ຫຼວງພະບາງເກັບລາຍຮັບລື່ນແຜນ 200 ກວ່າຕື້ກີບ


ຜ່ານກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍອາກອນ ປະຈຳແຂວງປີ 2023 ແລະ ຜ່ານແຜນການຈຸດສຸມປີ 2024 ຂອງແຂວງຫຼວງພະບາງໃນວັນທີ 24 ມັງກອນຜ່ານມາ ທ່ານ ຄຳມ່ວນ ຄຳບຸນມີ ຫົວໜ້າສ່ວຍສາອາກອນປະຈຳແຂວງຫຼວງພະບາງໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ເຊິ່ງເປັນປີທີ່ຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດວຽກງານ ແລະ ມີຫຼາຍເຫດການສະພາບເສດຖະກິດມີຜົນກະທົບຕໍ່ການຈັດຕັ້ງປະຕິບັດຄຳສັ່ງເລກທີ 18 ແລະ ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພ້ອມທັງສຸມໃສ່ບັນດາມະຕິຄຳສັ່ງຂອງຂັ້ນເທິງ,​ບັນດາມາດຕະການ ແລະ ແຜນການພັດທະນາຂະແໜງສ່ວຍສາອາກອນ ແຕ່ປີ 2021-2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງໃຫ້ປະກົດຕົວຈິງນັ້ນ, ສ່ວຍສາອາກອນປະຈຳແຂວງຫຼວງພະບາງ ໄດ້ເພີ່ມທະວີຄວາມເປັນເຈົ້າການໃນໜ້າທີ່ການເມືອງ ສ້າງຄວາມເຂັ້ມແຂງແກ່ລະບົບການເງິນແຫ່ງລັດ.

ເຖິງແມ່ນວ່າໄລຍະຜ່ານມາໄດ້ຮັບກະທົບຢ່າງໜັກທາງດ້ານເສດຖະກິດ ໂດຍສະເພາະການຜັນຜວນຂອງອັດຕາແລກປ່ຽນ ແລະ ໄພເງິນເຟີ້ເພີ່ມຂຶ້ນຢ່າງສູງ, ການຂາດເງິນຕາຕ່າງປະເທດໃນດານນຳເຂົ້ານ້ຳມັນເຊື້ອໄຟ ແລະ ສິນຄ້າທີ່ຈຳເປັນ ເພື່ອສະໜອງໃຫ້ແກ່ສັງຄົມບາງໄລຍະບໍ່ພຽງພໍ, ແຕ່ຂະແໜງສ່ວຍສາອາກອນ ກໍໄດ້ສຸມໃສ່ການຈັດຕັ້ງປະຕິບັດວຽກງານຢ່າງໜັກໜ່ວງ ແລະ ດ້ວຍຄວາມຮັບຜິດຊອບສູງ, ຈຶ່ງເຮັດໃຫ້ການສູ້ຊົນເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ບັນລຸຕາມແຜນການປີ 2023 ເຫັນໄດ້ວ່າລາຍຮັບຮອດວັນທີ 31 ທັນວາ 2023 ສາມາດເກັບລາຍຮັບໄດ້ທັງໝັດ 694,33 ຕື້ກີບ ເທົ່າກັບ 109,56% ຂອງແຜນປີເພີ່ມຂຶ້ນ 67,24% ເປັນເງິນ 279,16 ຕື້ກີບ.

ໃນນັ້ນ: ລາຍຮັບສ່ວຍສາອາກອນ ສາມາດເກັບໄດ້ 570,62 ຕື້ກີບ ເທົ່າກັບ 117,30% ເປັນເງິນ 84,17 ຕື້ກີບ ລື່ນແຜນ 51,21% ເປັນເງິນ 193,251 ຕື້ກີບ;​ລາຍຮັບຊັບສິນເກັບໄດ້:​ 123,71 ຕື້ກີບ ເທົ່າກັບ 250,11% ເປັນເງິນ 74,25 ຕື້ກີບ, ທຽບໄລຍະດຽວກັນຂອງປີຜ່ານມາລື່ນ 237,23% ເປັນເງິນ 85,90 ຕື້ກີບ.

ການເກັບລາຍຮັບປະຈຳປີ 2023 ສາມາດໄດ້ຜົນສຳເລັດຫຼາຍດ້ານຄຽງຄູ່ກັບຜົນສຳເລັດ ທີ່ໄດ້ຈັດຕັ້ງປະຕິບັດໃນປີຜ່ານມານີ້ ເຫັນວ່າຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຄະນະນຳຂອງຂະແໜງສ່ວຍອາກອນປະຈຳແຂວງ, ບັນດາເມືອງ ແລະ ນະຄອນ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນເກັບລາຍຮັບອາກອນໃຫ້ບັນລຸຕາມແຜນການປີ 2024 ທີ່ໄດ້ວາງໄວ້ ໂດຍຕິດພັນກັບການເກັບລາຍຮັບເຂົ້າງົບປະມານຂອງແຂວງ ເພື່ອແນໃສ່ເຮັດໃຫ້ແຂວງຫຼວງພະບາງ ສາມາດກຸ້ມຕົນເອງດ້ານງົບປະມານຢ່າງແຂງແຮງ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/