Holland ສິລະປິນຊື່ດັງຂອງເກົາຫຼີໃຕ້ ຖືກຄົນບໍ່ຫວັງດີທຳຮ້າຍຮ່າງກາຍ ພຽງເພາະເຫດຜົນທີ່ລາວເປັນ LGBT+


ເຖິງວ່າໃນສັງຄົມປັດຈຸບັນຈະມີການເປີດຮັບຄວາມຫຼາກຫຼາຍທາງເພດ ຈາກກຸ່ມຄົນ LGBT+ ແຕ່ກໍໜີບໍ່ພົ້ນປະເດັນການຖືກແບ່ງແຍກ ຫຼື ທຳຮ້າຍຮ່າງກາຍ ຈາກຄົນທີ່ບໍ່ພໍໃຈກັບກຸ່ມຄົນດັ່ງກ່າວ.

ແລະເຊັ່ນດຽວກັນກັບ Holland ທີ່ຫຼາຍໆຄົນຮູ້ຈັກກັນດີໃນນາມນັກຮ້ອງເກົາຫຼີໃຕ້ຄົນທຳອິດທີ່ເປີດເຜີຍຕົວວ່າເປັນເກ ເຊິ່ງຫຼ້າສຸດນັ້ນ Holland ໂພສເລື່ອງລາວຂອງຕົນເອງຜ່ານ Instagram ສ່ວນຕົວວ່າຖືກຄົນແປກໜ້າທຳຮ້າຍຮ່າງກາຍໃນເຂດອີແທວອນ ໂດຍມີເນື້ອໃນວ່າ:

“ຕອນກາງຄືນ (ວັນທີ 6 ພຶດສະພາ) ຂ້ອຍຍ່າງຫຼິ້ນແຖວໆ ເຂດອີແທວອນກັບຜູ້ຈັດການແລະໝູ່ຂອງຂ້ອຍ ແຕ່ໃນຂະນະນັ້ນກໍມີຊາຍແປກໜ້າຍ່າງມາຫາຂ້ອຍແລະຊົກເຂົ້າທີ່ໜ້າຂ້ອຍ 2 ຄັ້ງ ແລະ ເອີ້ນຂ້ອຍວ່າ ‘ເກສົກກະປົກ’ “

“ຕອນນີ້ຂ້ອຍມີຮອຍແຜຢູ່ໜ້າ ແລະ ກໍາລັງໄປທີ່ໂຮງໝໍ ນີ້ຄືອາຊະຍາກໍາທີ່ມາຈາກຄວາມກຽດຊັງ ຄວາມຈິງທີ່ວ່າຂ້ອຍເປີດເຜີຍວ່າເປັນເກໃນພື້ນທີ່ສາທາລະນະບໍ່ຄວນໃຫ້ຂ້ອຍມາພົບກັບເຫດການຄວາມຮຸນແຮງແບບນີ້ ຫຼື ບໍ່ວ່າຈະເປັນ LGBT+, ຜູ້ສູງອາຍຸ, ຜູ້ຍິງ ແລະ ຄົນທີ່ເປັນຊົນກຸ່ມນ້ອຍ ໃນໂລກໜ່ວຍນີ້”.

“ການທີ່ສິ່ງນີ້ເກີດຂຶ້ນໃນປີ 2022 ສະແດງໃຫ້ເຮົາເຫັນເຖິງຄວາມເປັນຈິງທີ່ໜ້າເສົ້າຂອງສິດທິເພດຫຼາກຫຼາຍ ຂ້ອຍໄດ້ແຈ້ງຕໍາຫຼວດກ່ຽວກັບເລື່ອງນີ້ແລ້ວ ແລະຫວັງວ່າຄະດີຈະຖືກແກ້ໄຂໄປດ້ວຍດີ”

ນອກຈາກນີ້ Holland ຍັງໄດ້ລະບຸຕື່ມອີກວ່າ ເຫດກການນີ້ບໍ່ຄວນເກີດຂຶ້ນກັບໃຜທັງນັ້ນໃນໂລກນີ້ ບໍ່ສໍາຄັນວ່າເຈົ້າຈະເປັນໃຜ, ຫວັງວ່າໂລກຈະເຕັມໄປດ້ວຍຄວາມຮັກ ແລະ ຫຼາຍກວ່າຄວາມກຽດຊັງແລະຄວາມຮຸນແຮງ.

ເຖິງວ່າໃນເກົາຫຼີໃຕ້ຈະບໍ່ມີກົດໝາຍທີ່ເອົາຜິດຄົນທີ່ເປັນ LGBT+ ແຕ່ກໍບໍ່ມີກົດໝາຍຄຸ້ມຄອງບຸກຄົນຫຼາກຫຼາຍທາງເພດ ທັງໃນໂຮງຮຽນ, ບ່ອນເຮັດວຽກ ຫຼື ໃນພື້ນທີ່ສາທາລະນະ. ນອກຈາກນີ້ ຍັງມີກົດໝາຍທີ່ຫ້າມບຸກຄົນຫຼາກຫຼາຍທາງເພດເປັນທະຫານ ລວມທັງຍັງບໍ່ມີສົມຣົດເທົ່າທຽມເກີດຂຶ້ນ.

ຢ່າງໃດກໍຕາມ ຫຼາຍຄົນຈະເບິ່ງວ່າສັງຄົມໃນປັດຈຸບັນນັ້ນຖືວ່າປອດໄພຕໍ່ LGBT+ ແລ້ວ ພ້ອມທັງຄິດວ່າຂໍ້ຮຽກຮ້ອງຕ່າງໆຂອງພວກເຂົານັ້ນ “ຫຼາຍເກີນໄປ”, ແຕ່ການທີ່ Holland ຖືກທໍາຮ້າຍນັ້ນ ເຫັນໄດ້ຊັດເຈນວ່າເປັນການອະຄະຕິ ແລະ ມີຄວາມກຽດຊັງຕໍ່ກຸ່ມຄົນຫຼາກຫຼາຍທາງເພດ ທີ່ໃນສັງຄົມປັດຈຸບັນຍັງມີມາໃຫ້ເຫັນຢູ່ເລື້ອຍໆ ແລະ ສາມາດເກີດຂຶ້ນໄດ້ໃນຮູບແບບຂອງຄໍາເວົ້າເທິງໂລກອອນລາຍ, ການທຳຮ້າຍທາງວາຈາ ຫຼື ຄວາມຮຸນແຮງໃນຊີວິດຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/