ຕະຫຼາດຮຸ້ນຈີນມີການຟື້ນຕົວຢ່າງຮຸນແຮງ 3 ມື້ຕິດຕໍ່ກັນ ໂດຍໄດ້ຮັບແຮງໜູນຈາກຫຼາຍປັດໄຈ


ຕະຫຼາດຮຸ້ນຂອງຈີນໄດ້ມີການເພີ່ມຂຶ້ນຢ່າງຮຸນແຮງ, ໂດຍດັດຊະນີ Hang Seng ເພີ່ມຂຶ້ນ 7.7% ໃນສາມມື້ທີ່ຜ່ານມາ, ເຊິ່ງຖືວ່າເປັນໄລຍະທີ່ມີການຟື້ນຕົວທີ່ໃຫຍ່ທີ່ສຸດຮອບ 1 ປີ.  ໃນສ່ວນຂອງຮຸ້ນບາງຕົວເຊັ່ນ Alibaba, Tencent, NetEase, Baidu ແລະ JD ກໍໄດ້ມີການປັບຕົວເພີ່ມຂຶ້ນເຊັ່ນກັນ.

ໂດຍເຫດຜົນທີ່ຕະຫຼາດຮຸ້ນຈີນຟື້ນຕົວແມ່ນມາຈາກປັດໄຈຫຼາຍປະການເຊັ່ນ:

  • ທາງການຂອງຈີນກຽມອອກມາດຕະການພິເສດ.  ເພື່ອສະໜັບສະໜູນຕະຫຼາດຮຸ້ນຂອງຈີນ  ດ້ວຍງົບປະມານ 2 ພັນຕື້ກວ່າຢວນ
  • ທະນາຄານກາງຈີນໄດ້ມີສ່ວນຊ່ວຍໃນການ ກະຕຸ້ນເສດຖະກິດ  ໂດຍການປັບຫຼຸດອັດຕາສ່ວນເງິນສໍາຮອງຂັ້ນຕ່ຳ (RRR) ສໍາລັບທະນາຄານການຄ້າໃນປະເທດຈີນລົງອີກຄັ້ງໃນເດືອນໜ້າ.
  • ນັກທຸລະກິດ ແລະ ນັກລົງທຶນທີ່ມີຊື່ສຽງເຂົ້າຊື້ຮຸ້ນຈີນໃນເວລາທີ່ຕະຫຼາດຈະຫຼຸດລົງ

ແນວໃດກໍດີ, ການເພີ່ມຂຶ້ນຂອງຕະຫຼາດຮຸ້ນໃນ 3 ມຶ້ນີ້ບໍ່ສາມາດປຽບທຽບໄດ້ກັບຮຸ້ນຂອງຈີນທີ່ຫຼຸດລົງມາໃນຕະຫຼອດ 3 ປີຜ່ານມາໄດ້. ດັ່ງນັ້ນ, ລາຄາຮຸ້ນຂອງຈີນໃນຈຸດນີ້ຍັງຢູ່ໃນລະດັບທີ່ຕໍ່າຫຼາຍເມື່ອທຽບກັບອະດີດ ແລະ ບໍ່ມີຫຍັງຮັບປະກັນວ່າຕະຫຼາດຮຸ້ນຂອງຈີນຈະບໍ່ຫຼຸດລົງຫຼັງຈາກທີ່ເພີ່ມຂຶ້ນຢ່າງຮຸນແຮງ. ເນື່ອງຈາກວ່າຕະຫຼາດຮຸ້ນຂອງຈີນຍັງຕ້ອງປະເຊີນກັບປັດໄຈໃນແງ່ລົບຫຼາຍປະການເຊັ່ນ: ເສດຖະກິດ​ຈີນ​ຊ້າ​ລົງ, ລັດຖະບານ​ຈີນ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍຢ່າງເຂັ້ມງວດໃນ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ ແລະ ສົງຄາມຣັດເຊຍ – ຢູເຄຣນທີ່ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ​ໂລກ.

ເພາະສະນັ້ນ, ພວກເຮົາຈະຕ້ອງຕິດຕາມເບິ່ງຕໍ່ໄປວ່າ ການເພີ່ມຂຶ້ນໃນຄັ້ງນີ້ຈະເປັນການຟື້ນຄືນກັບມາຢ່າງຍິ່ງໃຫຍ່ ຫຼື ເປັນພຽງການເພີ່ມຂຶ້ນພຽງຊົ່ວຄາວ ແລະ ບໍ່ຄວນຟ້າວທີ່ຈະລົງທຶນ ເນື່ອງຈາກວ່າຍັງມີຄວາມສ່ຽງສູງທີ່ຕະຫຼາດຮຸ້ນຂອງຈີນຈະຫຼຸດລົງອີກເທື່ອໜຶ່ງ.

ທີ່ມາ:

facebook

bnnbloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/