ໂຮງຮຽນມັດທະຍົມແຫ່ງໜຶ່ງຈາກປະເທດໄທ ໃຫ້ນັກຮຽນຈົ່ງຜົມສັ້ນ ຫຼື ຍາວກໍໄດ້ຕາມເໝາະສົມ ແລະ ສາມາດເລືອກຊົງຜົມໃຫ້ເຂົ້າກັບໜ້າຕາໄດ້ອີກພ້ອມ


ຖ້າຈະເວົ້າເຖິງເລື່ອງກົດລະບຽບພາຍໃນໂຮງຮຽນຂອງລາວເຮົາຈະມີກົດຢູ່ໜຶ່ງກົດທີ່ເອີ້ນໄດ້ວ່າເປັນປະເດັນຮ້ອນທີ່ຖືກກ່າວເຖິງຢ່າງຫຼວງຫຼາຍ ແລະ ຫຼາຍຄົນກໍຄິດວ່າມັນເປັນການຈໍາກັດສິດທິເກີນໄປ ເຊິ່ງກົດທີ່ວ່ານັ້ນກໍຄື “ຫ້າມຈົ່ງຜົມຍາວ” ຢ່າງໃດກໍດີເຖິງກົດລະບຽບນີ້ຈະຖືກນໍາໃຊ້ກັນຢ່າງແຜ່ຫຼາຍ ແຕ່ກໍບໍ່ແມ່ນທຸກໂຮງຮຽນຈະປະຕິບັດຕາມກົດດັ່ງກ່າວ.

ເຊັ່ນດຽວກັນກັບກົດລະບຽບໃໝ່ຂອງໂຮງຮຽນມັດທະຍົມວັດທາດທອງ (โรงเรียนมัธยมวัดธาตุทอง) ຈາກປະເທດໄທ ທີ່ໄດ້ໂພສຮູບພາບກ່ຽວກັບຊົງຜົມຂອງນັກຮຽນພາຍໃນໂຮງຮຽນຂອງຕົນເອງ ທັງຍິງແລະຊາຍ ໂດຍລະບຸວ່າສາມາດຈົ່ງຍາວຫຼື ສັ້ນກໍໄດ້ ຕາມຄວາມເໝາະສົມ ແລະ ມີກົດລະບຽບເສີມອີກໜ້ອຍໜຶ່ງຄື:

ບໍ່ໃຫ້ຜົມທາງຂ້າງແລະທາງຫຼັງຂອງນັກຮຽນຊາຍກາຍຕີນຜົມ ສ່ວນທາງໜ້າແລະທາງກາງຈົ່ງໄດ້ຕາມຄວາມເໝາະສົມ

ສ່ວນນັກຮຽນຍິງຖ້າຫາກຈົ່ງຜົມຍາວຕາມຄວາມເໝາະສົມຕ້ອງມັດໃຫ້ຮຽບຮ້ອຍແລະຕິດໂບຂອງໂຮງຮຽນ.

ຈາກກົດລະບຽບທີ່ອອກມານັ້ນກໍມີຄໍາຖາມກັບໄປຫາທາງໂຮງຮຽນກັບຄໍາວ່າ ‘ເໝາະສົມ’ ແມ່ນເປັນຄວາມເໝາະສົມຂອງໃຜ?

ເຊິ່ງທາງໂຮງຮຽນກໍໄດ້ຕອບມາວ່າ ‘ແມ່ນຄວາມເໝາະສົມຂອງນັກຮຽນທີ່ເຂົາເຈົ້າໄດ້ເລືອກຊົງຜົມໃຫ້ເຂົ້າກັບໜ້າຂອງເຂົາເຈົ້າເອງ’

ດ້ວຍຄໍາຕອບນີ້ເຮັດໃຊ້ຊາວເນັດຫຼາຍຄົນພາກັນຊົມເຊີຍທາງໂຮງຮຽນທີ່ເປີດໂອກາດໃຫ້ນັກຮຽນສາມາດຈົ່ງຊົງຜົມທີ່ພວກເຂົາຕ້ອງການໄດ້ ແລະ ມັນກໍຍັງເປັນການເພີ່ມຄວາມໝັ້ນໃຈໃຫ້ກັບຕົວນັກຮຽນອີກກດ້ວຍ.

ຫວັງວ່າໃນອະນາຄົດນີ້ ກົດລະບຽບຂອງໂຮງຮຽນກ່ຽວກັບເລື່ອງຊົງຜົມໃນປະເທດເຮົາ ກໍໜ້າຈະໄດ້ຮັບການປັບປຸງຄືກັນກັບປະເທດເພື່ອນບ້ານ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/