ກ້າລອງບໍ່ “ແມງສາບອົບແຫ້ງ” ອາຫານກິນຫຼິ້ນທີ່ເຮັດມາຈາກແມງສາບແທ້! ແຊບ! ແຖມມີປະໂຫຍດ


ກາຍເປັນກະແສໃນໂລກອອນໄລນ໌ ເມື່ອຮ້ານແຫ່ງໜຶ່ງໂພສຮູບແມງສາບອົບກອບບັນຈຸໄວ້ໃນຖົງ ເຊິ່ງເປັນອາຫານກິນຫຼິ້ນ ທີ່ເຮັດມາຈາກແມງສາບແທ້. ທາງຮ້ານເອງໄດ້ລະບຸວ່າ ແມງສາບມີປະໂຫຍດຫຼາຍຢ່າງ ທັງໂປຣຕີນຫຼາຍ, ຂາ ແລະ ປີກຂອງມັນມີສານທີ່ຊ່ວຍໃຫ້ເລືອດລົມໄຫຼວຽນດີ ແລະ ລະບົບການຍ່ອຍທີ່ດີ.

ແມງສາບ ຖືເປັນແຫຼ່ງໂປຣຕີນທີ່ດີ ຖ້າຫາກວ່າຖືກລ້ຽງມາດີໃນຟາມລ້ຽງທີ່ສະອາດ, ມີມາດຕະຖານ, ກິນແຕ່ອາຫານຈຳພວກໝາກໄມ້, ເຂົ້າສາລີ, ເຂົ້າບາເລ້… ແມງສາບສາມາດກິນໄດ້ບໍ່ຕ່າງກັບແມງໄມ້ຈືນທົ່ວໄປທີ່ນິຍົມກິນ ເພາະແມງສາບເອງກໍເປັນແມງໄມ້ຕະກຸນດຽວກັນກັບແມງດາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/