ນັກວິທະຍາສາດອອສເຕເລຍສາມາດປະດິດ “ໂຊລາເຊວແຜ່ນບາງ” ສາມາດພົກພາ ແລະ ເຂົ້າເຖິງໄດ້ທຸກຄົນ


ທີ່ຜ່ານມາເຮົາອາດຈະເຄີຍເຫັນໂຊລາເຊວທີ່ເປັນແຜ່ນໃຫຍ່ໆຖືກຕິດຕັ້ງໄວ້ຕາມສະຖານທີ່ຕ່າງໆທີ່ສາມາດຮັບແສງໄດ້ສະດວກ, ແຕ່ວ່າຢູ່ປະເທດອອສເຕເລຍ ນັກວິທະຍາສາດໄດ້ຄິດຄົ້ນ “ໂຊລາເຊວແຜ່ນບາງ” ທີ່ພິມອອກມາໄດ້ຄືກັບໜັງສືພິມ ແຖມມີລາຄາທີ່ຖືກນຳອີກພ້ອມ.

ແຜ່ນໂຊລາດັ່ງກ່າວເປັນແຜ່ນແບບໃໝ່ ສາມາດພັບເກັບໄດ້ ແລະ ສາມາດພິມອອກມາແລ້ວໄປຕິດໄວ້ບ່ອນໃດກໍໄດ້. University of Newcastle Centre of Organic Electronics ຜູ້ຜະລິດນະວັດຕະກຳນີ້ກ່າວວ່າ ມັນເປັນການປະຕິວັດການຜະລິດໄຟຟ້າໃນເມືອງເລີຍ.

ແຜ່ນໂຊລານີ້ມີຄວາມໜາ 0.075 ມິນລີແມັດ ສ້າງຂຶ້ນດ້ວຍເທັກໂນໂລຢີການພິມທີ່ໃຊ້ໂພລິເມີອໍແກນິກ ເຮັດໃຫ້ແຜ່ນໂຊລາເຊວອອກມາໃນຮູບແບບຂອງນ້ຳໝຶກ ເວລາທີ່ພິມອອກມາມັນກໍສາມາດຈັບພະລັງງານແສງຕາເວັນແລ້ວປ່ຽນເປັນໄຟຟ້າໄດ້,​ ດັ່ງນັ້ນ ມັນຈຶ່ງຕ່າງຈາກແບບເກົ່າທີ່ເຄີຍໃຊ້ຊິລິຄອນໃນການຊັກນຳໄຟຟ້າ ແລະ ໜັກ 15 ກິໂລຕໍ່ 1 ຕາແມັດ, ລາຄາຢູ່ປະມານ 10 ໂດລາອອສເຕເລຍ ຕໍ່ 1 ຕາແມັດ.

ອາຈານ Paul Dastoor ຈາກ University of Newcastle ກ່າວວ່າ ແຜ່ນໂຊລາເຊວນີ້ ສາມາດພິມແລ້ວນຳໄປຕິດໄວ້ທຸກບ່ອນທີ່ນຳໄປແປງເປັນພະລັງງານໃຫ້ກັບໄຟຫົນທາງ, ໄຟ, ຕັ້ງແຄັ້ມ, ຕຶກ… ທີ່ເປັນທີ່ຢູ່ອາໄສຊົ່ວຄາວຂອງຜູ້ຫຼົບໄພ ແລະຍັງສາມາດເປັນພະລັງງານໃຫ້ກັບລົດໄດ້.

ແຜ່ນແບບໃໝ່ນີ້ ເຮັດຈາກພລາສຕິກ PET ມັນຈະແຂງແຮງ ແລະ ທົນທານໜ້ອຍກວ່າແບບເກົ່າ ແຖມຍັງມີອາຍຸທີ່ສັ້ນກວ່າ. ແບບເກົ່າມີອາຍຸ 20 ປີ ແຕ່ແບບໃໝ່ມີອາຍຸ 2 ປີ, ນັກວິໄຈເອງກໍກຳລັງຄິດຄົ້ນຫາວິທີທີ່ຈະນຳເອົາແຜ່ນໂຊລາທີ່ເປັນພລາສຕິກ PET ກັບມາຣີໄຊເຄິນຕໍ່ໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:

https://bit.ly/3tJ35bc

https://bit.ly/3ke0h2E