ຮູ້ຫຼືບໍ່? ກິ່ນບລູເບີຣີ້ໃນເຂົ້າໜົມຊິ່ງອົ້ມ ທີ່ເຮົາຄຸ້ນເຄີຍບໍ່ມີຢູ່ແທ້ ແຕ່ເກີດຈາກການມະໂນຂອງບໍລິສັດຜູ້ພັດທະນາລ້ວນໆ


ຖ້າຫາກກ່າວເຖິງໝາກໄມ້ໃນຕະກູນເບີຣີ້ “ບລູເບີຣີ້” ນັ້ນກໍຖືໄດ້ວ່າເປັນໜຶ່ງໝາກໄມ້ຍອດຮິດຍອດນິຍົມ ເນື່ອງຈາກສີທີ່ເປັນສີຟ້າເຂັ້ມ ອອກໄປທາວສີມ່ວງ, ຣົດຊາດທີ່ເປັນເອກະລັກ ແຖມຍັງມີປະໂຫຍດຕໍ່ຮ່າງກາຍອີກດ້ວຍ. ຈາກຄຸນປະໂຫຍດນັ້ນເຮົາຈະເຫັນໄດ້ວ່າຫຼາຍຄົນມັກຈະເອົາມັນໄປປະເປັນເມນູເຂົ້າໜົມຫວານ ແລະ ເຄື່ອງດື່ມຕ່າງໆ. ແຕ່ຮູ້ຫຼືບໍ່ວ່າ ກິ່ນຂອງບລູເບີ້ທີ່ເຮົາຄຸ້ນເຄີຍບໍ່ມີຢູ່ແທ້ ແຕ່ເປັນການມະໂນເສີມແຕ່ງກິ່ນຂອງບໍລິສັດຜູ້ຜະລິດມັນອອກມາ.

ຈາກທີ່ກ່າວມາຂ້າງເທິງນີ້ ແມ່ນສືບເນື່ອງຈາກກໍລະນີຂອງສຳນັກຂ່າວຍອດນິຍົມຈາກຍີ່ປຸ່ນຢ່າງ livedoornews ໄດ້ໂພສຄວາມລັບທີ່ເກັບໄວ້ຕະຫຼອດ 40 ປີຂອງເຂົ້າໜົມຊິ່ງອົ້ມຣົດບລູເບີຣີ້ ຈາກ Lotte (ບໍລິສັດຜະລິດອາຫານແປຮູບ, ເຄື່ອງດື່ມຊື່ດັງ) ລົງໃນ Twitter ສ່ວນຕົວວ່າ “ກິ່ນບລູເບີຣີ້” ແມ່ນບໍ່ມີຢູ່ແທ້.

ຫຼັງຈາກທີ່ໂພສນີ້ຖືກເຜີຍແຜ່ອອກໄປມັນກໍໄດ້ກາຍເປັນກະແສ ແລະເຮັດໃຫ້ມີຊາວເນັດມາສະແດງຄວາມເຫັນກັນຢ່າງຫຼວງຫຼາຍ ພ້ອມທັງບອກວ່າ ໃນທີ່ສຸດປິດສະໜາກໍຖືກສະເຫຼີຍ, ບາງຄົນກໍຢາກພິສູດເລື່ອງນີ້ໂດຍບອກວ່າລອງໄປກິນບລູເບີຣີ້ຂອງແທ້ ກັບ ເຂົ້າໜົມຊິ່ງອົ້ມ ແລ້ວພົບວ່າ ບລູເບີຣີ້ຂອງແທ້ ບໍ່ຄ່ອຍມີກິ່ນແລະມີພຽງຣົດສົ້ມເທົ່ານັ້ນ. ໃນບາງສ່ວນກໍຖາມວ່າກິ່ນທີ່ຄຸ້ນເຄີຍມາຫຼາຍປີສະຫຼຸບແມ່ນກິ່ນທຽມບໍ່? ແລະ ບາງສ່ວນກໍຕັ້ງຄໍາຖາມວ່າກິ່ນບລູເບີຣີ້ຂອງແທ້ຈະເປັນແບບໃດເດ?.

ຢ່າງໃດກໍດີ ທີ່ບໍລິສັດອອກມາສະເຫຼີຍຄວາມລັບຕະຫຼອດ 40 ປີນີ້ກໍຍ້ອນວ່າໃນເດືອນສິງຫາ ທີ່ຈະມາຮອດນີ້ທາງບໍລິສັດຈະປ່ຽນດີໄຊຂອງຊອງເຂົ້າໜົມຊິ່ງອົ້ມຣົດບລູເບີ້ຣີ້ ໂດຍບອກອີກວ່າກິ່ນບລູເບີຣີ້ແມ່ນບໍ່ມີຢູ່ແທ້ ເພາະບລູເບີຣີ້ແທ້ນັ້ນເກືອບຈະບໍ່ມີກິ່ນ ເຊິ່ງໃນກິ່ນຂອງເຂົ້າໜົມຊິ່ງອົ້ມທີ່ຄຸ້ນເຄີຍແມ່ນເກີດຈາກຄວາມມະໂນຊອງຜູ້ວິໄຈລ້ວນໆວ່າ “ຖ້າວ່າບລູເບີຣີ້ມັນມີກິ່ນຈະເປັນແບບໃດ?” ຈົນໃນທີ່ສຸດທາງຜູ້ພັດທະນາກໍໄດ້ຜະລິດເຂົ້າໜົມຊິ່ງອົ້ມຣົດບລູເບີຣີ້ອອກມາ ແລະກິ່ນຂອງເຂົ້າໜົມຕົວນີ້ກໍໄດ້ຖືກເຜີຍແຜ່ອອກສູ່ສາທາລະນະໃນຖານະພາບຈໍາຂອງກິ່ນບລູເບີຣີ້ ຈົນເກີດເປັນກິ່ນບລູເບີຣີ້ທີ່ເຮົາຄຸ້ນເຄີຍໃນທຸກມື້ນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/