ສະຫະລັດອາເມຣິກາ ອະນຸມັດແຜນຂາຍອາວຸດໃຫ້ໄຕ້ຫວັນ ມູນຄ່າ 1.1 ພັນລ້ານໂດລາ ຈີນຊີ້ວ່າສິ່ງນີ້ຈະທຳລາຍຄວາມສຳພັນ ຈີນ-ອາເມຣິກາ ຕື່ມອີກ

ສະຫະລັດອາເມຣິກາ

ຫຼັງຈາກຈີນໄດ້ຊ້ອມຮົບໃກ້ກັບໝູ່ເກາະໄຕ້ຫວັນ ເພື່ອສະແດງຄວາມບໍ່ພໍໃຈຕໍ່ ການມາຢາມໄຕ້ຫວັນ ຂອງປະທານສະພາຜູ້ແທນສະຫະລັດອາເມຣິກາ. ຫຼ້າສຸດ ກະຊວງການຕ່າງປະເທດຂອງ ສະຫະລັດອາເມຣິກາ ໄດ້ອະນຸມັດໂຄງການຂາຍອາວຸດໃຫ້ກັບໄຕ້ຫວັນ ມູນຄ່າກວ່າ 1.1 ພັນລ້ານໂດລາ. ຂະນະທີ່ຈີນສະແດງຄວາມບໍ່ພໍໃຈ ແລະ ອາດມີມາດຕະການຕອບໂຕ້.

ເມື່ອວັນທີ 2 ກັນຍາ 2022 ທາງສະຫະລັດອາເມຣິກາໄດ້ປະກາດຂາຍອາວຸດຊຸດໃໝ່ໃຫ້ກັບໄຕ້ຫວັນ ໂດຍອາວຸດຊຸດນີ້ຈະມີມູນຄ່າປະມານ 1.1 ພັນລ້ານໂດລາ ໂດຍອາວຸດໃນຊຸດນີ້ປະກອບມີ: ລູກສອນໄຟ ໄຊໄວເດີ້ (Sidewinder missile) ເຊິ່ງເປັນລູກສອນໄຟທີ່ສາມາດຍິງໂຈມຕີຈາກອາກາດສູ່ອາກາດ ແລະ ໂຈມຕີທາງພື້ນດິນ ລວມມູນຄ່າ 85.6 ລ້ານໂດລາ, ລູກສອນໄຟ ຮາປູນ (harpoon missile) ເຊິ່ງເປັນລູກສອນໄຟຕໍ່ຕ້ານເຮືອຮົບຂອງສັດຕູ ມູນຄ່າກວ່າ 355 ລ້ານໂດລາ ແລະ ອຸປະກອນເສີມຕ່າງໆທາງທະຫານຂອງໄຕ້ຫວັນອີກ 665.4 ລ້ານໂດລາ.

ສະຫະລັດອາເມຣິກາ

ຂະນະທີ່ ຫຼິວ ເພິງຢູ (Liu Pengyu) ໂຄສົກສະຖານທູດຈີນ ປະຈຳ ວໍຊີງຕັນ ດີຊີ ໄດ້ອອກຖະແຫຼງການກ່ຽວກັບການຂາຍອາວຸດຂອງ ສະຫະລັດໃນຄັ້ງນີ້ວ່າ: “ການກະທຳຄັ້ງນີ້ຂອງສະຫະລັດ ຈະທຳລາຍຄວາມສຳພັນຂອງຈີນ-ສະຫະລັດອາເມຣິກາ ລວມເຖິງ ສັນຕິພາບ ແລະ ຄວາມໝັ້ນຄົງໃນພື້ນທີ່ໃນຊ່ອງແຄບໄຕ້ຫວັນຢ່າງຮຸນແຮງ. ໃນເມື່ອສະຖານະການເປັນໄປແບບນີ້ ຈີນກໍຈະຂໍໃຊ້ມາດຕະການຕອບໂຕ້ທີ່ຈຳເປັນ”.

ໂດຍທາງສະຫະລັດ ອາເມຣິກາ ໄດ້ຢືນຢັນວ່າໂຄງການຂາຍອາວຸດຄັ້ງນີ້ໃຫ້ໄຕ້ຫວັນນັ້ນ ໄດ້ມີການພິຈາລະນາມາໃນໄລຍະໜຶ່ງແລ້ວ ແລະ ຜ່ານຂະບວນການຫາລືທັງກັບສະມາຊິກສະພາໄຕ້ຫວັນ ແລະ ສະຫະລັດອາເມຣິກາ.

ສະຫະລັດອາເມຣິກາ

ກະຊວງປ້ອງກັນປະເທດຂອງໄຕ້ຫວັນໄດ້ກ່າວຂອບໃຈ ທາງສະຫະລັດໃນການຊື້ຂາຍອາວຸດຄັ້ງນີ້ ແລະ ຍໍ້າວ່າ ການກະທຳຂອງຈີນໃນໄລຍະນີ້ ຖືເປັນໄພຄຸຄາມຢ່າງໃຫຍ່ຫຼວງຕໍ່ໄຕ້ຫວັນ ແລະ ເຊື່ອວ່າອາວຸດທີ່ໄດ້ຮັບຈາກອາເມີຣິກາໃນຄັ້ງນີ້ຈະຊ່ວຍໃຫ້ໄຕ້ຫວັນ ຕໍ່ສູ້ກັບແຮງກົດດັນຂອງທາງການຈີນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