ແບນຕໍ່ເນື່ອງ! ຫວຽດນາມສັ່ງ Netflix ຖອດຊີຣີ້ຈີນ “Flight to You” ເຫດແຜນທີ່ທະເລຈີນໃຕ້


Netflix ແລະ FTP Telecom ໄດ້ລະງັບໃຫ້ບໍລິການຊີຣີ້ຈີນ “Flight to You” ເຊິ່ງເປັນຊີຣີ້ໂຣແມນຕິກຈາກປະເທດຈີນ ໃຫ້ລະງັບໃນປະເທດຫວຽດນາມ ຫຼັງລັດຖະບານຫວຽດນາມໄດ້ລະບຸວ່າ ຊີຣີ້ເລື່ອງດັ່ງກ່າວມີເນື້ອຫາລະເມີດກົດໝາຍອະທິປະໄຕເນື່ອງຈາກມີສາກສະແດງໃຫ້ເຫັນແຜນທີ່ ເສັ້ນປະ 9 ເສັ້ນ (Nine-Dash Line) ທີ່ປະເທດຈີນໄດ້ໃຊ້ອ້າງດິນແດນໃນທະເລຈີນໃຕ້ ແຕ່ພື້ນດັ່ງກ່າວນັ້ນຄອບຄຸມພື້ນທີ່ບາງສ່ວນທີ່ປະເທດຫວຽດນາມອ້າງສິດເຊັ່ນດຽວກັນ.

ພະແນກຮູບເງົາຂອງກະຊວງວັດທະນະທຳຫວຽດນາມລະບຸຜ່ານເວັບໄຊວ່າ ແມ່ນວ່າ FTP Telecom ຈະເບີພາບຂອງແຜນທີ່ຂໍ້ຂັດແຍ້ງແລ້ວ ແຕ່ຊີຣີ້ “Flight to You” ກໍມີເນື້ອຫາທີ່ບໍ່ເໝາະສົມ ເປັນການລະເມີດອະທິປະໄຕຂອງຫວຽດນາມ.

ໜ່ວຍງານລະບຸວ່າພາບ ເສັ້ນປະ 9 ເສັ້ນ  (Nine-Dash Line) ເຊິ່ງເປັນແຜນທີ່ທີ່ຍັງມີການໂຕ້ຖ້ຽງກັນເຊິ່ງບົ່ງຊີ້ເຖິງອຳນາດອະທິປະໄຕເໜືອພື້ນທີ່ຂອງທະເລຈິນໃຕ້ ໄດ້ຖືກນຳສະເໜີໃນສາກຕ່າງໆຂອງຊີຣີ້ເລື່ອງນີ້ເປັນຈຳນວນທັງໝົດ 9​ ຕອນ ໂດຍລັດຖະບານຫວຽດນາມໃຫ້ເວລາ Netflix 24 ຊົ່ວໂມງນັບຈາກວັນທີ 10 ກໍລະກົດ 2023 ໃນການນຳຊີຣີ້ດັ່ງກ່າວອອກຈາກ Netflix ທີ່ໃຫ້ບໍລິການໃນປະເທດຫວຽດນາມ.

ກ່ອນໜ້ານີ້ທາງປະເທດຫວຽດນາມຍັງແບນຫ້າມສາຍຮູບເງົາເລື່ອງ Barbie ໃນຂໍ້ຫາດຽວກັນນີ້ໂດຍບັນຫາປົມທະເລຈີນໃຕ້ຍັງຄົງເປັນເລື່ອງທີ່ລະອຽດອ່ອນ ຫວຽດນາມຍັງໄດ້ດຳເນີນການກວດສອບເວັບໄຊຂອງຜູ້ຈັດຄອນເສີດ BLACKPINK ສິລະປິນ KPOP ຊື່ດັງຈາກເກົາຫຼີໃຕ້ ກ່ອນຈະຮອດມື້ສະແເດງໃນຫວຽດນາມເປັນຄັ້ງທຳອິດໃນລະຫວ່າງວັນທີ 29-30 ກໍລະກົດ ສາເຫດມາຈາກການໃຊ້ຮູບພາບ ເສັ້ນປະ 9 ເສັ້ນ  (Nine-Dash Line) ເທິງເວັບໄຊ ຈົນຜູ້ຈັດຄອນເສີດຕ້ອງອອກມາກ່າວຄຳຂໍໂທດ ແລະ ສັນຍາວ່າຈະຖອດຮູບແຜນທີ່ດັ່ງກ່າວອອກໄປໃນອາທິດທີ່ຜ່ານມາ.

ຢ່າງໃດກໍຕາມ ຊີຣີ້ເລືື່ອງ “Flight to You” ຍັງສາມາດຮັບຊົມໄດ້ຜ່ານທາງ YouTube ຂອງສະຖານີໂທລະພາບ “Huace Croton TV Vietnam” ແຕ່ທາງດ້ານ FTP Telecom ຢືນຢັນວ່າໄດ້ລຶບຊີຣີ້ເລື່ອງດັ່ງກ່າວອອກໄປແລ້ວ ສ່ວນທາງ Netflix Vietnam ປະຕິເສດໃນການທີ່ຈະສະແດງຄວາມຄິດເຫັນໃນເລື່ອງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/