ຮູ້ຈັກກັບ ມີນ້າ ສາວນ້ອຍທີ່ມາກັບຄວາມສາມາດຫຼາກຫຼາຍ ເຈົ້າຂອງເພງ “My dear ທີ່ຮັກ”


“ທີ່ຮັກ ຢາກໃຫ້ເຈົ້າໄດ້ຮູ້

When there was me and you

My world was wonderful

ຍັງຈົດຈຳ ຊ່ວງເວລາທີ່ແສນສັ້ນ

ຂອງເຮົານັ້ນໄດ້ສຸກສັນ ກາລະຄັ້ງໜຶ່ງເຮົາເຄີຍຮັກກັນ…”

ປະໂຫຍກທີ່ຂຽນໄປນັ້ນແມ່ນທ່ອນ Chorus ຈາກເພງ My dear (ທີ່ຮັກ) ເຊິ່ງຮ້ອງ ແລະ ແຕ່ງໂດຍ ມີນ້າ ຫຼື Mina-ka ສາວນ້ອຍຜູ້ເຕັມໄປດ້ວຍຄວາມໜ້າຮັກ ທີ່ມາພ້ອມກັບຄວາມສາມາດອັນຫຼາກຫຼາຍບໍ່ວ່າຈະເປັນ ການແຕ້ມຮູບ, ການສະແດງ, ຮ້ອງເພງ ລວມໄປເຖິງການຂຽນເພງເອງ.

ເຮົາລອງມາຮູ້ຈັກກັບ ມີນ້າ ຜ່ານບົດສຳພາດທີ່ສະແດງໃຫ້ເຫັນເຖິງຄວາມໜ້າຮັກ ແລະ ຄວາມສາມາດຕ່າງໆຂອງສາວນ້ອຍຄົນນີ້ກັນເລີຍ.

