ພາລະກິດຊ່ວຍຊີວິດຂ້າມປະເທດ! ຍິງສາວແຄນນາດາຖືກຄົນຮ້າຍບຸກເຂົ້າເຮືອນ ແຕ່ໂທໄປຂໍຄວາມຊ່ວຍເຫຼືອນຳຕຳຫຼວດທີ່ປະເທດອັງກິດ


ເຊື່ອວ່າຫຼາຍຄົນອາດຈະເຄີຍເຫັນສາກການຊ່ວຍເຫຼືອຂອງໜ່ວຍງານຕຳຫຼວດແບບຂ້າມປະເທດ ໃນຮູບເງົາ ຫຼື ຊີຣີ້ຕ່າງໆ ແຕ່ເຊື່ອຫຼືບໍ່ວ່າເຫດການລັກສະນະດັ່ງກ່າວບໍ່ໄດ້ມີພຽງໃນຮູບເງົາເທົ່ານັ້ນ, ເພາະເມື່ອບໍ່ດົນມານີ້ໄດ້ມີເລື່ອງລາວການຊ່ວຍຊີວິດຍິງສາວແຄນນາດາທີ່ຖືກຄົນຮ້າຍບຸກເຂົ້າເຮືອນ ແຕ່ລາວໄດ້ໂທໄປຂໍຄວາມຊ່ວຍເຫຼືອນຳຕຳຫຼວດທີ່ປະເທດອັງກິດ ຈົນເຮັດໃຫ້ລາວປອດໄພ ແລະ ມັນກໍໄດ້ກາຍເປັນກະແສໄປທົ່ວໂລກ.

ສະຖານີຕຳຫຼວດ Durham ໃນອັງກິດ

ເຫດການນີ້ເລີ່ມຕົ້ນຂຶ້ນເມື່ອສະຖານີຕຳຫຼວດ Durham ໃນປະເທດອັງກິດ ໄດ້ຮັບການແຈ້ງຂໍຄວາມຊ່ວຍເຫຼືອຜ່ານຊ່ອງທາງ Live chat ເທິງແພລັດຟອມອອນລາຍຂອງພວກເຂົາ ໂດຍສາວທີ່ພິມເຂົ້າມາແຈ້ງເຫດການ ໄດ້ບອກວ່າເຮືອນຂອງລາວໃນເຂດ Durham ກຳລັງຖືກຄົນຮ້າຍບຸກເຂົ້າມາ ແລະ ຕອນນີ້ກຳລັງຕົກຢູ່ໃນອັນຕະລາຍ.

ແລະຂໍ້ຄວາມທີ່ສົ່ງມາລະບຸວ່າ “ຂ້ອຍຕ້ອງການຂໍຄວາມຊ່ວຍເຫຼືອ, ລາວກຳລັງມາ, ລາວຢູ່ໃນເຮືອນແລ້ວ” ຫຼັງຈາກນັ້ນກໍຂາດການຕິດຕໍ່ໄປ.

ຕໍ່ມາຕຳຫຼວດ Durham ໃນອັງກິດ ກໍໄດ້ເລີ່ມພາລະກິດສືບຄົ້ນຫາສັນຍານຂອງຍິງສາວຄົນດັ່ງກ່າວທັນທີ ແລະ ພວກເຂົາກໍຕ້ອງແປກໃຈກວ່າເກົ່າເມື່ອ ພົບວ່າຈຸດທີ່ຍິງຄົນນັ້ນສົ່ງຂໍ້ຄວາມມາ ມັນບໍ່ໄດ້ຢູ່ໃນປະເທດອັງກິດ ແຕ່ເປັນຂໍ້ຄວາມທີ່ຖືກສົ່ງຈາກ Durham ເມືອງທີ່ມີຊື່ດຽວກັນໃນປະເທດແຄນນາດາ ທີ່ຕັ້ງຢູ່ຫ່າງອອກໄປ 3,388 ໄມລ໌ ຫຼື ປະມານ 5,400 ກິໂລແມັດ.

