ເສດຖະກິດອາຊຽນ ຄ່ອຍໆຟື້ນຕົວ ຫຼັງໄດ້ແຮງໜູນຈາກການທ່ອງທ່ຽວ


ການທ່ອງທ່ຽວ ຖືເປັນອີກໜຶ່ງອຸດສາຫະກຳທີ່ສຳຄັນ ໃນພາກພື້ນ ອາຊຽນ ການທ່ອງທ່ຽວຮູບແບບອະນຸລັກ, ສຸມໃສ່ສົ່ງເສີມ ດ້ານທັດສະນີຍະພາບ ແລະ ທ່ອງທ່ຽວແບບມີສ່ວນຮ່ວມ ຂອງທຸກພາກສ່ວນຢ່າງຍືນຍົງ ເຊິ່ງເປັນແຮງໜູນອັນສຳຄັນ ໃນການຂັບເຄື່ອນເສດຖະກິດບັນດາປະເທດໃນພາກພື້ນອາຊຽນ.

ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຂອງ ສປປ ລາວ, ທັງເປັນ ຫົວຫນ້າເຈົ້າໜ້າທີ່ອາວຸໂສທ່ອງທ່ຽວ ສປປ ລາວ ໄດ້ລາຍງານວ່າ: ໃນປີ 2023 ສະເພາະນັກທ່ອງທ່ຽວສາກົນທີ່ເຂົ້າມາ ສປປ ລາວ ແມ່ນມີຈໍານວນເພີ່ມຂຶ້ນຫຼາຍກວ່າ 160% ຫຼື ປະມານ 2 ລ້ານກວ່າຄົນ ເມື່ອທຽບກັບໄລຍະດຽວ ກັນຂອງປີຜ່ານມາ ແລະ ເຊື່ອໝັ້ນວ່າ ການເປີດປີທ່ອງທ່ຽວ 2024 ນີ້ ຈະເຮັດໃຫ້ຕົວເລກນັກທ່ອງທ່ຽວສາກົນ ເຂົ້າມາລາວເພີ່ມຂຶ້ນອີກຫຼາຍເທົ່າຕົວແນ່ນອນ.

ທ່ານ ຫົວໜ້າກົມໂຄສະນາ ຍັງບອກອີກວ່າ: ໃນໂອກາດກອງປະຊຸມທ່ອງທ່ຽວອາຊຽນ 2024 ທີ່ດໍາເນີນໃນປັດຈຸບັນນີ້ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3 ຄື: ສປຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຍັງໄດ້ເຫັນດີທີ່ຈະສືບຕໍ່ປະຕິບັດກິດຈະກໍາໃນແຜນງານ ຮ່ວມມືໃນຕໍ່ໜ້າ ເພື່ອແນໃສ່ສົ່ງເສີມການທ່ອງທ່ຽວ ລະຫວ່າງພາກພື້ນອາຊຽນກັບ 3 ປະເທດ ໃຫ້ມີໝາກຜົນທີ່ດີຍຶ່ງຂຶ້ນ, ໂດຍສະເພາະແມ່ນການສົ່ງເສີມການຂະຫຍາຍຕະຫຼາດການທ່ອງທ່ຽວ ຈາກ 3 ປະເທດ ທີ່ມີທ່າແຮງຫຼາຍດ້ານ ຕໍ່ການ ທ່ອງທ່ຽວອາຊຽນ. ຂະນະດຽວກັນ ກໍຈະຊຸກຍູ້ນັກທ່ອງທ່ຽວ ຈາກອາຊຽນເດີນທາງໄປທ່ຽວໃນ 3 ປະເທດ ໃຫ້ນັບມື້ຫຼາຍຂຶ້ນ, ເຊິ່ງທັງໝົດນີ້ ໄດ້ຢັ້ງຢືນໃຫ້ເຫັນການຮ່ວມມື ອັນດີລະຫວ່າງພາກລັດຖະບານ, ພາກເອກະຊົນ ແລະ ປະຊາຊົນຂອງບັນດາປະເທດອາຊຽນ+3 ໄດ້ສືບຕໍ່ມີບັນຍາກາດທີ່ດີຂຶ້ນ, ອັນສໍາຄັນການທ່ອງທ່ຽວ ໄດ້ຊ່ວຍກະຕຸ້ນເສດຖະກິດທັງທາງກົງ ແລະ ທາງອ້ອມຂອງແຕ່ລະປະເທດໃຫ້ມີການເຕີບໃຫຍ່.

ການເລັ່ງພັດທະນາລະບົບຄົມມະນາຄົມໃຫ້ມີຄຸນະພາບ ດ້ວຍການເຊື່ອມໂຍງກັບອາຊຽນ, ຂົງເຂດພາກພື້ນ ແລະ ສາກົນໃຫ້ກາຍເປັນເງື່ອນໄຂ ແລະ ໂອກາດໃຫ້ຜູ້ຄົນສາມາດ ເດີນທາງໄປມາຫາສູ່ເຊິ່ງກັນ ແລະ ກັນຫຼາຍຂຶ້ນ ເຊິ່ງເປັນບູລິມະສິດ ແລະ ປັດໄຈໜຶ່ງທີ່ສໍາຄັນສໍາລັບອາຊຽນ ໂດຍສະເພາະນັກທ່ອງທ່ຽວຈາກອາຊຽນ, ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ປະເທດເພື່ອນມິດສາກົນອື່ນໆ.

https://kpl.gov.la/detail.aspx?id=79945&fbclid=IwAR0_gFFI8U_nlZoqtuM-crWNwDS63Tx3BSkHMvhdUqSg0rMXSZ5TYm555LI

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/