ໄຕມາດທຳອິດ ສປປ ລາວ ດຶງດູດນັກທ່ອງທ່ຽວຕ່າງຊາດໄດ້ຫຼາຍກວ່າ 1,1 ລ້ານຄົນ


ອີງຕາມການລາຍງານຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະ 3 ເດືອນຕົ້ນປີນີ້ ຫຼື ໄຕມາດທຳອິດຂອງ ປີ 2024 ມີນັກທ່ອງທ່ຽວຕ່າງປະເທດ 1,1 ລ້ານຄົນ ເຂົ້າມາທ່ອງທ່ຽວລາວ ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໂດຍຕົວເລກເປີດເຜີຍວ່າ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ໄທ 347.595 ຄົນ, ຫວຽດນາມ 264.710 ຄົນ, ຈີນ 242.404 ຄົນ, ສ.​ເກົາຫຼີ 105.642 ຄົນ, ອາ​ເມ​ຣິ​ກາ 25.455 ຄົນ, ຝຣັ່ງ 20.339 ຄົນ, ອັງກິດ 14.2718 ຄົນ. ຣັດເຊຍ ແລະ 9,523 ຈາກເຢຍລະມັນ.

ນັກທ່ອງທ່ຽວ ເພີ່ມຂຶ້ນ ຍ້ອນວ່າ ທາງການລາວ ໄດ້ເປີດຂະບວນການຢ້ຽມຢາມ ລາວ ປີ 2024 ແລະ ມີນັກທ່ອງທ່ຽວ ໃຊ້ເສັ້ນທາງ ລົດໄຟ ລາວ-ຈີນ ຫຼາຍຂຶ້ນ. ໂດຍເສັ້ນທາງລົດໄຟເປັນ ທ່າແຮງສຳຄັນ ໂດຍຜ່ານແຂວງຫຼວງພະບາງ ແລະ ອຸດົມໄຊ ເຊິ່ງມີຫຼາຍສະຖານທີ່ໃຫ້ນັກທ່ອງທ່ຽວສົນໃຈ ທີ່ມີຈຸດເດັ່ນທີ່ທຳມະຊາດອັນອຸດົມສົມບູນ

ພາຍໃຕ້ ປີ ທ່ອງທ່ຽວລາວ 2024, ອົງການ​ທ່ອງ​ທ່ຽວ ​ແລະ ຜູ້​ປະກອບ​ການ​ໄດ້​ປັບປຸງ​ການ​ບໍລິການ​ຢູ່​ໂຮງ​ແຮມ, ເຮືອນ​ພັກ ​ແລະ ຮ້ານອາຫານ ​ແລະ ​ໄດ້​ເພີ່ມ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຕື່ມ​ອີກ ​ເພື່ອ​ໃຫ້​ຜູ້​ມາ​ທ່ຽວ​ຊົມ​ໄດ້​ຮັບ​ປະສົບ​ການ​ທີ່​ດີ ​ແລະ ໜ້າ​ສົນ​ໃຈ​ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ.

https://www.vientianetimes.org.la/freefreenews/freecontent_84_Laos_y24.php

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/