ທາດແມວໃນຍຸກດຶກດຳບັນ ສູ່ຄວາມເຊື່ອກ່ຽວກັບແມວ


ແມວເປັນສັດທີ່ຜູ້ຄົນນິຍົມລ້ຽງຢ່າງແຜ່ຫຼາຍທົ່ວທຸກມຸມໂລກດ້ວຍຄວາມໜ້າຮັກ ມີປະໂຫຍດ ມັກອິດສະຫຼະ ແລະ ຜູກພັນກັບມະນຸດເຮັດໃຫ້ມະນຸດຫຼົງໃຫຼມັກຮັກ ແລະ ນິຍົມລ້ຽງແມວດ້ວຍເຫດຜົນຫຼາຍປະການເຊັ່ນ ເປັນສັດປະຈຳບ້ານ, ລ້ຽງເພື່ອກຳຈັດໜູ, ບາງຄົນກໍລ້ຽງແມວເພື່ອອົບອຸ່ນຢຽວຢາຈິດໃຈປຽບເໝືອນວ່າແມວເປັນເພື່ອນຂອງມະນຸດເລີຍກໍວ່າໄດ້.

ແມວມີຊື່ທາງວິທະຍາສາດວ່າ ‘Felis catus’ ນັກວິທະຍາສາດຄົ້ນພົບບັນພະບູລຸດຂອງແມວໄດ້ຖືກຳເນີດຂຶ້ນເທິງໂລກຫຼາຍກວ່າ 50 ລ້ານປີ ຈາກຜົນວິເຄາະດີເອັນເອ (DNA) ຊາກແມວໃນສະໄໝກ່ອນປະຫວັດສາດພົບວ່າມະນຸດໄດ້ນຳແມວປ່າມາລ້ຽງເປັນແມວບ້ານຕັ້ງແຕ່ຍຸກຫີນໃໝ່ແລ້ວ ຈາກນັ້ນຈຶ່ງແຜ່ສູ່ຢູໂຣບ ແລະ ທົ່ວໂລກ.

ແມວໃນອະດີດມີລັກສະນະຮູບຮ່າງ ແລະ ໜ້າຕາແຕກຕ່າງຈາກແມວປັດຈຸບັນຄາດວ່າມະນຸດນຳແມວມາລ້ຽງ ເນື່ອງຈາກເຫັນປະໂຫຍດຈາກຄວາມສາມາດໃນການລ່າໜູ ແລະ ສັດອື່ນໆເຊິ່ງເປັນສັດຕູຂອງຊາວກະສິກຳໃນຍຸກນັ້ນ ການລ້ຽງແມວຈຶ່ງໄດ້ຮັບຄວາມນິຍົມ ແລະ ແຜ່ຂະຫຍາຍຈົນເກີດມີຄວາມເຊື່ອກ່ຽວກັບແມວໃນແຕ່ລະຂົງເຂດພື້ນທີ່ແຕກຕ່າງກັນ.

ອີຢິບບູຮານ

ຊາວອີຢິບແມ່ນຄົນຊົນຊາດທຳອິດທີ່ມີຄວາມຜູກພັນກັບແມວທັງໃນຖານະສັດລ້ຽງ ແລະ ສັດສັກສິດ ເມື່ອກ່ອນຊາວອີຢິບໃນຍຸກບູຮານມີການປູກຝັງເປັນອາຊີບຫຼັກ ຊາວອີຢິບອາໄສປະໂຫຍດຈາກສັນຊາດຕະຍານ ຄວາມເປັນນັກລ່າຂອງມັນກໍຄືການກຳຈັດ ໜູ ແລະ ງູ ຈຶ່ງນັບຖືວ່າເປັນສັດສັກສິດ. ນອກຈາກນັ້ນຊາວອີຢິບບູຮານນັບຖື ແລະ ບູຊາແມວເນື່ອງຈາກແມວເປັນຕົວແທນຂອງ ‘ເທພີ Bastet’ ເທພີຜູ້ມີສ່ວນໃບໜ້າເປັນແມວ ຮ່າງກາຍເປັນມະນຸດ ເທພີແຫ່ງຄວາມຮັກ, ຄວາມອຸດົມສົມບູນ, ຊ່ວຍຕໍ່ຕ້ານສິ່ງຊົ່ວຮ້າຍ ແລະ ຄວາມເຈັບປ່ວຍ ເມື່ອມີແມວເປັນສັດສັກສິດແມວຈຶ່ງໄດ້ຮັບການຄຸ້ມຄອງເປັນຢ່າງດີ ຊາວອີຢິບມີກົດໝາຍຫ້າມທຳຮ້າຍແມວຫາກເກີດການລະເມີດຕ້ອງໄດ້ຮັບໂທດເຖິງຊີວິດ.

