ສະໜັບສະໜູນມາຕະຫຼອດ! ສະມາຄົມສູນກາງມິດຕະພາບ ຫວຽດນາມ-ລາວ ມອບເງິນຊຸກຍູ້ນັກກິລາລາວ 100 ລ້ານດົງ


ສະມາຄົມສູນກາງມິດຕະພາບ ຫວຽດນາມ-ລາວ ໃຫ້ການສະໜັບສະໜູນ ນັກກິລາລາວ 100 ລ້ານດົງ ຫຼື ປະມານ 60 ລ້ານກວ່າກີບ ເພື່ອເປັນກຳລັງໃຈໃຫ້  ນັກກິລາລາວ ໃນການເຂົ້າຮ່ວມແຂ່ງຂັນ ກິລາຊີເກມ ຄັ້ງທີ 31 ທີ່ຈັດຂຶ້ນຢູ່ຫວຽດນາມ.

ໃນຕອນບ່າຍວັນທີ 10 ພຶດສະພາ 2022  ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະໄດ້ເດີນທາງມາເຖິງ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ ເພື່ອຮ່ວມພິທີເປີດງານກິລາ ຊີເກມ ຄັ້ງທີ 31 ເຊິ່ງໄດ້ເປີດຂຶ້ນເປັນທາງການ ໃນວັນທີ 12 ພຶດສະພາ 2022,  ໄດ້ເຂົ້າພົບປະສະມາຄົມສູນກາງມິດຕະພາບ ຫວຽດນາມ-ລາວ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ເຈີນ ວັນຕຸ້ຍ ປະທານສະມາຄົມສູນກາງມິດຕະພາບ ຫວຽດນາມ-ລາວ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານ ເຈີນ ວັນຕຸ້ຍ ໄດ້ມີຄວາມເຫັນ ວ່າ: ຕະຫຼອດໄລຍະຜ່ານມາ ສະມາຄົມສູນກາງມິດຕະພາບຫວຽດນາມ-ລາວ ຍາມໃດກໍໄດ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີສາຍພົວພັນຮັກແພງລະຫວ່າງຫວຽດນາມ-ລາວ ແລະ ລາວ-ຫວຽດນາມ ໂດຍສະເພາະແມ່ນການສົ່ງເສີມໃຫ້ນັກຮຽນນັກສຶກລາວທີ່ຮຽນຢູ່ ສສ ຫວຽດນາມ, ໃນນັ້ນ ກໍໄດ້ເນັ້ນໜັກໃຫ້ສະຖານທູດສືບຕໍ່ຈັດກິດຈະກຳຢ່າງເປັນປົກກະຕິ ເວົ້າສະເພາະການສອບເສັງນັກຮຽນເກັ່ງ ຫວັງວ່າທ່ານຈະເດີນທາງກັບມາຮ່ວມງານສຳຄັນນີ້ອີກຄັ້ງ. ແນວໃດກໍດີ, ສຳລັບການມາຮ່ວມງານກິລາຊີເກມຄັ້ງນີ້ ຂອງນັກກິລາລາວ ທາງສະມາຄົມພວກເຮົາກໍໄດ້ມີການປຸກລະດົມຮູບແບບທີ່ເໝາະສົມໃຫ້ບັນດາສະມາຄົມຢູ່ເຂດທ້ອງຖິ່ນໄປເຊຍນັກກິລາລາວ ເປັນພິເສດເໝືອນກັບເຊຍທີມຊາດຂອງຕົນເອງ ເພື່ອສົ່ງເສີມໃຫ້ສາມາດສ້າງຜົນງານໃຫ້ໄດ້ດີທີ່ສຸດ ແລະ ກໍເຊື່ອວ່າການມາຄັ້ງນີ້ຂອງທ່ານລັດຖະມົນຕີ ສສກ ຈະເປັນກຳລັງໃຈດີໆ ໃຫ້ນັກກິລາລາວ ຍາດເອົາໄຊຊະນະຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