  1. ໃຫ້ມີນ້າຊ່ວຍແນະນຳຕົນເອງໃຫ້ແຟນເພຈ LaoX ເຮົາໄດ້ຮູ້ຈັກແດ່ເນາະ?
    “ສະບາຍດີ​ ຊື່​ ມີນ້າ ສະຖາພອນ ພຸດສະຫວັດ ອາຍຸ 21ປີ, ປັດຈຸບັດສຶກສາຢູ່ທີ່ Donghua University of Shanghai ຢູ່ຊຽງໄຮ້ປະເທດຈີນ ສາຂາ Digital Media Art – Animation.
    ແຕ່ຍ້ອນໂຄວິດເປັນເຫດ ຕອນນີ້ຈຶ່ງໄດ້ກັບມາຢູ່ລາວ ແລະ ຮຽນ Online ແທນ”
  1. ກ່ອນໜ້າທີ່ຈະມີຜົນງານເພງ My dear (ທີ່ຮັກ) ມີນ້າໄດ້ເຮັດຫຍັງມາກ່ອນບໍ?
    “ກ່ອນຈະມາຮອດຜົນງານເພງນີ້ ມີນ້າ ເປັນທັງນັກຄອສເພ,​ ນັກສະແດງ ແລະ ໄອດໍ້ມາກ່ອນ ໂດຍຜົນງານເດັ່ນໆທີ່ເປັນທີ່ຮູ້ຈັກຫຼາຍສຸດກໍແມ່ນ ຊີຣີ່ເລື່ອງ ຮັກນີ້ສີບົວພາກ2 ແລະກໍວົນວຽນໄປມາຢູ່ໃນວົງການມາກໍຖືວ່າດົນສົມຄວນ”
  1. ຢາກໃຫ້ເລົ່າເຖິງຈຸດເລີ່ມຕົ້ນໃນການມາເປັນນັກຮ້ອງ?
    “ກ່ອນຈະຕັດສິນໃຈເຂົ້າມາໃນຄ້າຍ Newgen Entertainment ອ້າຍຕ້ອມທີ່ເປັນປະທານກໍຕິດຕໍ່ຫາຫຼາຍເທື່ອ​ ແຕ່ຍ້ອນວ່າຕອນນັ້ນມີນ້າຍັງຮຽນຢູ່ຕ່າງປະເທດເລີຍບໍ່ໄດ້ເຂົ້າເທື່ອ ເພາະຢ້ານຈະເຮັດວຽກເຕັມທີ່ບໍ່ໄດ້. ເພາະການລະບາດຂອງພະຍາດໂຄວິດນີ້ແຫຼະ ເຮັດໃຫ້ມີນ້າໄດ້ຢູ່ລາວດົນຂຶ້ນ ແລະ ກໍເປັນໄລຍະທີ່ກຳລັງເຮັດເພງ My dear (ທີ່ຮັກ) ຢູ່ພໍດີ ແຕ່ເພງກໍບໍ່ສຳເລັດຈັກເທື່ອ. ຈົນມີນ້າໄດ້ເຂົ້າມາຢູ່ໃນຄ້າຍ Newgen Entertainment ໃນທີ່ສຸດຜົນງານເພງຂອງມີນ້າກໍສຳເລັດ. ຕ້ອງຂອບໃຈທາງຄ້າຍ ແລະ ອ້າຍຕ້ອມ ທີ່ຊ່ວຍໃຫ້ເພງ My Dear (ທີ່ຮັກ) ໄດ້ອອກສູ່ສາທາລະນະ”
  1. ເຫັນວ່າເພງນີ້ມີນ້າເປັນຄົນແຕ່ງເອງເລີຍ, ຢາກໃຫ້ເລົ່າເຖິງແຮງບັນດານໃຈໃນການຂຽນເພງນີ້ອອກມາ?
    “ເພງນີ້ເປັນເພງທີ່ມີນ້າແຕ່ງເອງຕັ້ງແຕ່ຕອນທີ່ຍັງຢູ່ຊຽງໄຮ້ ຕອນນັ້ນມີນ້າຢາກຂຽນເພງແນວທີ່ເຮັດໃຫ້ຄົນຟັງງົງ, ເປັນເພງທີ່ຕີຄວາມໝາຍຍາກໆແດ່ ບວກກັບມີນ້າໄດ້ສັງເກດເຫັນຄົນອ້ອມຂ້າງຫຼາຍຄົນທີ່ເລີກກັບຄົນຮັກ ຫຼືຜິດນຳໝູ່ແລ້ວມັກລືມສິ່ງດີໆຕອນທີ່ຫຼິ້ນນຳກັນ, ຢູ່ນຳກັນ ເພາະວ່າຄວາມເສົ້າ ແລະ ຄຽດເຂົ້າມາລຶບມັນໝົດ ມີນ້າເລີຍຂຽນເພງເສົ້າທີ່ໃຫ້ກຳລັງໃຈ ແລະ ເວົ້າເຖິງເລື່ອງນີ້ໂດຍສະເພາະ.​ ເພາະສຳລັບມີນ້າ ເວລາທີ່ຜິດຖຽງນຳຄົນອື່ນ ມັກຈະຊັ່ງຊາສະເໝີວ່າເວລາທີ່ຢູ່ນຳກັນແບບມີຄວາມສຸກ ກັບ ເວລາທີ່ຜິດຖຽງກັນ ຕອນໃດຮູ້ສຶກດີກວ່າກັນ.”
  1. ສຳລັບ ມີນ້າ ຖ້າໃຫ້ເລືອກລະຫວ່າງ ການສະແດງ ແລະ ການເຮັດວຽກຕາມສາຍທີ່ຮຽນມາ ຄິດວ່າຈະເລືອກຫຍັງດີ?
    “ຍອມຮັບວ່າຕອນນີ້ຍັງເຄິ່ງໆກາງໆ ເພາະຍັງຮຽນບໍ່ຈົບ ແຕ່ກໍຍັງຈະເຮັດວຽກໃນວົງການໄປເລື້ອຍໆ ແລະເຮັດວຽກທີ່ເຮົາຮັກໄປນຳ”
  1. ສຸດທ້າຍນີ້ມີນ້າຢາກຝາກຫຍັງເຖິງແຟນເພຈ LaoX ທີ່ກຳລັງອ່ານບົດສຳພາດນີ້ຢູ່ບໍ?
    “ໂດຍ, ມີນ້າກໍຢາກຝາກຜົນງານເພງທຳອິດຂອງມີນ້າ ເພງ​ My dear​ ທີ່ຮັກ​ ເຊິ່ງສາມາດໂຫລດມາຟັງໄດ້ຕາມ Spotify, JOOX ແລະ​ TikTok ໄດ້ເລີຍ ແລະ ຕອນນີ້ກໍມີ Official MV ແລ້ວສາມາດເບິ່ງໄດ້ທາງ YouTube: Newgen Entertainment.
    ຂອບໃຈທຸກຄົນທີ່ຮັບຟັງຜົນງານນ້ອຍໆທີ່ມີນ້າຕັ້ງໃຈສຸດໆ ແລະ ຂໍໃຫ້ຜົນງານເພງ My​ dear​ ທີ່ຮັກ​ ເຂົ້າໄປຢູ່ໃນອ້ອມເອິກອ້ອມໃຈທຸກຄົນເດີ້”

ຮັບຊົມ MV ເພງ My Dear ທີ່ຮັກ – Mina-ka:

ສາມາດຕິດຕາມ ມີນ້າ ໄດ້ທີ່:

Facebook: Minär Phoutsavath

IG: _ _giot_ _

ສຳພາດ ແລະ ຮຽບຮຽງ: ເຊັນໄປ – 27/07/2021.

ຮູບພາບຈາກ: Minär Phoutsavath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/