ເມື່ອວັນທີ 31 ກໍລະກົດທີ່ຜ່ານມາ ລັດຖະບານຂອງລາຊະອານາຈັກອັງກິດໄດ້ລາຍງານວ່າ ບັນດານັກວິທະຍາສາດ ເອສເອຈີອີ (SAGE) ທີ່ຄົ້ນຄວ້າກ່ຽວກັບໄວຣັດໄດ້ອອກມາເຕືອນກ່ຽວກັບຄວາມຮຸນແຮງຂອງໄວຣັດໂຄວິດ-19 ທີ່ອາດຈະກາຍພັນຂຶ້ນໃນອະນາຄົດ ເຊິ່ງມີໂອກາດຈະເຮັດໃຫ້ມີຈຳນວນຜູ້ເສຍຊີວິດສູງກວ່າເກົ່າ.
ນັກວິທະຍາສາດເຫຼົ່ານີ້ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ສາທາລະນະສຸກໃຫ້ລົດການກະຈາຍຂອງເຊື້ອໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ເພື່ອໃຫ້ລົດໂອກາດໃນການທີ່ໄວຣັດຈະກາຍພັນ ແລະ ຍັງແນະນຳໃຫ້ນັກວິໄຈວັກຊີນ ເລັ່ງພັດທະນາວັກຊີນທີ່ມີຄວາມທົນທານ ແລະ ມີພູມຕ້ານທານແບບເຍື່ອເມືອກລະດັບສູງເພື່ອປ້ອງກັນໄວຣັດສາຍພັນໃໝ່ທີ່ອາດຈະເກີດຂຶ້ນໄດ້.

ນອກຈາກນັ້ນ, ເພິ່ນຍັງລະບຸຕື່ມວ່າ ໄວຣັດທີ່ກາຍພັນໃນເດືອນທີ່ຜ່ານມາ ສະແດງໃຫ້ເຫັນຢ່າງຊັດເຈນແລ້ວວ່າສາມາດລົດພູມຕ້ານທານຂອງວັກຊີນບາງຊະນິດລົງໄດ້ ແລະ ຖ້າຮ້າຍແຮງກວ່ານັ້ນ ໄວຣັດດັ່ງກ່າວອາດຈະສາມາດຫຼົບຫຼີກພູມຕ້ານທານຈາກວັກຊີນກໍເປັນໄປໄດ້.
ແນວໃດກໍຕາມ, ການວິເຄາະນັ້ນແມ່ນຍັງບໍ່ສາມາດສະຫຼຸບໄດ້ວ່າໂອກາດໃນການກາຍພັນ ແລະ ຄວາມຮຸນແຮງຂອງໄວຣັດຈະຫຼາຍປານໃດແມ່ນຍັງບໍ່ຊັດເຈນ ຖືໄດ້ວ່າຍັງເປັນທິດສະດີ ແລະ ຍັງບໍ່ໄດ້ພິສູດຢ່າງຄັກແນ່. ຖ້າຫາກມີການອັບເດດແນວໃດກໍລໍຖ້າຕິດຕາມຕໍ່ໄປ.
ທີ່ມາ:
ພາບ: The Guardian, bbc
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/