew Gardens ແລະ ປຽບທຽບບົວກະດົ້ງອີກສອງຊະນິດຄື Victoria amazonica ແລະ Victoria cruziana.

ແຕ່ເມື່ອນຳເອົາ DNA ຂອງບົວກະດົ້ງຈາກໂບລິເບຍນໍາມາເຮັດການກວດສອບກໍພົບວ່າເປັນຄົນລະຊະນິດກັນ ແລະ ຊະນິດໃໝ່ນີ້ຖືກຕັ້ງຊື່ວ່າ Victoria Boliviana ເຊິ່ງມັນມີຄວາມໃກ້ຄຽງກັບບົວກະດົ້ງ Victoria cruziana ແລະ ແຍກອອກຈາກກັນເມື່ອປະມານ 1 ປີກ່ອນ.

ທັງນີ້ ບົວກະດົ້ງ Victoria Boliviana ຖືເປັນບົວກະດົ້ງທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ໂດບໃບຂອງມັນສາມາດມີຂະໜາດໃຫຍ່ເຖິງ 3.2 ແມັດ ໃນທຳມະຊາດ, ມີດອກທີ່ເປັນສີບົວ ເຊິ່ງກ່ອນໜ້ານີ້ຖືກເຂົ້າໃຈຜິດຄິດວ່າເປັນບົວກະດົ້ງຊະນຶດອື່ນ ນອກຈາກນີ້ແລ້ວນັກວິທະຍາສາດກ່າວວ່າ ຍັງມີສິ່ງທີ່ຕ້ອງສຶກສາກ່ຽວກັບບົວກະດົ້ງຊະນິດນີ້.

ໂດຍ Victoria ຫຼື ບົວກະດົ້ງ (Victoria, Giant Waterlily) ເປັນບົວທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ມີຖິ່ນກໍາເນີດໃນອາເມຣິກາໃຕ້ ແລະປັດຈຸບັນກໍໄດ້ຮັບຄວາມນິຍົມປູກໄວ້ໃນຫຼາຍພື້ນທີ່ທົ່ວໂລກ ເຊິ່ງກ່ອນໜ້າເປັນທີ່ຮູ້ຈັກກັນພຽງ 2 ຊະນິດຄື Victoria amazonica ແລະ Victoria cruziana. ດ້ວຍລັກສະນະຂອງມັນທີ່ມີໃບທີ່ໃຫຍ່ແລະສາມາດຮັບນ້ຳໜັກຄົນໄດ້ສະບາຍໆ ຈຶ່ງມີຊື່ເອີ້ນອີກຊື່ວ່າ ບົວຍັກ ແລະຊື່ຂອງພວກມັນກໍຖືກຕັ້ງຕາມຊື່ຂອງສົມເດັດພຣະຣາຊິນີວິກຕໍເຣຍແຫ່ງສະຫະຣາຊະອານາຈັກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/