ສ້າງສຸຂະພາບຈິດໃຈທີ່ດີ ແລະ ມີຄວາມສຸກດ້ວຍ Affirmations


ສິ່ງໜຶ່ງທີ່ເຮົາກຳນົດໄດ້ຍາກນັ້ນຄືຄວາມຄິດຂອງເຮົາ ບາງຄັ້ງກໍເຜີເກີດຄວາມຄິດດ້ານລົບມາບັ່ນທອນຈິດໃຈໃຫ້ໝົ່ນໝອງ. Affirmations ຄືຂະບວນການຄິດ ຫຼື ຂຽນກ່ຽວກັບຄຸນຄ່າທີ່ສຳຄັນຂອງຕົນເອງ ເປັນວິທີໃນການປັບປ່ຽນແນວຄິດ ດັກຈັບຄວາມຄິດດ້ານລົບຂອງຕົນເອງດ້ວຍການນຶກເຖິງສິ່ງດີໆ ເບິ່ງໂລກໃນແງ່ບວກຊ້ຳໆ ເລື້ອຍໆ ເປັນການຢືນຢັນ, ຢ້ຳເຕືອນ ແລະ ບອກກັບຕົນເອງຈະເຮັດໃຫ້ສະໝອງເຊື່ອວ່າສິ່ງທີ່ເວົ້າ ຫຼື ຄິດຕະຫຼອດນັ້ນເປັນຄວາມຈິງ ສົ່ງຜົນໃຫ້ມີພູມຕ້ານທານກັບຄວາມຄິດດ້ານລົບ ເຊິ່ງມີຂັ້ນຕອນໃນການເຝິກຝົນໄດ້ງ່າຍໆໃນຊີວິດປະຈຳວັນ

1. ສ້າງ Positive Affirmations ຂອງຕົນເອງຂຶ້ນມາ

ຄືການເວົ້າຄຳເວົ້າດີໆຄວາມຄິດດ້ານດີທີ່ມີຕໍ່ຕົນເອງ ເຮົາສາມາດສ້າງ Positive Affirmations ງ່າຍໆດ້ວຍການຂຽນເຖິງຄຸນຄ່າຂອງຕົວເຮົາລົງໃນເຈ້ຍແຜ່ນໜຶ່ງ ຄຳເວົ້າທີ່ສ້າງແຮງບັນດານໃຈໃຫ້ຕົນເອງຢາກລຸກຂຶ້ນມາເຮັດວຽກ ມີຄວາມກະຕືລືລົ້ນ ແລະ ມີແຮງຈູງໃຈ ໃຫ້ສາມາດສ້າງສັນທຸກສິ່ງໃຫ້ເປັນຈິງໄດ້ ເວົ້າກັບຕົນເອງ ຫຼື ຂຽນໃສ່ເຈ້ຍກໍໄດ້ໃຫ້ເຮົາໄດ້ເຫັນໄດ້ອ່ານຢູ່ຕະຫຼອດ

2. ຄິດເຖິງເປົ້າໝາຍ

ການຈົດບັນທຶກ ຫຼື ການເວົ້າເປົ້າໝາຍເປັນເຄື່ອງເຕືອນໃຈໃຫ້ເຮົາມີຄວາມຮັບຜິດຊອບຫຼາຍຂຶ້ນ ແລະ ເປັນການຢ້ຳເຕືອນເປົ້າໝາຍຊ້ຳໆເຖິງສິ່ງທີ່ເຮົາກຳລັງເຮັດວ່າເຮົາກຳລັງເຮັດຫຍັງ ແລະ ສິ່ງນັ້ນຈະນຳເຮົາໄປສູ່ເປົ້າໝາຍແນວໃດ ເພື່ອໃຫ້ມີພະລັງໃຈ ແລະ ເຊື່ອໝັ້ນໃນຕົນເອງຫຼາຍຂຶ້ນ.

