ຕໍາຫຼວດແຄນາດາ ເລັ່ງໄລ່ຈັບ 2 ຄົນຮ້າຍທີ່ໃຊ້ມີດໄລ່ແທງກຸ່ມຄົນເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ


ເຫດການລະທຶກຂວັນໃນໄລຍະນີ້ແມ່ນມີມາໃຫ້ເຫັນຢູ່ເລື້ອຍໆ ແລະຫຼ້າສຸດນີ້ທາງ ຕໍາຫຼວດແຄນາດາ ກໍາລັງເລັ່ງໄລ່ຈັບກຸມຊາຍ 2 ຄົນທີ່ໃຊ້ມີດໄລ່ແທງຄົນ ເປັນເຫດໃຫ້ມີຜູ້ເສຍຊີວິດນັບ 10 ແລະ ບາດເຈັບອີກຫຼາຍ.

ຕໍາຫຼວດແຄນາດາ

ໃນວັນທີ 5 ກັນຍາ 2022 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ທີ່ລັດຊັສແຄດເຊວັນ (Saskatchewan) ຂອງປະເທດແຄນາດາ ໄດ້ມີຄົນຮ້າຍ 2 ຄົນກໍ່ເຫດໃຊ້ອາວຸດມີດໄລ່ແທງຄົນຕາມຖະໜົນເມື່ອຕອນເຊົ້າຂອງມື້ວານນີ້ (ວັນທີ 4 ກັນຍາ) ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ແລະບາດເຈັບອີກ 15 ຄົນ.

ຈາກຂໍ້ມູນການກວດສອບເບື້ອງຕົ້ນຂອງເຈົ້າໜ້າທີ່ ກໍໄດ້ພົບວ່າ 2 ຜູ້ກໍ່ເຫດໄດ້ລົງມືກໍ່ເຫດໃນ 13 ຈຸດທົ່ວລັດຊັສແຄດເຊວັນ ເຊິ່ງຈຸດທໍາອິດທີ່ຄົນຮ້າຍລົງມືແມ່ນຢູ່ທີ່ James Smith Cree Nation (ຊຸມຊົນພື້ນເມືອງ) ແລະ ທາງການທ້ອງຖິ່ນກໍໄດ້ປະກາດສະພາວະສຸກເສີນເພື່ອຮັບມືກັບສະຖານະການແລ້ວ.

ຕໍາຫຼວດແຄນາດາ

ແລະຫຼ້າສຸດນີ້ທາງດ້ານເຈົ້າໜ້າຕໍາຫຼວດກໍໄດ້ເຜີຍແຜ່ຮູບຖ່າຍແລະຊື່ຂອງ 2 ຜູ້ຕ້ອງສົງໄສທີ່ລົງມືກໍ່ເຫດແລ້ວ ໂດຍມີ Damien Sanderson  ອາຍຸ 31 ປີ ແລະ  Myles Sanderson 30 ປີ ແຕ່ໃນດ້ານຂໍ້ມູນອື່ນໆ ຫຼື ແຮງຈູງໃຈທີ່ເຮັດໃຫ້ຄົນຮ້າຍກໍ່ເຫດແມ່ນຍັງບໍ່ໄດ້ມີການເປີດເຜີຍ.

ຕໍາຫຼວດແຄນາດາ

ເຊິ່ງຂະນະນີ້ ທັງ 2 ຄົນແມ່ນຢູ່ໃນລະຫວ່າງກາຫຼົບໜີ ເຊິ່ງເຈົ້າໜ້າທີ່ຄາດວ່າຄົນຮ້າຍອາດໃຊ້ລົດສີດໍາໃນການໜີການຈັບກຸມ ໂດຍເຈົ້າໜ້າທີ່ໄດ້ຕັ້ງດ່ານເຝົ້າລະວັງ ແລະ ກວດສອບລົດໃນຫຼາຍໆຈຸດ. ພ້ອມນີ້ຍັງໄດ້ລະດົມກໍາລັງເຈົ້າໜ້າທີ່ທົ່ວລັດອອກຕາມລ່າ ແລະໄດ້ເຕືອນປະຊາຊົນໃນພື້ນທີ່ເກີດເຫດຢ່າຮັບຄົນແປກໜ້າຂຶ້ນລົດ, ໃຫ້ຢູ່ໃນເຮືອນຂອງໃຜລາວ ແລະໃຊ້ຄວາມລະມັດລະວັງ ລວມທັງໃຫ້ຮີບແຈ້ງຕໍາຫຼວດຫາກພົບເຫັນຜູ້ຕ້ອງສົງໄສ ແລະຫຼີກເວັ້ນການເຂົ້າໃກ້.

ນອກຈາກນີ້ ທາງການຍັງໄດ້ສົ່ງຂໍ້ຄວາມແຈ້ງເຕືອນບຸກຄົນອັນຕະລາຍໄປທີ່ໂທລະສັບມືຖືຂອງປະຊາຊົນທົ່ວລັດຊັສແຄດເຊວັນ ແລະ ລັດບໍລິເວນໃກ້ຄຽງໃຫ້ເຝົ້າລະວັງ.

ຕໍາຫຼວດແຄນາດາ

ເຫດການດັ່ງກ່າວນີ້ເປັນເຫດການສັງຫານໝູ່ທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດໃນປະຫວັດສາດຍຸກສະໄໝໃໝ່ຂອງແຄນາດາ ແລະສ້າງຄວາມສະເທືອນຂວັນຢ່າງຫຼາຍໃຫ້ກັບປະຊາຊົນທົ່ວປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