ນັກຂຸດຫົວໃສ! ໃຊ້ຄວາມຮ້ອນຈາກເຄື່ອງຂຸດ Bitcoin ແທນເຄື່ອງເຮັດຄວາມຮ້ອນ ໄດ້ທັງເງິນ ໄດ້ທັງຄວາມຮ້ອນ ແຖມຍັງເປັນມິດຕໍ່ສິ່ງແວດລ້ອມ


ຄວາມຮ້ອນທີ່ເກີດຂຶ້ນຈາກການຂຸດ Bitcoin ບໍ່ແມ່ນເລື່ອງແປກໃໝ່ສຳລັບອຸດສາຫະກຳ Bitcoin. ໂດຍໃນຍຸກທຳອິດຂອງການຂຸດນັ້ນ ພວກເຮົາມັກຈະໃຊ້ຄອມພິວເຕີສ່ວນຕົວໃນການຂຸດຫຼຽນ ເຮັດໃຫ້ເກີດມີຄວາມຮ້ອນທີ່ສູງ ແລະ ເຮັດໃຫ້ສະພາບແວດລ້ອມອ້ອມຂ້າງອຸ່ນຂຶ້ນຈົນໜ້າອຶດອັດ.

ປັດຈຸບັນໄດ້ມີນັກຂຸດ Bitcoin ຫົວໃສຫຼາຍຄົນທີ່ນອກຈາກຈະເຮັດເງິນຈາກການຂຸດແລ້ວ ພວກເຂົາຍັງບໍ່ລືມທີ່ຈະໃຊ້ປະໂຫຍດຈາກຄວາມຮ້ອນທີ່ເກີດຂຶ້ນຈາກເຄື່ອງຂຸດ ເຊັ່ນ: ບາງຄົນໃຊ້ຄວາມຮ້ອນຈາກເຄື່ອງຂຸດເພື່ອໃຫ້ສະລອຍນ້ຳທີ່ຢູ່ໃນໄອແລນອຸ່ນຂຶ້ນ ແລະ ບາງຄົນກໍນຳເສື້ອຜ້າໄປຕາກຢູ່ໜ້າເຄື່ອງຂຸດໂດຍຫວັງວ່າມັນຈະແຫ້ງໄວຂຶ້ນ

ເວົ້າໄດ້ວ່າໄດ້ທັງເງິນ ໄດ້ທັງຄວາມຮ້ອນທີ່ນຳໄປໃຊ້ປະໂຫຍດຕ່າງໆໄດ້ ແລະ ເປັນມິດກັບສິ່ງແວດລ້ອມອີກ.

ນັກຂຸດທີ່ຊ່ຽວຊານຄົນໜຶ່ງໄດ້ເຮັດໃຫ້ເຮືອນແບບເຄື່ອນທີ່ຂອງເຂົາອຸ່ນຂຶ້ນດ້ວຍກະແສລົມຮ້ອນຈາກເຄື່ອງຂຸດ Bitcoin. ໃນຂະນະທີ່ຄົນອື່ນໆຄົ້ນພົບວ່າວິທີທີ່ເໝາະສົມໃນການໃຊ້ຄວາມຮ້ອນຈາກການຂຸດ Bitcoin ເຊັ່ນດຽວກັນ.

ຢ່າງໃດກໍຕາມ, ການກະທຳດັ່ງກ່າວເປັນສິ່ງທີ່ອັນຕະລາຍພໍສົມຄວນ ເຖິງແມ່ນວ່າຄວາມຄິດນີ້ຈະໃຫ້ຄວາມອົບອຸ່ນທີ່ດີຫຼາຍໃນໄລຍະອາກາດໜາວ ແຕ່ເຮົາກໍຢ້ານວ່າມື້ໃດມື້ໜຶ່ງອາດຈະເຜົາເຮືອນຕົນເອງກໍເປັນໄດ້.

ນອກຈາກນີ້, ບໍລິສັດຂຸດ Bitcoin ທີ່ມີເຄື່ອງເຮັດຄວາມຮ້ອນຫຼາຍແຫ່ງເຊັ່ນ Heatbit ແລະ BitHeater ກໍຮັບຮູ້ໄດ້ເຖິງຄວາມສາມາດຂອງນັກຂຸດ Bitcoin ທີ່ທັງເຮັດເງິນໄດ້ຈາກການຂຸດ ແຕ່ໃນຂະນະດຽວກັນກໍສາມາດໃຊ້ປະໂຫຍດຈາກຄວາມຮ້ອນທີ່ເຄື່ອງຂຸດປ່ອຍອອກມາ, ແຕ່ອາດຈະຈໍາເປັນຕ້ອງມີການແກ້ໄຂທີ່ແບບ Plug-and-play ອີກຫຼາຍຈຸດຢູ່.

“ພວກເຮົາໄດ້ໃຫ້ຄວາມສຳຄັນໃນການດຶງເອົາພະລັງງານຂອງເຄື່ອງຂຸດ Bitcoin Heatbit ຂອງພວກເຮົາ, ຖ້າເຄື່ອງຂຸດນີ້ໃຊ້ພະລັງງານໜ້ອຍກວ່າເຄື່ອງເຮັດຄວາມຮ້ອນໄຟຟ້າມາດຕະຖານຂອງພວກເຮົາ ກໍຈະເປັນສິ່ງທີ່ດີສຳລັບການໃຊ້ໃນ ລະດູໜາວ. ດັ່ງນັ້ນພວກເຮົາໄດ້ພະຍາຍາມທົດສອບມັນ”

ທີ່ມາ:

cointelegraph

siamblockchain

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/