MSME ສ້າງວຽກເຮັດງານທຳໃຫ້ແກ່ຄົນລາວ ຫຼາຍກວ່າ 80% ຂອງອັດຕາຈ້າງງານ


ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ຈັດງານສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ສາກົນ ເພີ່ມຄວາມເຂົ້າໃຈກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງ MSME ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນໃນທຸກຂົງເຂດ.
ວັນທີ 7 ກໍລະກົດ 2023 ນີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດງານສະຫຼອງວັນ MSME ສາກົນ ປະຈຳປີ 2023 ເປັນປະທານກ່າວເປີດໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີຕາງໜ້າຈາກພາກລັດ, ທຸລະກິດ, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ໃນງານດັ່ງກ່າວ ທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກ່າວວ່າ: ແມ່ນສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຕາມຍັດຕິສະບັບເລກທີ 71/279 ໃນເດືອນເມສາ 2017 ກໍານົດເອົາວັນທີ 27 ມິຖຸນາ ຂອງທຸກປີ ເປັນວັນ MSME ສາກົນ. ຫຼັງຈາກນັ້ນ, ກໍໄດ້ຮັບການສະເຫຼີມສະຫຼອງວັນດັ່ງກ່າວຢ່າງກວ້າງຂວາງ ໃນປະເທດຕ່າງໆທົ່ວໂລກ.

ຈຸດປະສົງຂອງການກໍານົດໃຫ້ມີວັນດັ່ງກ່າວ ແມ່ນເພື່ອເຮັດໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງ MSME ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນ ຢູ່ໃນທຸກຂົງເຂດທົ່ວໂລກ, ໂດຍສະເພາະແມ່ນການປະກອບສ່ວນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ປີ 2030.

ໃນປີ 2023, ອົງການສະຫະປະຊາຊາດ ໄດ້ກຳນົດຫົວຂໍ້ໃນການສະເຫຼີມສະຫຼອງ “ ກະຕຸ້ນ MSME ທົ່ວໂລກໂດຍການສະໜັບສະໜູນຜູ້ປະກອບກິດຈະການເພດຍິງ ແລະ ຊາວໜຸ່ມ ແລະ ການປັບຕົວດ້ານຕ່ອງໂສ້ການສະໜອງ” ພາຍໃຕ້ຫົວຂໍ້ດັ່ງກ່າວ ກະຊວງ ອຄ ໄດ້ດັດປັບໃຫ້ສອດຄ່ອງກັບນະໂຍບາຍສົ່ງເສີມການພັດທະນາເສດຖະກິດສັງຄົມຂອງລາວເຮົາໃນປັດຈຸບັນ ຈຶ່ງໄດ້ກຳນົດຫົວຂໍ້: “ຍົກລະດັບຜະລິດຕະພັນລາວ ເພື່ອທົດແທນການນຳເຂົ້າ”.

ງານສະຫຼອງໃນຄັ້ງນີ້ຍັງມີກິດຈະກຳ ສຳມະນາກ່ຽວກັບນະໂຍບາຍສົ່ງເສີມຜູ້ປະກອບກິດຈະການ, ມີການແລກປ່ຽນປະສົບການດຳເນີນທຸລະກິດ ແລະ ກິດຈະກຳແຂ່ງຂັນແຜນທຸລະກິດ. ພ້ອມນີ້ ກໍໄດ້ຈັດການແຂ່ງຂັນ ນຳສະເໜີແຜນທຸລະກິດຂອງຕົນ ໂດຍມີນັກສຶກສາຈາກ 5 ສະຖາບັນເຂົ້າຮ່ວມ ຄື: ວິທະຍາໄລສຸດສະກະ, ວິທະຍາໄລການຄ້າ, ວິທະຍາໄລຄອມເຊັນເຕີ, ວິທະຍາໄລຣັດຕະນະ ແລະ ມະຫາວິທະຍາໄລແຫ່ງຊາດລາວ.

ຂໍ້ມູນຈາກ: ຂ່າວເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/