ລັດຖະບານເກົາຫຼີໃຕ້ເຕືອນ ຢ່າກິນໄມ້ຈິ້ມແຂ້ວຈືນ!


ກະຊວງຄວາມປອດໄພອາຫານ ແລະ ຢາ ຂອງປະເທດເກົາຫຼີໃຕ້ ອອກມາເຕືອນໄພ ຫຼັງເກີດເທຣນໃໝ່ໃນ TikTok ອອກມາເຊີນຊວນໃຫ້ກິນໄມ້ຈິ້ມແຂ້ວຈືນ ເຊິ່ງອາດຈະເຮັດໃຫ້ເກີດອັນຕະລາຍຕໍ່ສຸຂະພາບຢ່າງຮ້າຍແຮງ.

ກາຍເປັນກະແສທົ່ວໂລກ TikTok ຫຼັງຈາກມີ TikToker ທີ່ມັກລົງກ່ຽວກັບການກິນທີ່ແປກຈາກຄົນທົ່ວໄປ ໄດ້ມີການລົງວິດີໂອທີ່ໃຊ້ໄມ້ຈິ້ມແຂ້ວສີຂຽວທີ່ເຮັດມາຈາກແປ້ງມັນຫວານ ຫຼື ແປ້ງສາລີ ນຳໄປຈືນພ້ອມກັບໃສ່ຜົງປຸງຣົດ ແລ້ວກິນຢ່າງແຊບຊ້ອຍປານເຂົ້າໜົມ.

ຫຼ້າສຸດ ທາງກະຊວງຄວາມປອດໄພອາຫານ ແລະ ຢາ ຂອງປະເທດເກົາຫຼີໃຕ້ ກໍໄດ້ອອກມາເຕືອນປະຊາຊົນ ໂດຍລະບຸວ່າ ຍັງບໍ່ມີການກວດສອບວ່າໄມ້ຈິ້ມແຂ້ວສີຂຽວເຫຼົ່ານີ້ສາມາດກິນໄດ້ ແລະ ຂໍຄວາມຮ່ວມມືວ່າຫ້າມຮັບປະທານເພາະອາດຈະເກີດອັນຕະລາຍຕໍ່ສຸຂະພາບໄດ້.

ເຖິງແມ່ນວ່າໄມ້ຈິ້ມແຂ້ວສີຂຽວນີ້ຈະເຮັດມາຈາກແປ້ງມັນຫວານ ຫຼື ແປ້ງສາລີ ກໍຕາມ ແຕ່ຈຸດປະສົງເພື່ອເປັນມິດຕໍ່ສິ່ງແວດລ້ອມ ຫຼຸດການໃຊ້ໄມ້ ແລະ ສາມາດຍ່ອຍສະຫຼາຍໄດ້ທາງຊີວະພາບ ແຕ່ມັນບໍ່ໄດ້ຜະລິດມາເພື່ອຮັບປະທານແຕ່ຢ່າງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/