ນັກລົງທຶນຈີນຫັນມາລົງທຶນໃນ Bitcoin, ຫຼັງຈາກທີ່ຕະຫຼາດຮຸ້ນຈີນຢູ່ໃນໄລຍະຂາລົງ


ໃນ​ຂະ​ນະທີ່ຕະ​ຫຼາດ​ຮຸ້ນ​ຈີນກຳລັງ​ປະ​ເຊີນ​ກັບ​ພາວະ​ຫຼຸດ​ລົງ ເທຣນການລົງທຶນໃໝ່ກໍໄດ້ຖືກຳເນີດຂຶ້ນໃນບັນດານັກເທຣດ, ເຊິ່ງ Bitcoin ແລະ ຫຼຽນ crypto ອື່ນໆກຳລັງໄດ້ຮັບຄວາມນິຍົມເພິ່ມຂຶ້ນໃນຖານະເປັນແຫຼ່ງການລົງທຶນທາງເລືອກທີ່ໃຫ້ຄວາມໝັ້ນຄົງໃນໄລຍະເວລາທີ່ເສດຖະກິດບໍ່ແນ່ນອນ.

ໂດຍການປ່ຽນແປງໃນຄັ້ງນີ້ ເກີດຂຶ້ນທ່າມກາງຂໍ້ຫ້າມທີ່ເຂັ້ມງວດຂອງລັດຖະບານຈີນໃນການຊື້ຂາຍ ແລະ ການຂຸດຫຼຽນ crypto, ເຊິ່ງການປ່ຽນແປງເຫຼົ່ານີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມສາມາດໃນການປັບຕົວຂອງນັກລົງທຶນຊາວຈີນ.

Dylan Run ຜູ້ບໍລິຫານຂະແໜງການເງິນໃນ Shanghai ໄດ້ກາຍເປັນຕົວຢ່າງທີ່ຊັດເຈນຂອງເທຣນທີ່ເກີດຂຶ້ນໃນຄັ້ງນີ້. ໃນຕົ້ນປີ 2023, ທ່າມກາງສັນຍານຂອງເສດຖະກິດຈີນທີ່ຊຸດໂຊມລົງ, Dylan Run ເລີ່ມທີ່ຈະກະຈາຍຄວາມສ່ຽງໃນການລົງທຶນໃນ crypto. ເຖິງແມ່ນວ່າຈະມີການຫ້າມການຊື້ຂາຍ crypto ແລະ ຂຸດຫຼຽນ crypto ໃນປະເທດຈີນນັບຕັ້ງແຕ່ 2021.

Dylan Run ໄດ້ລະເມີດກົດລະບຽບໂດຍໃຊ້ບັດທະນາຄານຈາກທະນາຄານການຄ້າຂະໜາດນ້ອຍໃນຊົນນະບົດ ແລະ ເຮັດທຸລະກໍາໃນຕະຫຼາດມືດ. ໂດຍກົນລະຍຸດຂອງລາວແມ່ນ ຈະຈຳກັດການຊື້ແຕ່ລະຄັ້ງຖືກໄວ້ຢູ່ທີ່ 6,978 ໂດລາ ເພື່ອຫຼີກເວັ້ນການກວດພົບໂດຍອົງການຂອງລັດຖະບານຈີນ. ໃນປັດຈຸບັນລາວມີ crypto ທີ່ຖືຄອງຄິດເປັນມູນຄ່າປະມານ 141,024 ໂດລາ ຫຼື ຄິດເປັນເຄິ່ງໜຶ່ງຂອງຫຼັກຊັບການລົງທຶນທັງໝົດຂອງລາວ.

ເມື່ອທຽບກັບຕະຫຼາດຮຸ້ນຈີນທີ່ຫຼຸດລົງ, ການລົງທຶນໃນ Crypto ຂອງ Dylan Run ໄດ້ມີການເພີ່ມຂຶ້ນເຖິງ 45%, Dylan Run ເວົ້າວ່າ “Bitcoin ແມ່ນບ່ອນຫຼົບໄພ ຄ້າຍຄືກັນກັບຄຳ”

Dylan Run ບໍ່ແມ່ນນັກລົງທຶນຄົນດຽວທີ່ຫັນໄປລົງທຶນໃນ crypto. ແຕ່ນັກລົງທຶນຈີນຫຼາຍຄົນກໍາລັງຊອກຫາວິທີການທີ່ສ້າງສັນໃນການລົງທຶນໃນ crypto, ໂດຍເບິ່ງວ່າມັນມີຄວາມໝັ້ນຄົງຫຼາຍກວ່າຕະຫຼາດຮຸ້ນ ແລະ ອະສັງຫາລິມະຊັບທີ່ພາຍໃນປະເທດທີ່ມີຄວາມຜັນຜວນ.

Charlie Wong ນັກວິເຄາະການລົງທຶນດ້ານການຊື້-ຂາຍ ກໍໄດ້ກາຍເປັນອີກຄົນທີ່ຫັນມາໃຊ້ແພລັດຟອມ Hashkey Exchange ໃນຮ່ອງກົງເພື່ອຊື້ຂາຍ Bitcoin. ໂດຍ Charlie Wong ກ່າວວ່າ “ມັນ​ເປັນ​ການ​ຍາກ​ຫຼາຍ​ທີ່​ຈະ​ຊອກ​ຫາ​​ໂອ​ກາດຈາກ​ການ​ລົງ​ທຶນ​ໃນ​ແບບດັ້ງເດີມ. ຮຸ້ນຂອງຈີນ ແລະ ຊັບສິນອື່ນໆກໍມີຜົນປະກອບການບໍ່ຄ່ອຍຈະດີເທົ່າໃດ, ອີກທັງສະພາບ​ແວດ​ລ້ອມ​ດ້ານ​ເສດຖະກິດ​ກໍກຳລັງປະເຊີນກັບ​ການ​ປ່ຽນ​ແປງ​ທີ່​ສຳຄັນ”

ການເຄື່ອນໄຫວເຫຼົ່ານີ້ໄດ້ສະທ້ອນໃຫ້ເຫັນເຖິງທ່າອ່ຽງທີ່ນິຍົມກັນຢ່າງກວ້າງຂວາງໃນກຸ່ມຂອງນັກລົງທຶນຈີນ ທີ່ກໍາລັງຊອກຫາທາງເລືອກການລົງທຶນອື່ນໆ ທ່າມກາງຄວາມເຄັ່ງຕຶງຂອງຕະຫຼາດການລົງທຶນພາຍໃນປະເທດ

ເຖິງແມ່ນວ່າລັດຖະບານຈີນໄດ້ຫ້າມການຊື້ຂາຍ crypto ແຕ່ແພລັດຟອມການຊື້ຂາຍເຊັ່ນ: OKX ແລະ Binance ຍັງຄົງສືບຕໍ່ໃຫ້ບໍລິການລູກຄ້າຂອງຈີນໂດຍຜ່ານຊ່ອງທາງການຊື້ຂາຍແບບນອກຕະຫຼາດ (over-the-counter).

ນອກຈາກນີ້, ວິທີການອື່ນໆເຊັ່ນ: ບັນຊີທະນາຄານຢູ່ຕ່າງປະເທດ ແລະ ຈຸດຢືນທີ່ເປັນມິດຕໍ່ crypto ຮ່ອງກົງຍັງສາມາດຊ່ວຍຫຼີກເວັ້ນການຈໍາກັດເຫຼົ່ານີ້ໄດ້.

ທີ່ມາ:

beincrypto

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/