ໃນໂອກາດດຽວກັນ, ທ່ານ  ພຸດ ສິມມາລາວົງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງສະມາຄົມສູນກາງມິດຕະພາບ ຫວຽດນາມ-ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ການພົບປະຄັ້ງນີ້ເປັນຂີດໝາຍອັນສຳຄັນອັນໜຶ່ງໃນໂອກາດທີ່ຂ້າພະເຈົ້າໄດ້ມາເຄື່ອນໄຫວຮ່ວມການກິລາຊີເກມ ໃນນາມກະຊວງ ສສກ ກໍຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງບັນດາສະຫາຍທີ່ໄດ້ເປັນຫ່ວງເປັນໃຍເພີ່ມທະວີຄວາມຮັກແພງສາມັກຄີສາຍພົວພັນຂອງສອງຊາດຢ່າງແໜ້ນແຟ້ນ ເຖີງວ່າປັດຈຸບັນຈະມີສະພາບຂອງພະຍາດໂອຄິດ-19 ແຕ່ກໍຂໍໃຫ້ ສສ ຫວຽດນາມຈົ່ງທີຄວາມປອດໄພ ແລະ ສາມາດເປີດ ກິລາຊີເກມ ໄປດ້ວຍດີ ພິເສດປີນີ້ທັງສອງພັກ-ລັດສອງຊາດເຮົາໄດ້ກຳນົດເປັນປີເສີມຂະຫຍາຍສາຍພົວພັນແຫ່ງຄວາມສາມັກຄີຮັກແພງ ຄົບຮອບ 60 ປີ ແຫ່ງສາຍພົວພັນທາງການທູດ ແລະ ຄົບຮອບ 45 ປີ. ສະນັ້ນ ຢູ່ສປປ ລາວ ກໍໄດ້ຈັດກິດຈະກຳຕ່າງໆຢ່າງຟົດຟື້ນ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດເຮົາທີ່ມີໃຫ້ກັນມາຢ່າງຍາວນານ ແລະ ທາງກະຊວງ ສສກ ກໍຈະໄດ້ຈົດບັນທຶກເພື່ອຈະຂຽນເປັນປື້ມກ່ຽວກັບຄວາມສາມັກຄີແບບພິເສດຂອງສອງຊາດລາວ-ຫວຽດນາມ ແລະ ຫວຽດນາມລາວ ອີກເທື່ອໜຶ່ງຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງທີ່ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນທັບນັກກິລາລາວໄດ້ມາຝຶກແອບຝຶກຊ້ອມ ແລະ ເຂົ້າຮ່ວມງານກິລາຊີເກມ ໃນຄັ້ງນີ້ໄປດ້ວຍດີ.

ຫຼັງຈາກນັ້ນ ທາງສະມາຄົມຫວຽດນາມ-ລາວ ກໍຍັງໄດ້ມອບເງິນສົດ ຈຳນວນ 100 ລ້ານດົງ ເພື່ອຊຸກຍູ້ສົ່ງເສີມ ນັກກິລາລາວ ຮ່ວມສ້າງຜົນງານ ຮ່າໂນ້ຍ ເກມ ຄັ້ງທີ 31  ອີກດ້ວຍ. ແນວໃດກໍດີ, ໃນໂອກາດທີ່ມາ ສສ ຫວຽດນາມ ເພື່ອຮ່ວມງານກິລາຊີເກມ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະກໍຍັງຈະເຄື່ອນໄຫວເຮັດວຽກນຳບັນດາພາກສ່ວນທີ່ນອນໃນຂະແໜງການສຶກສາ ແລະ ກິລາ ໂດຍສະເພາະເຂົ້າພົບປະກັບກະຊວງສຶກສາ ແລະ ກິລາ ຫວຽດນາມ.

ຂໍ້ມູນໂດຍ: https://cutt.ly/vHokYQo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/