ຄັ້ງທຳອິດທີ່ Olympics ມອບຫຼຽນຄຳໃຫ້ນັກກິລາຮ່ວມກັນ! ເໝາະສົມແລ້ວທີ່ໄດ້ຫຼຽນທັງສອງຄົນ


ເວົ້າໄດ້ເລີຍວ່າເປັນຫຼາຍປີທີ່ບໍ່ໄດ້ເຫັນນັກກິລາທີ່ແຂ່ງ Olympics ໃນກິລາແລ່ນ ທີ່ຕາມກົດຕ້ອງມີຜູ້ຊະນະພຽງໜຶ່ງດຽວທີ່ໄດ້ຫຼຽນຄຳ, ແຕ່ສຳລັບສອງຄົນນີ້ ແລະ ໃນປີນີ້ ມີນະໂຍບາຍທີ່ສາມາດໄດ້ຫຼຽນຄຳທັງສອງຄົນ ພ້ອມກັບມີເຫດຜົນອື່ນໆມາກ່ຽວຂ້ອງນຳພ້ອມ.

ການແຂ່ງກິລາແລ່ນ-ລານຊາຍ ປະເພດເຕັ້ນສູງ (High Jump) ເຊິ່ງໃນການແຂ່ງຂັນນັກກິລາຈາກກາຕ້າ ເຕັ້ນສູງເທົ່າກັນກັບນັກກິລາອິຕາລີ ດ້ວຍຄວາມສູງ 2.37 ແມັດ. ເຊິ່ງຈຳເປັນຕ້ອງໄດ້ຕັດສິນທັງສອງຄົນດ້ວຍຄວາມສູງເພີ່ມຂຶ້ນເປັນ 2.39 ແມັດ, ທັງສອງຄົນເຕັ້ນແນວໃດກໍບໍ່ຜ່ານ ທາງກຳມະການຈຶ່ງໃຫ້ທັງສອງຄົນນັ້ນ ປຶກສາລົມກັນ ແຕ່ໃນທີ່ສຸດ ທັງສອງກໍໄດ້ຕັດສິນໃຈເອົາຫຼຽນຄຳນຳກັນ.

ໃນກໍລະນີແບບນີ້ ຖືວ່າເປັນສິ່ງທີ່ພິເສດອີກເລື່ອງໜຶ່ງ ເພາະທາງຄະນະກຳມະການເຫັນດີໃນການຕັດສິນຂອງທັງສອງຄົນ ພ້ອມກັບນະໂຍບາຍໃຫ້ໄດ້ຫຼຽນທັງສອງຄົນ, ການໄດ້ຫຼຽນຄຳແບບນີ້ ເຊິ່ງບໍ່ໄດ້ເກີດຂຶ້ນໃນງານມະຫະກຳກິລາ Olympics ມາດົນນານແລ້ວ ແລະ ຄັ້ງນີ້ກໍເປັນຄັ້ງທຳອິດໃນຮອບ 100 ກວ່າປີ ນັບຕັ້ງແຕ່ມີການແຂ່ງຂັນໃນປີ 1912 ທີ່ໄດ້ຫຼຽນຄຳຮ່ວມກັນ.

ທັງສອງເປັນນັກກິລາຕ່າງຊາດທີ່ບໍ່ວ່າເວລາມີການແຂ່ງຂັນໃນລາຍການໃດ ກໍຈະໄດ້ພົບເຫັນກັນຢູ່ສະເໝີ ຈົນກາຍເປັນຄວາມສຳພັນແບບໝູ່ທີ່ດີຕໍ່ກັນ ຊ່ວຍເຫຼືອຮັກແພງກັນຢູ່ຕະຫຼອດ ແລະ ການທີ່ໄດ້ຫຼຽນຄຳນຳກັນທັງສອງ ກໍຍິ່ງເພີ່ມຄວາມສຳພັນທີ່ດີຍິ່ງຂຶ້ນໄປອີກຕື່ມ.

ຂອບໃຈຂໍ້ມູນຈາກ: https://bit.ly/37op4tu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/