ຢູ່ໄປກໍເປືອງນ້ຳແດງ! ຊາຍອາຍຸ 40 ປີນ້ອຍໃຈສານພຣະພູມ ເລີຍເຜົາຖິ້ມ ສາເຫດແມ່ນບໍ່ເຄີຍໃຫ້ເລກຖືກຈັກເທື່ອ!


ຈາກກະແສທີ່ໂລກອອນລາຍຂອງປະເທດໄທທີ່ໄດ້ມີການແຊຣ໌ຄລິບວິດີໂອຈາກ TikTok ຂອງຜູ້ໃຊ້ຄົນໜຶ່ງໃນວັນທີ 17 ກຸມພາທີ່ຜ່ານມາ ໂດຍວິດີໂອດັ່ງກ່າວ ໄດ້ສະແດງໃຫ້ເຫັນສານພຣະພູມກຳລັງຖືກໄຟລຸກໄໝ້ໝົດຫຼັງ ພ້ອມກັບໄດ້ຂຽນບັນຍາຍວ່າ ເປືອງນ້ຳແດງ ຕັ້ງມາດົນບໍ່ເຄີຍໃຫ້ຖືກເລກເລີຍ ໃຫ້ຜິດຕະຫຼອດ ທັ້ງທີ່ລ້ຽງນ້ຳແດງທຸກໆວັນສິນ.

Link ວິດີໂອຕອນເຜົາສານພຣະພູມ: https://cutt.ly/yPvNTgc

ຫຼ້າສຸດມື້ນີ້ວັນທີ 18 ກຸມພາ ທາງທີມງານຂ່າວກໍໄດ້ເດີນທາງໄປກວດສອບສານພຣະພູມດັ່ງກ່າວ ແລະ ພົບວ່າເຮືອນທີ່ເຮັດການຈູດສານພຣະພູມແມ່ນຕັ້ງຢູ່ບ້ານແຫ່ງໜຶ່ງໃນ ຈັງຫວັດບຸຣີຣຳ ປະເທດໄທ ເຊິ່ງສະພາບແມ່ນເປັນສານພຣະພູມຊົງໄທ ທີ່ເຫຼືອແຕ່ຊາກ ແລະ ໄດ້ເອົາໃບຕົ້ນໝາກພ້າວມາປິດໄວ້.

ນັກຂ່າວໄດ້ໄປສອບຖາມ ນາງ ເບນໂຈ ອາຍຸ 27 ປີຜູ້ທີ່ເປັນຍາດພີ່ນ້ອງຂອງເຈົ້າຂອງສານພຣະພູມ ແລະ ເປັນຄົນໂພສຄລິບວິດີໂອດັ່ງກ່າວ ລາວໄດ້ເລົ້າວ່າ ຜູ້ທີ່ເປັນເຈົ້າຂອງນັ້ນໄດ້ເອົາສານພຣະພູມມາຕັ້ງໄວ້ ເປັນເວລາ 3 ປີ, ບໍ່ເຄີຍຖືກເລກຈັກເທື່ອ ໂດຍທຸກຄັ້ງກ່ອນເລກອອກ ຜູ້ເປັນເຈົ້າຂອງກໍເອົານໍ້າແດງມາຖວາຍ ພ້ອມກັບໄດ້ເອົາທູບຕົວເລກມາຈູດເພື່ອຂໍເລກ ແລະ ເລກທີ່ໄດ້ມານັ້ນກໍຜິດຕະຫຼອດ ເຊິ່ງງວດຫຼ້າສຸດນີ້ທີ່ເຮັດໃຫ້ເຈັບສຸດກໍຄືໄດ້ຊື້ເລກ 537 ແຕ່ເລກອອກ 957 ຈຶ່ງເຮັດໃຫ້ເຈົ້າຂອງສານພຣະພູມເກີດອາລົມຄຽດແຄ້ນ ແລະ ເຮັດການເຜົາສານໄປໃນທີ່ສຸດ. ຕໍ່ມາຕຳຫຼວດກໍໄດ້ເຂົ້າໄປກວດສອບແລ້ວ ພົບວ່າສານດັ່ງກ່າວຕັ້ງຢູ່ໃນພື້ນທີ່ສ່ວນຕົວເລີຍບໍ່ມີຄວາມຜິດ ຈຶ່ງໄດ້ຕັກເຕືອນໄປ.

ດ້ານ ທ້າວ ນິກອນ ຜູ້ເປັນເຈົ້າຂອງເຮືອນແລະເຈົ້າຂອງສານພຣະພູມໄດ້ບອກກັບນັກຂ່າວວ່າ ຢ້ອນກັບໄປຫຼາຍປີກ່ອນທີ່ຕົນເອງຈະຍ້າຍເຂົ້າມາຢູ່ເຮືອນຫຼັງນີ້ ກໍໄດ້ຮູ້ວ່າມັນເປັນທາງສາມແພ່ງ ແລະ ໄດ້ຝັນເຫັນຝີທີ່ບໍ່ມີບ່ອນຢູ່ມາຂໍຢູ່ນຳ ຕົນຈຶ່ງໄດ້ຕັ້ງສານພຣະພູມໃຫ້ເພື່ອເປັນທີ່ພັກອາໄສ ແຕ່ທີ່ຜ່ານມາເວລາຂໍເລກນັ້ນ ກໍບໍ່ເຄີຍຖືກຈັກເທື່ອ ແລະ ກ່ອນຈະເຜົາຈຶ່ງໄດ້ບອກກັບຜີວ່າ “ຢູ່ໄປກໍເປືອງນ້ຳແດງ”.

ຢ່າງໃດກໍຕາມ ທ້າວ ນິກອນ ຍັງບອກວ່າຕົນເອງຈະສ້າງສານພຣະພູມໃໝ່ໃຫ້ໃຫຍ່ກວ່າເກົ່າ ພ້ອມກັບລະບຸວ່າ ຈະສ້າງເປັນຮູບຊົງໂມເດິນ ເພາະຜີອາດຈະມັກແບບນັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/