ໝີ່ກ່ອງທຳນາຍດວງ ຈະໂຊກດີ ຫຼື ໂຊກຮ້າຍ ໃຫ້ໝີ່ກ່ອງທຳນາຍກັນ!


ເປັນກະແສໄປທົ່ວໂລກອອນລາຍ ເມື່ອໝີ່ກ່ອງຈາກປະເທດຍີ່ປຸ່ນໄດ້ອອກຜະລິດຕະພັນໃໝ່ນັ້ນກໍຄື ໝີ່ກ່ອງທຳນາຍດວງ ພຽງແຕ່ລວກເສັ້ນໃຫ້ສຸກກໍສາມາດລຸ້ນການທຳນາຍດວງໄດ້ ວ່າຈະໂຊກດີ ຫຼື ໂຊກຮ້າຍ ທັງອີ່ມທ້ອງທັງໄດ້ລຸ້ນດວງຊະຕາ ແບບບໍ່ຕ້ອງໄປຫາໝໍດູ.

ໝີ່ກ່ອງ ອາຫານສຳເລັດຮູບທີ່ເປັນອາຫານຍອດຮິດຂອງຫຼາຍຄົນ ປັດຈຸບັນພັດທະນາເລື່ອງຣົດຊາດໄປໄກ ແຕ່ປະເທດຍີ່ປຸ່ນພັດທະນາໄປກວ່ານັ້ນດ້ວຍການເຮັດ ໝີ່ກ່ອງທຳນາຍດວງ ໂດຍການໃຫ້ຜູ້ຮັບປະທານລຸ້ນວ່າຕອນຕົ້ມເສັ້ນ ແລ້ວເທນ້ຳອອກມາ ເສັ້ນຈະຫຼຸດມາຈາກຮູໃດ.

ໂດຍແບ່ງອອກເປັນ  大吉 ໂຊກດີຫຼາຍ,  中吉 ໂຊກດີປານກາງ,  小吉 ໂຊກດີໜ້ອຍ, 吉 ໂຊກດີ, 半吉 ເຄິ່ງໂຊກດີ,  末吉 ໂຊກດີຕາມຊະຕາກຳ, 末小吉 ໂຊກດີໜ້ອຍໜຶ່ງໃນອະນາຄົດ, 小凶 ໂຊກຮ້າຍໜ້ອຍ, 末凶ໂຊກຮ້າຍຕາມຊະຕາກຳ ແລະ 大凶 ໂຊກຮ້າຍຫຼາຍ ຖືເປັນຄວາມຄິດທີ່ດີ ເພື່ອເພີ່ມການກິນທຳມະດາໃຫ້ມ່ວນຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/