ນັກວິທະຍາສາດກັງວົນ! ພົບເຫັນວານເພັດຊະຄາດ ເປັນໂຣກຜິວໜັງເກືອບທຸກໂຕ ຄາດວ່າເປັນຜົນຈາກການກະທຳຂອງມະນຸດ ແລະ ສານເຄມີ


ນັກວິທະຍາສາດໄດ້ດໍາເນີນການຄົ້ນຄວ້າກ່ຽວກັບ ປະຊາກອນຂອງວານເພັດຊະຄາດ ຫຼື Orca ຢູ່ນອກຊາຍຝັ່ງຕາເວັນຕົກສຽງເໜືອຂອງມະຫາສະໝຸດປາຊີຟິກຂອງແຄນາດາ ແລະ ສະຫະລັດທີ່ກຳລັງປະເຊີນກັບພະຍາດຜິວໜັງເປັນຈໍານວນຫຼາຍເຖິງ 99% ຂອງຈໍານວນທີ່ໄດ້ສຶກສາມາທັງໝົດ.

ໂດຍນັກວິທະຍາສາດໄດ້ສຶກສາ ແລະ ຕິດຕາມວານເພັດຊະຄາດຈາກສູນວິໄຈວານຕັ້ງແຕ່ປີ 1976 ດ້ວຍການປະເມີນສຸຂະພາບຈາກຮູບຖ່າຍເກືອບ 20.000 ຮູບ. ໃນຮູບຖ່າຍຄັ້ງຫຼ້າສຸດພົບວ່າມີຮອຍແຜ ແລະ ແຜເປັນລວມເຖິງຈຸດດຳເທິງໂຕຂອງວານ.

Dr.Joseph K Gaydos, ນັກສັດຕະວະແພດທີ່ມະຫາວິທະຍາໄລຄາລິຟໍເນຍກ່າວວ່າ ແຜເປັນ ແລະ ຈຸດດຳເທິງໂຕວານນັ້ນໄດ້ມີການເພີ່ມຂຶ້ນຫຼາຍ ເຖິງແມ່ນວ່າຈະບໍ່ທັນຮູ້ສາເຫດທີ່ຊັດເຈນ ແຕ່ເປັນໄປໄດ້ວ່າໂຣກຜິວໜັງທີ່ເກີດຂຶ້ນເທິງໂຕວານນັ້ນມາຈາກກິດຈະກຳຕ່າງໆຂອງມະນຸດເຊັ່ນ: ນໍ້າທະເລທີ່ຮ້ອນຂຶ້ນ, ເຊື້ອໄວຣັສກາຍພັນ, ມົນລະພິດທາງເຄມີ ຫຼື ​ແມ່ນ​ແຕ່​ການ​ຂາດ​ແຄນ​ສະ​ບຽງ​ອາ​ຫານ​ເນື່ອງ​ຈາກ​ການ​ຫາ​ປາ​ຫຼາຍ​ເກີນ​ໄປ​ຂອງ​ມະ​ນຸດ, ສົ່ງ​ຜົນ​ໃຫ້​ສານ​ອາ​ຫານ​ບໍ່​ພຽງ​ພໍ​ເພື່ອ​ເສີມ​ສ້າງ​ຮ່າງ​ກາຍ ​ແລະ ​ພູມ​ຕ້ານ​ທານໃຫ້ແຂງແຮງ.

ສິ່ງນີ້ສ້າງຄວາມກັງວົນໃຫ້ແກ່ນັກວິທະຍາສາດ ເນື່ອງຈາກວ່າ Orca ເປັນສາຍພັນຍ່ອຍທີ່ເຫຼືອບໍ່ຮອດ 75 ໂຕກຳລັງຕົກຢູ່ໃນອັນຕະລາຍ. ໂດຍປົກກະຕິພວກມັນສາມາດມີອາຍຸໄດ້ເຖິງ 90 – 100 ປີ ແຕ່ຈາກລາຍງານຫຼ້າສຸດ ລູກທີ່ເກີດໃໝ່ຂອງວານມັກຈະຕາຍພາຍໃນ 3 ປີ ຈາກການຂາດອາຫານ.

ເນື່ອງຈາກ Orca ຢູ່ເທິງສຸດຂອງລະບົບຕ່ອງໂສ້ອາຫານ, ນີ້ໝາຍຄວາມວ່າພວກມັນຈະຕ້ອງກິນປາທີ່ສະສົມມົນລະພິດມາເລື້ອຍໆ ໂດຍປາທີ່ພວກມັນກິນນັ້ນກໍຈະມີພຽງປາແຊລມອນຢ່າງດຽວ ເຮັດໃຫ້ພວກມັນສ່ຽງຕໍ່ມົນລະພິດຫຼາຍຂຶ້ນ ແລະ ຍັງມີມະນຸດທີ່ຍາດເອົາອາຫານຂອງມັນໄປ.

ໃນທ້າຍທີ່ສຸດ, ພວກມັນອາດໄດ້ຮັບຜົນກະທົບຢ່າງໜັກຈາກສະພາບແວດລ້ອມທາງທະເລທີ່ບໍ່ເໝາະສົມ, ເຮັດໃຫ້ລະບົບພູມຕ້ານທານຂອງພວກມັນອ່ອນແອຈົນບໍ່ສາມາດຜະລິດລູກຫຼານທີ່ມີສຸຂະພາບດີທີ່ສາມາດຢູ່ລອດໄດ້ເກີນ 20 ປີ.

ທີ່ມາ:

https://cutt.ly/ZwuZgWXI

https://cutt.ly/WwuZfgYE

https://cutt.ly/RwuZfzpK

https://cutt.ly/0wuZfQav

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/