ຖືກໃຈແຟນຄອມມິກ! ເຜີຍພາບຈາກຮູບເງົາ ‘Deadpool 3’ Hugh Jackman ໃສ່ຊຸດສີເຫຼືອງ Classic ໃນບົດບາດ Wolverine


Hugh Jackman ພະເອກຮຸ່ນໃຫຍ່ອາຍຸ 54 ປີເຄີຍສ້າງຄວາມຮືຮາອີກຄັ້ງຕໍ່ສາວົກແຟຣນຊາຍ X-Men ດ້ວຍການປະກາດວ່າຈະກັບມາຮັບບົດ Wolverine ອີກຄັ້ງ ເຖິງແມ່ນວ່າຕົວລະຄອນນີ້ໄດ້ສິ້ນສຸດບົດບາດລົງໄປແລ້ວໃນຮູບເງົາເລື່ອງ ‘Logan’ (2017) ກໍຕາມ ໂດຍໄດ້ມີການລະບຸວ່າເປັນການນຳຕົວລະຄອນຈາກແຟຣນຊາຍ X-Men ຂອງ 20th Century Fox ຫຼືປັດຈຸບັນແມ່ນ 20th Century Studios ເຂົ້າສູ່ຈັກກະວານ MCU (Marvel Cinematic Universe) ຢ່າງເຕັມຕົວ.

ຫຼ້າສຸດທາງ Instagram ຂອງທາງ Hugh Jackman ໄດ້ແຊຣ໌ຮູບພາບຂອງລາວເອງທີ່ກຳລັງໃສ່ຊຸດ Wolverine ສີເຫຼືອງ ເຊິ່ງເປັນຊຸດທີ່ແຟນຄອມມິກນັ້ນຄຸ້ນຕາກັນເປັນຢ່າງດີເພາະມັນມາຈາກຄອມມິກ ໂດຍຮູບດັ່ງກ່າວມາຈາກຮູບເງົາ ‘Deadpool 3’ ທີ່ກຳລັງຖ່າຍທຳຢູ່ໃນຕອນນີ້.

ສຳລັບທາງ Ryan Reynolds ນັກສະແດງນຳຜູ້ຮັບບົດເປັນ Wade Wilson / Deadpool ແລະ ຕຳແໜ່ງຜູ້ຂຽນບົດຮ່ວມ ພ້ອມດ້ວຍຕຳແໜ່ງອຳນວຍການສ້າງ ກໍໄດ້ໃຊ້ບັນຊີສ່ວນຕົວອອກມາແຊຣ໌ຮູບພາບຈາກຮູບເງົາເລື່ອງ Deadpool 3 ດຽວກັນກັບທາງ Hugh Jackman ແລະ ແນ່ນອນວ່າແຟນໆບໍ່ເຄີຍເຫັນພາບນີ້ມາກ່ອນແນ່ນອນ ເນື່ອງຈາກເປັນການສວມຊຸດຕາມຕົ້ນສະບັບຂອງຄອມມິກ ພ້ອມກັບການນຳໃຊ້ຕົວລະຄອນ Wolverine ໄດ້ຢ່າງເຕັມສັກກະຍະພາບຢ່າງທີ່ແຟນໆຕ້ອງການຈະໄດ້ເຫັນມາໂດຍຕະຫຼອດ.

ໂດຍການປັບໃຫ້ Wolverine ມາໃສ່ຊຸດໃຫ້ກົງກັບຄອມມິກນັ້ນ ສ່ວນໜຶ່ງເພື່ອໃຫ້ມີຄວາມສອດຄ່ອງກັບແນວທາງຂອງ MCU ທີ່ມັກຈະອອກແບບເຄື່ອງແຕ່ງກາຍໃຫ້ກົງກັນກັບຄອມມິກໃຫ້ຫຼາຍທີ່ສຸດ ແລະ Kevin Feige ປະທານຂອງ Marvel Studios ໄດ້ຕອບຮັບຄວາມຕ້ອງການສາວວົກ X-Men ນັ້ນເອງ.

ທັງນີ້ມີລາຍງານວ່າ ທາງທີມງານມີການນຳປະເດັນການຢ້ອນເວລາມາໃຊ້ໃນຮູບເງົາ Deadpool 3 ເຊິ່ງຈະເຮັດໃຫ້ Hugh Jackman ໃນບົດບາດຂອງ Wolverine ທີ່ຕ້ອງໃສ່ຊຸດສີເຫຼືອງມີຄວາມສົມເຫດສົມຜົນ ແລະ ແນ່ນອນວ່າຈະບໍ່ຂັດກັບເສັ້ນເລື່ອງຂອງ  ‘Logan’.

ຮູບເງົາເລື່ອງ Deadpool 3 ກັບກຳໂດຍ Shawn Levy ຖືວ່າເປັນອີກໜຶ່ງຕົວລະຄອນທີ່ແຟນໆລໍຖ້າອີກໜຶ່ງໂຕລະຄອນ ດ້ວຍເອກະລັກທີ່ໂດດເດັ່ນທີ່ເປັນຮູບແບບຂອງຕົນເອງ ໂດຍຮູບເງົາມີກຳນົດສາຍໃນວັນທີ 3 ພະຈິກ 2024 ອົດໃຈລໍຖ້າສາວວົກທັງຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/