ສະຖານີຕຳຫຼວດ Durham ໃນແຄນນາດາ

ເມື່ອຮູ້ແນວນັ້ນທາງຕຳຫຼວດ Durham ໃນອັງກິດ ກໍໄດ້ຕິດຕໍ່ປະສານງານໄປທີ່ປະເທດແຄນນາດາທັນທີ. ຫຼັງຈາກເວລາຜ່ານໄປໄດ້ບໍ່ດົນ ພວກເຂົາກໍສາມາດຕິດຕໍ່ກັບທາງ ຕຳຫຼວດ Durham ໃນແຄນນາດາໄດ້ສຳເລັດ ແລະ ປະສານງານກັນຈົນເຈົ້າໜ້າທີ່ ສົ່ງຄົນໄປສະຖານທີ່ ທີ່ຍິງສາວຄົນດັ່ງກ່າວສົ່ງຂໍ້ຄວາມມາ ແລະ ກໍໄດ້ພົບວ່າ ມັນມີເຫດການອັນຕະລາຍເກີດຂຶ້ນແທ້.

ເມື່ອຕຳຫຼວດໄປຮອດເຮືອນທີ່ເກີດເຫດ ກໍໄດ້ພົບກັບຄົນຮ້າຍ ຢູ່ພາຍໃນເຮືອນແລະພະຍາຍາມຫຼົບໜີ ເຮັດໃຫ້ເຈົ້າໜ້າທີ່ໃຊ້ປືນໄຟຟ້າຍິງໃສ່ ແລະ ສາມາດຈັບຕົວໄດ້ໃນທີ່ສຸດ.

ຕາມລາຍງານບອກວ່າຕັ້ງແຕ່ຍິງສາວສົ່ງຂໍ້ຄວາມມາ ຈົນຕຳຫຼວດ Durham ແຄນນາດາ ນຳໄປຮອດເຮືອນທີ່ເກີດເຫດ ແລະ ສາມາດຈັບຕົວຄົນຮ້າຍໄດ້ແມ່ນໃຊ້ເວລາພຽງ 30 ນາທີເທົ່ານັ້ນ! ສ່ວນຍິງສາວ ແມ່ນຖືກປະສານງານສົ່ງຕົວໄປທີ່ສະຖານພະຍາບານໃກ້ຄຽງ ເພາະລາວໄດ້ຮັບບາດເຈັບເລັກໜ້ອຍ.

ໂດຍສື່ຕ່າງຊາດຍົກໃຫ້ເຫດການນີ້ເປັນພາລະກິດຂ້າມໂລກ 3,388 ໄມລ໌, ສ່ວນໜ່ວຍງານຄວບຄຸມການຮັບແຈ້ງເຫດສຸກເສີນຂອງອັງກິດກໍໄດ້ຮັບສຽງຊົມເຊີຍຢ່າງລົ້ນເຫຼືອ ແລະ ທາງຝັ່ງ ແຄນນາດາ ກໍເຊັ່ນດຽວກັນ.

ທາງຕຳຫຼວດ Durham ອັງກິດ ໄດ້ບອກວ່ານີ້ເປັນເຫດການທີ່ບໍ່ເຄີຍເກີດຂຶ້ນ ແລະ ມັນເປັນເລື່ອງໜ້າທຸກໃຈສຳລັບຜູ້ຂໍຄວາມຊ່ວຍເຫຼືອ ແຕ່ທີມງານກໍປະສານງານຈົນສາມາດຈັດການແລະຊ່ວຍເຫຼືອອອກມາໄດ້ສົມກັບເປັນມືອາຊີບ. ສິ່ງສຳຄັນທີ່ສຸດກໍຄື ພວກເຂົາໂລ່ງໃຈທີ່ທາງການແຄນນາດາແຈ້ງກັບມາວ່າຍິງສາວໄດ້ຮັບການຊ່ວຍເຫຼືອຕາມທີ່ຕ້ອງການແລະລາວກໍປອດໄພດີໃນທ້າຍທີ່ສຸດ.

ເອີ້ນໄດ້ວ່າການເຮັດວຽກແລະການປະສານງານຂອງເຈົ້າໜ້າທີ່ຕ່າງປະເທດ ເຮັດໄດ້ວ່ອງໄວທັນໃຈ ແລະ ສາມາດຊ່ວຍເຫຼືອປະຊາຊົນໄດ້ທັນທີແທ້ໆເລີຍ. 

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/