ທໍ່ດັງບໍ່ໄດ້ອີກແລ້ວ! ປາຣີສເລີ່ມຕິດຕັ້ງເຣດ້າຈັບສຽງດັງ ເພື່ອກວດສອບລົດໃຫຍ່ແລະລົດຈັກທີ່ສົ່ງສຽງດັງເກີນກຳນົດ


ປາຣີສຂຶ້ນຊື່ວ່າເປັນເມືອງໜຶ່ງທີ່ມີສຽງດັງທີ່ສຸດໃນຢູໂຣບ ຈາກການສົ່ງສຽງດັງເກີນໄປຂອງພາຫະນະເທິງຖະໜົນ ເຊິ່ງມັນເຮັດໃຫ້ເກີດມົນລະພິດທາງສຽງ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາກອນ. ດ້ວຍເຫດນີ້ເຮັດໃຫ້ປາຣີສເລີ່ມນຳໃຊ້ແລະຕິດຕັ້ງເທັກໂນໂລຢີ ເຣດ້າຈັບສຽງດັງ ເພື່ອກວດສອບພາຫະນະເທິງຖະໜົນທີ່ສົ່ງສຽງດັງເກີນກຳນົດ.

ໂດຍເຣດ້າກວດຈັບສຽງ (noise radar ຫຼື radar sonore ໃນພາສາຝຣັ່ງ) ໄດ້ຖືກຕິດຕັ້ງ ແລະ ເປີດໃຊ້ງານ ເຊິ່ງມັນເປັນເຄື່ອງທຳອິດ ທີ່ຈະສາມາດກວດສອບຍານພາຫະນະທີ່ສົ່ງສຽງເກີນກຳນົດ ແລະ ຍັງລະບຸເລກທະບຽນລົດໄດ້ອີກພ້ອມ ເພື່ອທີ່ຈະສາມາດເອີ້ນຄ່າປັບໃໝໃນອະນາຄົດໄດ້.

ເຣດ້າຈັບສຽງດັງຖືກຕິດຕັ້ງເປັນບ່ອນທຳອິດເທິງເສົາໄຟໃນເຂດທີ 20 ຂອງປາຣີສ ແລະ ຈະຖືກນຳມາໃຊ້ແທ້ໃນໄລຍະເດືອນຕໍ່ໄປ ເພື່ອທົດສອບວ່າເຣດ້າສາມາດລະບຸເລກທະບຽນລົດໄດ້ຢ່າງຖືກຕ້ອງຫຼືບໍ່ ແຕ່ຈະຍັງບໍ່ມີການເອີ້ນຄ່າປັບໃໝ.

ໂດຍເມືອງປາຣີສວາງແຜນຈະເອີ້ນຄ່າປັບໃໝແທ້ໆໃນໄລຍະຕົ້ນປີ 2023 ຂະນະດຽວກັນກໍໄດ້ມີການຕິດອຸປະກອນດັ່ງກ່າວໃນຈຸດອື່ນໆ ເຊັ່ນ: ເຂດທີ 17 ຂອງປາຣີສ ແລະ ຈະມີການຕິດຕັ້ງເຣດ້າຈັບສຽງດັງໃນເມືອງອື່ນໆ ຂອງຝຣັ່ງເພື່ອຂະຫຍາຍຜົນຕໍ່ໄປ.

ຈາກສະຖິຕິພົບວ່າປາຣີສເປັນເມືອງໜຶ່ງທີ່ມີສຽງດັງຫຼາຍທີ່ສຸດໃນຢູໂຣບ “ແຕ່ມີບັນຫາຄືຕຳຫຼວດມີຢ່າງອື່ນໃຫ້ເຮັດ ເຊິ່ງບໍ່ສາມາດຈັບລົດທີ່ສົ່ງດັງຢ່າງດຽວໄດ້” – ຈາກຄຳກ່າວຂອງ Fanny Mietlicki ຜູ້ອໍານວຍການຂອງ Bruitparif ອົງກອນທີ່ບຸກເບີກເທັກໂນໂລຢີເຣດ້າຈັບສຽງດັງ.

ທາງຮອງເຈົ້າຄອງນະຄອນປາຣີສ David Belliard ໄດ້ກ່າວວ່າ ການນໍາເທັກໂນໂລຢີນີ້ມານໍາໃຊ້ ກໍເພື່ອຄຸນະພາບຊີວິດຂອງຊາວເມືອງ ແລະ ຍັງໄດ້ການຕິດຕັ້ງເຣດ້າກວດຈັບສຽງເຄື່ອງທຳອິດນີ້ວ່າ “ສຽງທີ່ດັງຫຼາຍເກີນໄປເຮັດໃຫ້ເຈົ້າປ່ວຍໄດ້ ຈຸດປະສົງຂອງເຣດ້າຈັບສຽງ ກໍມີເພື່ອອອກຄ່າປັບໃໝໂດຍອັດຕະໂນມັດໃຫ້ກັບລົດທີ່ສົ່ງສຽງດັງຫຼາຍເກີນໄປ”

ຈາກຜົນການສຶກສາເມື່ອເດືອນທັນວາປີ 2021 ໂດຍ Money.co.uk ອ້າງອີງຂໍ້ມູນຈາກ European Environment Agency (EEA) ຫຼື ສຳນັກງານສິ່ງແວດລ້ອມແຫ່ງສະຫະພາບຢູໂຣບ ພົບວ່າປາຣີສເປັນເມືອງໜຶ່ງທີ່ມີສຽງດັງທີ່ສຸດແຫ່ງໜຶ່ງຂອງຢູໂຣບ ໂດຍມີປະຊາກອນຫຼາຍກວ່າ 5.5 ລ້ານຄົນທີ່ໄດ້ສຳຜັດສຽງຈາກການຈະລາຈອນເທິງຖະໜົນທີ່ລະດັບ 55 ເດຊີເບລ ຂຶ້ນໄປ ທຽບກັບ 2.6 ລ້ານຄົນ ໃນ ລອນດອນ ປະເທດອັງກິດ ແລະ 1.7 ລ້ານຄົນ ໃນໂຣມ ປະເທດອິຕາລີ ເຊິ່ງຖືວ່າຕົວເລກຫ່າງກັນຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/