ນັກວິທະຍາສາດອັງກິດເປັນຫ່ວງ ໂຄວິດອາດຈະກາຍພັນໃໝ່ ສົ່ງຜົນຮ້າຍກວ່າເກົ່າ


ເມື່ອວັນທີ 31 ກໍລະກົດທີ່ຜ່ານມາ ລັດຖະບານຂອງລາຊະອານາຈັກອັງກິດໄດ້ລາຍງານວ່າ ບັນດານັກວິທະຍາສາດ ເອສເອຈີອີ (SAGE) ທີ່ຄົ້ນຄວ້າກ່ຽວກັບໄວຣັດໄດ້ອອກມາເຕືອນກ່ຽວກັບຄວາມຮຸນແຮງຂອງໄວຣັດໂຄວິດ-19 ທີ່ອາດຈະກາຍພັນຂຶ້ນໃນອະນາຄົດ ເຊິ່ງມີໂອກາດຈະເຮັດໃຫ້ມີຈຳນວນຜູ້ເສຍຊີວິດສູງກວ່າເກົ່າ.

ນັກວິທະຍາສາດເຫຼົ່ານີ້ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ສາທາລະນະສຸກໃຫ້ລົດການກະຈາຍຂອງເຊື້ອໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ເພື່ອໃຫ້ລົດໂອກາດໃນການທີ່ໄວຣັດຈະກາຍພັນ ແລະ ຍັງແນະນຳໃຫ້ນັກວິໄຈວັກຊີນ ເລັ່ງພັດທະນາວັກຊີນທີ່ມີຄວາມທົນທານ  ແລະ ມີພູມຕ້ານທານແບບເຍື່ອເມືອກລະດັບສູງເພື່ອປ້ອງກັນໄວຣັດສາຍພັນໃໝ່ທີ່ອາດຈະເກີດຂຶ້ນໄດ້.

ນອກຈາກນັ້ນ, ເພິ່ນຍັງລະບຸຕື່ມວ່າ ໄວຣັດທີ່ກາຍພັນໃນເດືອນທີ່ຜ່ານມາ ສະແດງໃຫ້ເຫັນຢ່າງຊັດເຈນແລ້ວວ່າສາມາດລົດພູມຕ້ານທານຂອງວັກຊີນບາງຊະນິດລົງໄດ້ ແລະ ຖ້າຮ້າຍແຮງກວ່ານັ້ນ ໄວຣັດດັ່ງກ່າວອາດຈະສາມາດຫຼົບຫຼີກພູມຕ້ານທານຈາກວັກຊີນກໍເປັນໄປໄດ້.

ແນວໃດກໍຕາມ, ການວິເຄາະນັ້ນແມ່ນຍັງບໍ່ສາມາດສະຫຼຸບໄດ້ວ່າໂອກາດໃນການກາຍພັນ ແລະ ຄວາມຮຸນແຮງຂອງໄວຣັດຈະຫຼາຍປານໃດແມ່ນຍັງບໍ່ຊັດເຈນ ຖືໄດ້ວ່າຍັງເປັນທິດສະດີ ແລະ ຍັງບໍ່ໄດ້ພິສູດຢ່າງຄັກແນ່. ຖ້າຫາກມີການອັບເດດແນວໃດກໍລໍຖ້າຕິດຕາມຕໍ່ໄປ.

ທີ່ມາ:

ພາບ: The Guardian, bbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/