ທັງງາມທັງເກັ່ງ! ປຸກກີ້ ນັກກິລາປັນຈັກສີລັດທີມຊາດລາວ ຄວ້າຫຼຽນທອງທຳອິດ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ


ຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ ກຳລັງຟົດຟື້ນເປັນພິເສດ ປະເທດລາວເຮົາກໍໄດ້ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້. ຫຼ້າສຸດ ນາງ ປຸກກີ້ ສະເຫຼີມບຸຜາ ນັກກິລາ ປັນຈັກສີລັດ (Pencak Silat) ກໍໄດ້ຫຼຽນທອງມາຄອບຄອງ ເຊິ່ງເປັນຫຼຽນທຳອິດຂອງທັບນັກກິລາລາວໃນການແຂ່ງຂັນຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ.

ໃນການແຂ່ງຂັນຮອບທີ 1 ປຸກກີ້ ເອົາຊະນະນັກກິລາຈາກສິງກະໂປ ດ້ວຍຄະແນນ 9,900 ຄະແນນ ຮອບ 2 ປຸກກີ້ ພົບກັບນັກກິລາ ຈາກປະເທດອິນໂດເນເຊຍ ທີ່ເປັນແຊ້ມເກົ່າ ແລະ ນັກກິລາອິນໂດເນເຊຍຊະນະໄປ ເຮັດໃຫ້ປຸກກີ້ໄດ້ອັນດັບ 3 ຫຼຽນທອງມາຄອງ ຮ່ວມກັບ ເຈົ້າພາບ ຫວຽດນາມ, ສ່ວນອິນໂດເນເຊຍ ໄດ້ຫຼຽນເງິນ ແລະ ຫຼຽນຄຳ ຕົກເປັນຂອງນັກກິລາມາເລເຊຍ.

ສຳລັບນັກກິລາທີມຊາດລາວ ທີ່ເຂົ້າຮ່ວມການແຂ່ງຂັນຊີເກມໃນຄັ້ງນີ້ ຖ້ານັກກິລາທີມຊາດລາວຍາດໄດ້ຫຼຽນຮາງວັນ ບໍລິສັດ ເບຍລາວ ຈຳກັດ ຈະມອບເງິນອຸປະຖຳ ຫຼຽນຄຳ 10 ລ້ານກີບ, ຫຼຽນເງິນ 7 ລ້ານກີບ ແລະ ຫຼຽນທອງ 5 ລ້ານກີບ. ພ້ອມກັນນັ້ນ ກໍໃຫ້ການອຸປະຖຳ ທັບນັກກິລາລາວ ລວມມູນຄ່າ 400 ລ້ານກີບ ໃນນັ້ນປະກອບມີເງິນ, ອຸປະກອນ ຜະລິດຕະພັນເຄື່ອງດື່ມ ແລະ ອຸປະຖຳນັກກິລາທີ່ຍາດຫຼຽນຮາງວັນໄດ້.

ປັນຈັກສີລັດ (Pencak Silat) ເປັນຄຳທີ່ມາຈາກພາສາອິນໂດເນເຊຍມາຈາກຄຳວ່າ “Pencak” ໝາຍເຖິງການປ້ອງກັນຕົນເອງ ແລະ ຄຳວ່າ “Silat” ໝາຍເຖິງສິລະປະ ເວົ້າລວມແລ້ວແມ່ນມີຄວາມໝາຍເຖິງສິລະປະການປ້ອງກັນຕົນເອງ ກິລາປະເພດນີ້ແຕ່ກ່ອນເປັນສິລະປະຕໍ່ສູ້ຂອງຄົນເຊື້ອສາຍມາລາຢູ ໃນພາກພື້ນເອເຊຍອາຄະເນໄດ້ແກ່: ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ສິງກະໂປ, ບຣູໄນ, ແລະພື້ນທີ່ໃນເຂດຊາຍແດນພາກໃຕ້ຂອງປະເທດໄທ.

ຖືໄດ້ວ່າເປັນອີກຄວາມພາກພູມໃຈໃຫ້ແກ່ຄົນລາວທົ່ວປະເທດ. ທີ່ສຳຄັນຖືກໃຈແຟນໆທີ່ເຊຍຂອບສະໜາມ ແລະ ນອກສະໜາມໄປຕາມໆກັນ. ນອກຈາກຈະສ້າງຄວາມສຸກຍັງສ້າງຊື່ສຽງໃຫ້ແກ່ປະເທດລາວອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ສາມາດຕິດຕາມ ປຸກກີ້ ໄດ້ທີ່: https://cutt.ly/jHouZEx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/