ໂຄງການແຊມາອຶນ ສ. ເກົາຫຼີ ສ້າງເຮືອນຮົ່ມປູກຜັກອິນຊີ ຈໍານວນ 18 ຫຼັງໃຫ້ບ້ານນາແຖ ເມືອງໄຊທານີ


ບ້ານນາແຖ ໄດ້ຮັບການຊ່ວຍເຫຼືອຈາກໂຄງການແຊມາອຶນຂອງ ສ. ເກົາຫຼີ ປະຈໍາລາວ ພ້ອມກັບສິ່ງອໍານວຍຄວາມສະດວກອື່ນໆ ມູນຄ່າເຖິງ 30,000 ໂດລາສະຫະລັດ, ເພື່ອເປັນການສ້າງບາດກ້າວໜຶ່ງໃຫ້ຊາວກະສິກໍາ ສ້າງອາຊີບ, ສ້າງສິນຄ້າ ໃຫ້ກາຍເປັນຕົວແບບທີ່ມີເຕັກນິກທີ່ທັນສະໄໝ.

ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໄດ້ປະຕິບັດຕາມສູນໂຄງການແຊມາອຶນ (Saemaul Undong) ໂດຍການສົມທົບກັບຫ້ອງການປະສານງານໂຄງການພັດທະນາບ້ານແບບໃໝ່, ໂຄງການແຊມາອຶນ ປະຈໍາລາວ ກັບພະແນກອຸດສາຫະກໍາປ່າໄມ້ນະຄອນຫຼວງວຽງຈັນ ແລະ ເມືອງໄຊທານີ.

ໃນນັ້ນໄດ້ສ້າງເຮືອນຮົ່ມຈໍານວນ 18 ຫຼັງ, ເຈາະນໍ້າບາດານ 2 ບໍ່, ພ້ອມໂປ່ມດູດນ້ຳ 2 ເຄື່ອງ, ດຶງສາຍໄຟຟ້າເຂົ້າສວນ ອ້ອມຮົ້ວສວນ, ຖັງເກັບນ້ຳ 2 ຖັງ ບັນຈຸ 4,000 ລິດ, ສະໜອງແນວພັນ ແລະ ຝຸ່ນຄອກ, ຝຸຍໃສ່ນ້ຳ 18 ໜ່ວຍ ແລະ ບົວຫົດຜັກ ລວມມູນຄ່າທັງໝົດໃນການຊ່ວຍເຫຼືອ 30,000 ໂດລາສາຫະລັດ.

ໄລຍະຜ່ານມາ ໂຄງການດັ່ງກ່າວໄດ້ໃຫ້ການຊ່ວຍເຫຼືອຫຼາຍບ້ານ ຂອງເມືອງໄຊທານີ, ທັງນີ້ກໍສ້າງເພື່ອໃຫ້ເປັນສິນຄ້າ ດ້ວຍຮູບແບບທີ່ມີເຕັກນິກທີ່ທັນສະໄໝ ເພື່ອສ້າງອາຊີບ, ສ້າງລາຍຮັບໃຫ້ແກ່ປະຊາຊົນ. ເຊິ່ງໂຄງການນີ້ ແມ່ນແຜນຍຸດທະສາດຂອງນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນແຜນກະສິກໍາປ່າໄມ້ແຕ່ປີ 2021-2025.

ເວົ້າລວມແລ້ວກໍເປັນອີກໂຄງການໜຶ່ງທີ່ສໍາຄັນຕໍ່ກັບປະເທດຊາດບ້ານເມືອງລາວເຮົາ ທີ່ຈະພັດທະນາກະສິກໍາໄປເທື່ອລະກ້າວ.

ຂອບໃຈຂໍ້ມູນຈາກ:

https://fb.watch/3TaWFf30_R/