ສານປະຊາຊົນສູງສຸດໃນປະເທດຈີນ ປະກາດຮອງຮັບເອົາສະຖານະຂອງ Bitcoin ໃຫ້ເປັນ ຊັບສິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກົດໝາຍ


ໃນໄລຍະ 3-4 ປີມານີ້ ອຸດສາຫະກຳຄຣິບໂຕນັ້ນເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງໄວ ທ່າມກາງການຍອມຮັບຂອງຫຼາຍໆປະເທດທົ່ວໂລກ. ແຕ່ ຈີນ ເປັນໜຶ່ງປະເທດທີ່ປະກາດ ແລະ ຢືນຢັນມາຕະຫຼອດວ່າ ຄຣິບໂຕ ນັ້ນເປັນສິ່ງທີ່ຜິດກົດໝາຍ ແລະ ສັ່ງຫ້າມບໍ່ໃຫ້ປະຊາຊົນ ເຮັດທຸລະກຳຊື້ຂາຍຄຣິບໂຕໂດຍເດັດຂາດ. ແຕ່ຫຼ້າສຸດ ມີລາຍງານວ່າ ສານປະຊາຊົນສູງສຸດ ຊຽງໄຮ້ ໄດ້ປະກາດໃຫ້ Bitcoin ເປັນສະກຸນເງິນດິຈິຕອນທີ່ຢູ່ພາຍໃຕ້ການຄຸ້ມຄອງໂດຍກົດໝາຍຂອງຈີນ.

ໂດຍຊ່ອງທາງການສື່ສານ WeChat ຢ່າງເປັນທາງການຂອງສານ ປະກາດຂໍ້ຄວາມວ່າ: ຈາກ​ການ​ທົດ​ລອງ​ຕົວ​ຈິງ​ ສານປະຊາຊົນໄດ້ຮວບຮວມຄວາມເຫັນທາງກົດໝາຍກ່ຽວກັບ Bitcoin ແລະ ສະຫຼຸບວ່າ Bitcoin ນັ້ນມີຄຸນສົມບັດເປັນຊັບສິນແບບສະເໝືອນຈິງ, ໂດຍ Bitcoin ມີມູນຄ່າທາງເສດຖະກິດທີ່ແນ່ນອນ. ເຊິ່ງສອດຄ່ອງກັບຄຸນສົມບັດຂອງຊັບສິນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ດັ່ງນັ້ນ, ຈຶ່ງຕ້ອງໄດ້ຮັບການຄຸ້ມຄອງທາງກົດໝາຍ.

ຄໍາຖະແຫຼງດັ່ງກ່າວເປັນຄັ້ງທໍາອິດທີ່ສານປະຊາຊົນສູງສຸດໃນປະເທດຈີນໄດ້ອອກຄໍາຕັດສິນໃນກໍລະນີຂອງ Bitcoin.

ສຳລັບຄະດີຂອງ Bitcoin ທີ່ນໍາໄປສູ່ການຕັດສິນດັ່ງກ່າວແມ່ນ ຄະດີຂອງ Cheng Mou (ໂຈດ) ທີ່ຍື່ນຟ້ອງຕໍ່ສານປະຊາຊົນເຂດ ເປົ່າຊານ ເມືອງ ຊຽງໄຮ້ ໃນວັນທີ 10 ຕຸລາ 2020, ຟ້ອງ Shi Moumou (ຈໍາເລີຍ), ຮຽກຮ້ອງໃຫ້ສົ່ງຄືນ Bitcoin ຈຳນວນ 1 Bitcoin (BTC).

ຈົນສຸດທ້າຍສານໄດ້ຕັດສິນ ເມື່ອວັນທີ 23 ກຸມພາ 2021 ວ່າຈໍາເລີຍຕ້ອງຈ່າຍ BTC ຄືນໃຫ້ກັບໂຈດພາຍໃນ 10 ມື້ຂອງຄໍາຕັດສິນ. ຢ່າງໃດກໍຕາມ, Shi Moumou ປະຕິເສດການຊໍາລະຄືນ ແລະ ໃຫ້ Cheng Mou ຍື່ນຟ້ອງເພີ່ມ. ຕໍ່​ມາ ສານ​ເຂດ​ ເປົ່າຊານ ຈຶ່ງໄດ້​ຈັດ​ຕັ້ງໃຫ້ມີ​ການ​ໄກ່​ເກ່ຍກັນ​ລະ​ຫວ່າງ​ສອງ​ຝ່າຍ.

Liu Yang ທະນາຍຄວາມ​ຂອງ​ບໍລິສັດ​ກົດໝາຍ DeHeng ຂອງ​ປັກ​ກິ່ງ ກ່າວ​ຕໍ່​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ຄໍາຖະແຫຼງຂອງສານປະຊາຊົນສູງສຸດຈະມີຄວາມສໍາຄັນຫຼາຍໃນການພິຈາລະນາເປັນຄະດີອ້າງອີງ ສໍາລັບຂໍ້ຂັດແຍ້ງທາງແພ່ງທີ່ກ່ຽວຂ້ອງກັບ Bitcoin ໃນເຂດຊຽງໄຮ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/