ໂຣມັນບູຮານ

ດ້ວຍຄວາມສາມາດໃນການກຳຈັດໜູຂອງມັນເຮັດໃຫ້ແມວເປັນມິດທີ່ດີ ແລະ ເປັນທີ່ມັກຮັກ ຂອງທະຫານໃນກອງທັບໂຣມັນເພື່ອປ້ອງກັນຄວາມເສຍຫາຍຕໍ່ອາຫານ,ເຄື່ອງນຸ່ງ ແລະ ອຸປະກອນຕ່າງໆ. ຊາວໂຣມັນຍັງເຊື່ອວ່າແມວເປັນສັນຍະລັກແຫ່ງເສລີພາບດ້ວຍນິດໄສທີ່ມັກອິດສະຫຼະຂອງມັນຈຶ່ງເກີດຕຳນານ ‘Libertas’ ເທພີຜູ້ມັກຈຳແລງເປັນແມວ ຮູບພາບຂອງເທພີມັກຈະປາກົດຮ່ວມກັບແມວສະແດງເຖິງຄວາມເສລີອິດສະຫຼະພາບ.

ຍີ່ປຸ່ນບູຮານ

ແມວຖືກນຳໄປລ້ຽງທີ່ປະເທດຍີ່ປຸ່ນຄັ້ງທຳອິດປະມານປີຄ.ສ 500 ໂດຍຊາວຍີ່ປຸ່ນນຳແມວໄປລ້ຽງເພື່ອກຳຈັດໜູເຊັ່ນດຽວກັບຊາວອີຢິບ ແລະ ຊາວໂຣມັນ. ຢູ່ຍີ່ປຸ່ນແມວເປັນທີ່ຮູ້ຈັກໃນຖານະຜູ້ປົກປ້ອງປຶ້ມ, ເອກະສານທີ່ສຳຄັນ ແມວໄດ້ກາຍເປັນສ່ວນໜຶ່ງຂອງວັດທະນະທຳຍີ່ປຸ່ນ ຄົນຍີ່ປຸ່ນເຊື່ອວ່າແມວເປັນສັດມຸງຄຸນ ເປັນເຄື່ອງລາງແຫ່ງຄວາມໂຊກດີ ຄວາມສຸກ ຄວາມລ້ຳລວຍເຊັ່ນ ຕຸກກະຕາແມວກວັກທີ່ເຮົາເຄີຍເຫັນກັນ ມີເລື່ອງກ່າວຂານກັນມາວ່າມີຂຸນນາງທ່ານໜຶ່ງຂະນະທີ່ຍ່າງເທິງຖະໜົນເຫັນແມວຍົກອຸ້ງມືເໝືອນກຳລັງກວັກເອີ້ນໃຫ້ເຂົ້າໄປຫາ ດ້ວຍຄວາມຢາກຮູ້ຂຸນນາງທ່ານນັ້ນຈຶ່ງຍ່າງເຂົ້າໄປຫາ ທັນໃດນັ້ນກໍມີສາຍຟ້າຜ່າລົງຈຸດທີ່ຂຸນນາງຢືນຢູ່ກ່ອນໜ້າ ຈຶ່ງເຊື່ອກັນວ່າແມວເປັນຜູ້ຊ່ວຍຊີວິດໄວ້ ນັບແຕ່ນັ້ນມາຊາວຍີ່ປຸ່ນກໍເຊື່ອວ່າແມວເປັນສັນຍະລັກແຫ່ງຄວາມໂຊກດີຈົນເກີດມີແມວກວັກທີ່ໝາຍເຖິງກວັກໂຊກກວັກລາບໃຫ້ເຂົ້າມາຫາ.

ແມວເປັນທີ່ຮັກຂອງຫຼາຍວັດທະນະທຳໃນປະຫວັດສາດ ຍັງມີອີກຫຼາກຫຼາຍເລື່ອງຫຼາຍຄວາມເຊື່ອກ່ຽວກັບແມວທັງໃນດ້ານດີ ແລະ ດ້ານບໍ່ດີຂຶ້ນກັບຄວາມເຊື່ອແຕ່ລະຂົງເຂດແຕ່ລະປະເທດແຕກຕ່າງກັນ ຈົນເຖິງປັດຈຸບັນແມວກໍຍັງຄົງເປັນທີ່ຮັກຂອງມະນຸດມີຄວາມຜູກພັນໃກ້ຊິດປຽບດັ່ງເປັນເພື່ອນເປັນສ່ວນໜຶ່ງຂອງສະມາຊິກໃນຄອບຄົວ.

ຂອບໃຈຂໍ້ມູນຈາກ:

https://cutt.ly/swftMVp5

https://cutt.ly/Fwft1Foh

https://cutt.ly/0wft0vsz

https://cutt.ly/gwft2KGH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/