ຕຶກອາຄານບູຮານຊົງ Yazd ຮັກສາຄວາມເຢັນໄດ້ ໂດຍບໍ່ຕ້ອງໃຊ້ແອ


ໃນຂອບເຂດປະເທດທີ່ອ້ອມຮອບດ້ວຍທະເລຊາຍສາມາດຢູ່ໄດ້ແນວໃດໂດຍບໍ່ມີເຄື່ອງປັບອາກາດ, ເຮົາມາເບິ່ງຕົວຢ່າງໃນເຂດປະເທດຕາເວັນອອກກາງ ທີ່ຖືເປັນເຂດທີ່ມີພູມອາກາດແຫ້ງແລ້ງ ແລະ ຍັງມີຄວາມບອບບາງຕໍ່ການປ່ຽນແປງດິນຟ້າອາກາດຢ່າງຮຸນແຮງໃນອັນດັບຕົ້ນໆຂອງໂລກ. ເພາະໃນເມື່ອປີ 2016 ນັ້ນແມ່ນມີການບັນທຶກອຸນຫະພູມສູງທີ່ສຸດໃນປະຫວັດສາດຢູ່ທີ່ 54 ອົງສາເຊ ຢູ່ເມືອງ ມີທຣິບະ, ປະເທດ ຄູເວດ.

ສະນັ້ນແລ້ວ, ການຢູ່ອາໄສຂອງປະຊາຊົນແມ່ນຕ້ອງໄດ້ມີການປັບຕົວທຸກດ້ານ ໂດຍສະເພາະແມ່ນການອອກແບບອາຄານໃຫ້ສາມາດທົນທານກັບອາກາດທີ່ຮ້ອນ ເພາະເມື່ອກ່ອນທີ່ບໍ່ມີເຄື່ອງໃຊ້ໄຟຟ້າ, ບັນດາອາຄານຮູບຊົງ Yazd ຈຶ່ງເປັນທີ່ນິຍົມໃນການກໍ່ສ້າງຢ່າງແຜ່ຫຼາຍ.

ເພາະອາຄານ Yazd ສາມາດຮັກສາອຸນຫະພູມໃຫ້ເຢັນໂດຍບໍ່ຕ້ອງໃຊ້ເຄື່ອງໃຊ້ໄຟຟ້າ ທີ່ມີການຄົ້ນຄິດນັບຕັ້ງແຕ່ໄລຍະ ອີຢີບບູຮານ ແລະ ມີການຊົມໃຊ້ຢ່າງແຜ່ຫຼາຍໃນເຂດຕາເວັນອອກກາງ ແລະ ອາຟຣິກາເໜືອ, ນັ້ນກໍເປັນເຫດໜຶ່ງທີ່ເຮັດໃຫ້ມີການຖົກຖຽງກັນວ່າຕົ້ນກຳເນີດຂອງຕຶກຮູບແບບນີ້ນັ້ນມາຈາກໃສກັນແທ້. ແຕ່ຫາກຂໍ້ສະຫຼຸບສ່ວນໃຫຍ່ກໍເຊື່ອວ່າອາຄານດັກຈັບລົມນີ້ ແມ່ນມີຕົ້ນກຳເນີດມາຈາກປະເທດ ອີຣານ.

ການອອກແບບອາຄານ Yazd ໂດຍສ່ວນໃຫຍ່ແມ່ນຈະມີປ່ອງອາກາດທີ່ເປັນຮູບສີ່ຫຼ່ຽມ, ປ່ອງອາກາດເຫຼົ່ານີ້ຈະດັກຈັບເອົາລົມເຢັນເຂົ້າໄປແລກປ່ຽນຖ່າຍເທອາກາດໃນອາຄານໂດຍທຳມະຊາດ, ເຊິ່ງລົມເຢັນຈະເຄື່ອນທີ່ລົງລຸ່ມຂອງອາຄານ ແລະ ແລກປ່ຽນກັບອາກາດທີ່ອຸ່ນກວ່າ ເຮັດໃຫ້ອາກາດທີ່ອຸ່ນນັ້ນລອຍເຄື່ອນທີ່ອອກຈາກອາຄານຜ່ານຊ່ອງອາກາດ ທີ່ມີແຮງດັນຈາກອາຄານຊ່ວຍຍູ້ອາກາດຮ້ອນອອກໄປ.