3. ໃຫ້ກຳລັງໃຈຕົນເອງ

ເຊື່ອວ່າທຸກຄົນອາດເຄີຍເຈິກັບເວລາທີ່ທໍ້ແທ້ ຫາກເກີດມີຄວາມຄິດລົບໆຍິ່ງຈະເປັນການບັ່ນທອນຈິດໃຈຍິ່ງກວ່າເກົ່າ ເມື່ອພົບວ່າຕົນເອງກຳລັງຄິດລົບໃຫ້ເວົ້າຊົມໃຫ້ກຳລັງໃຈຕົນເອງງຽບໆໃນໃຈ ຫຼື ເວົ້າອອກມາດັງໆກໍໄດ້ ເພື່ອລົບຄວາມຄິດທີ່ເຮັດໃຫ້ຈິດໃຈໝົ່ນໝອງ ເລືອກຂໍ້ດີກ່ຽວກັບຕົນເອງ ຍ້ອງຍໍຕົນເອງ ເຖິງວ່າຈະເປັນເລື່ອງເລັກໆນ້ອຍໆ ສິ່ງທີ່ເຮັດໃຫ້ເຮົາຍິ້ມໄດ້ໃນເວລາຍາກລຳບາກ

4. ປັບໃຫ້ Affirmations ເປັນກິດຈະວັດປະຈຳວັນ

ການໃຊ້ຄຳເວົ້າດີໆບອກຕົນເອງໃນທຸກໆມື້ທຸກເຊົ້າ ຫຼັກຖານທາງວິທະຍາສາດການແພດຢືນຢັນວ່າສະໝອງທີ່ຜ່ານການເຝິກຝົນການເຮັດ Affirmations  ຢ່າງຕໍ່ເນື່ອງຈະເຮັດໃຫ້ມີການປ່ຽນແປງໃນທາງດີຂຶ້ນ ສະໝອງສ່ວນທີ່ເຮັດໜ້າທີ່ກ່ຽວກັບການໃຫ້ຄວາມພາກພູມໃຈໃນຄຸນຄ່າຂອງຕົນເອງເຮັດວຽກໄດ້ດີຂຶ້ນ ຈຶ່ງຄວນໃຊ້ວິທີ Affirmations ບອກກັບຕົນເອງໃນທຸກເຊົ້າທຸກມື້ເພື່ອໃຫ້ເກີດຄວາມຕໍ່ເນື່ອງຈະສົ່ງຜົນໃຫ້ສຸຂະພາບຈິດໃຈດີ ແລະ ເຂັ້ມແຂງ.

5. ຂອບໃຈ ແລະ ຮັກຕົນເອງ

ໃນມື້ໆໜຶ່ງເຮົາພົບເຈິເລື່ອງກັງວົນຫຼາກຫຼາຍຈົນເຮັດໃຫ້ບາງຄັ້ງເຮົາກໍລືມຄິດຫາຕົນເອງ ລືມວ່າເຮົາເອງກໍເປັນພຽງມະນຸດຄົນໜຶ່ງທີ່ຕ້ອງການຄວາມຮັກ ເຮົາຄວນບອກຮັກ ແລະ ຂອບໃຈຕົວເຮົາທີ່ສາມາດຜ່ານຜ່າມາໄດ້ ຂອບໃຈທີ່ເຮັດວຽກໜັກ ບອກຮັກຕົນເອງເລື້ອຍໆ ໂອບກອດຕົນເອງໃຫ້ແໜ້ນ.

ຄົນທີ່ປະສົບຄວາມສຳເລັດຫຼາຍທ່ານລ້ວນໃຊ້ເທັກນິກ Affirmations ເພື່ອກ້າວຂ້າມສຽງເລັກນ້ອຍໃນຫົວ ການເຮັດ Affirmations ເລື້ອຍໆຈະເຮັດໃຫ້ມີພູມຕ້ານທານດ້ານຄວາມຄິດ ເຮັດໃຫ້ຮູ້ສຶກໝັ້ນໃຈ ຈິດໃຈແຂງແຮງ ມີຄວາມສຸກ ຄາຍຄວາມວິຕົກກັງວົນ ໃຫ້ເຮົາມີຄວາມກ້າທີ່ຈະກ້າວເດີນອອກໄປເພື່ອເຮັດຕາມເປົ້າໝາຍ

ຂອບໃຈຂໍ້ມູນຈາກ:

https://cutt.ly/Dwfl5FQ5

https://cutt.ly/Qwfl711K

https://cutt.ly/Gwfl5z2q

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/