ເພາະການຊົມໃຊ້ພະລັງງານໃນການປັບອາກາດແມ່ນຄິດເປັນອັດຕາສ່ວນ 1 ໃນຫ້າອັນດັບຕົ້ນໆຂອງການໃຊ້ໄຟຟ້າທົ່ວໂລກ. ອາຄານ Yazd ຈຶ່ງຖືເປັນທາງເລືອກທີ່ໜ້າດຶງດູດ ເພາະເປັນການຮັກສາການຊົມໃຊ້ພະລັງງານຢ່າງມີປະສິດທິພາບ ທີ່ມີການຂັບເຄື່ອນ ແລະ ລະບາຍອາກາດແບບບໍ່ອາໄສພະລັງງານໄຟຟ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ. ເຮົາມາເບິ່ງຕົວຢ່າງຂອງອີກໜຶ່ງອາຄານທີ່ຊົມຮູບແບບການດັກຈັບລົມແບບດຽວກັນ ໃນອາຄານອຸດທິຍານແຫ່ງຊາດ ໄຊອອນ (Zion National Park) ທີ່ນຳເອົາວິທີການດັກຈັບລົມທົດແທນການໃຊ້ເຄື່ອງໃຊ້ໄຟຟ້າ, ຜົນໃນການວັດແທກອາກາດເຫັນວ່າມັນສາມາດຫຼຸດອຸນຫະພູມໃຫ້ແຕກຕ່າງກັນໄດ້ 16 ອົງສາເຊ ລະຫວ່າງອາກາດພາຍໃນ ແລະ ພາຍນອກອາຄານ.

ໃນປັດຈຸບັນຮູບແບບຂອງຕຶກອາຄານ Yazd ຍັງຄົງຖືກຮັກສາໄວ້ ແລະ ຍັງມີຂໍ້ມູນວ່າຈາກນະວັດຕະກຳທີ່ໜ້າອັດສະຈັນໃນການອອກແບບນີ້ ເຮັດໃຫ້ອາຄານທົນທານຕໍ່ສະພາບອາກາດຮ້ອນ ແລະ ແຫ້ງແລ້ງໄດ້ດີ, ຈຶ່ງເຮັດໃຫ້ອາຄານດັກຈັບລົມນີ້ຍັງຖືກຮັບຮອງເປັນ ມໍລະດົກໂລກ ໂດຍອົງກອນ UNESCO ໃນປີ 2017. ໜຶ່ງໃນອາຄານດັກຈັບລົມທີ່ມີຊື່ສຽງກໍຍັງຄົງມີການເປີດໃຊ້ງານໃນສວນ Dowlatabad Abad ແລະ ເຊື່ອວ່າເປັນອາຄານດັກຈັບລົມທີ່ມີຄວາມສູງທີ່ສຸດໃນໂລກໃນລະດັບ 33 ແມັດ.

ພ້ອມດຽວກັນນັ້ນ, ອາຄານຮູບຊົງນີ້ຍັງເປັນການຮັກສາວັດທະນາທຳດັ້ງເດີມໃນສະໄໝເອຢິບໂບຮານໄວ້ຢ່າງເຂັ້ມແຂງ. ແຕ່ຫາກຍັງມີສິ່ງທີ່ໜ້າກັງວົນຕໍ່ການເສື່ອມໂຊມທາງວັດທະນະທຳດັ້ງເດີມຂອງປະເທດ ອິລານ, ເພາະຫາກບໍ່ມີການບໍາລຸງຮັກສາອາຄານເກົ່າຢ່າງຈິງຈັງ ກໍອາດສ່ຽງຕໍ່ການຜຸພັງຂອງອາຄານ ແລະ ຍັງມີແນວໂນ້ມທີ່ອາດຈະເຮັດໃຫ້ປະຊາຊົນ ມີການສ້າງອາຄານ ຮູບແບບປະສົມປະສານເຕັກໂນໂລຊີແບບໃໝ່ຈາກເຂດຕາເວັນຕົກ.

ແຫຼ່ງທີ່ມາ:

The ancient Persian way to keep cool – BBC Future

The ancient Persian way to keep cool – The Muslim Times

How the Middle East is suffering on the front lines of climate change | World Economic Forum (weforum.org)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/