10 ອັນດັບປະເທດທີ່ມີສະຕາດອັບຫຼາຍທີ່ສຸດ


ເມື່ອເວົ້າເຖິງສະຕາດອັບທຸກຄົນຈະຄິດເຫັນປະເທດໃດກ່ອນໝູ່? ສະຫະລັດອາເມຣິກາ ແມ່ນບໍ່? ກໍຄົງບໍ່ແປກໃຈຖ້າຄິດແບບນັ້ນ ເພາະອາເມຣິກາຖືເປັນປະເທດທີ່ຈະເລີນໄປດ້ວຍຊັບພະຍາກອນມະນຸດ ແລະມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີຫຼາຍ ພ້ອມຍັງເຕັມໄປດ້ວຍນັກລົງທຶນທີ່ພ້ອມຈະລົງທຶນກັບແນວຄິດນະວັດຕະກຳໃໝ່ໆ. ແລ້ວນອກຈາກອາເມຣິກາເດ ມີປະເທດໃດອີກແດ່ທີ່ມີບໍລິສັດສະຕາດອັບຫຼາຍສຸດໃນໂລກ?

ມື້ນີ້ LaoX ຈະພາໄປຮູ້ຈັກກັບ 10 ປະເທດທີ່ມີສະຕາດອັບຫຼາຍທີ່ສຸດ ອີງຕາມສະຖິຕິຈາກ StartupBlink ປີ 2023 ເຊິ່ງມີ:

1. ສະຫະລັດອາເມຣິກາ: ມີສະຕາດອັບທັງໝົດ 3,525,421 ບໍລິສັດ ແລະ ມີຈຳນວນປະຊາກອນທັງໝົດ 333.4 ລ້ານຄົນ, ເຖິງແມ່ນວ່າໃນດ້ານປະຊາກອນ ສະຫະລັດອາເມຣິກາຈະບໍ່ແມ່ນທີໜຶ່ງ ແຕ່ວ່າສະຫະລັດເອງຍັງເປັນປະເທດທີ່ມີສະຕາດອັບຫຼາຍທີ່ສຸດ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງທາງດ້ານເສດຖະກິດທີ່ບໍ່ໄດ້ຂຶ້ນກັບຈຳນວນປະຊາກອນແຕ່ຢ່າງໃດ ສິ່ງໜຶ່ງທີ່ເອື້ອອຳນວຍໃຫ້ສະຫະລັດອາເມຣິກາກໍຄືລະບົບນິເວດໃນການເຮັດສະຕາດອັບ. ເຊິ່ງສະຕາດອັບທີ່ກຳລັງເປັນທີ່ຖືກກ່າວເຖິງກໍມີ SoundHound, People.aiObserve.AI, Snappr.

2. ຈີນ: ມີທັງໝົດ 651,574 ບໍລິສັດ ດ້ວຍປະຊາກອນທີ່ຫຼາຍທີ່ສຸດໃນໂລກຫຼາຍກວ່າ 1 ພັນລ້ານຄົນ ບໍ່ແປກໃຈເລີຍວ່ານີ້ຈະເປັນປະເທດທີ່ມີສະຕາດອັບເກີດຂຶ້ນຫຼາຍອັນດັບຕົ້ນໆຂອງໂລກ ເຊິ່ງບໍລິສັດທີ່ປະສົບຄວາມສຳເລັດໂດຍເລີ່ມຈາກການເປັນສະຕາດອັບກໍມີ ByteDance, Yuanfudao, Alibaba Cloud ເປັນຕົ້ນ.

3. ຣາຊະອານາຈັກອັງກິດ: ມີ 385,112 ບໍລິສັດ ແລະມີປະຊາກອນ 67.5 ລ້ານຄົນ. ດ້ວຍຫຼາຍປັດໄຈທີ່ເອື້ອອຳນວຍ ແລະລະບົບນິເວດທີ່ສົມບູນສຳລັບການເຮັດສະຕາດອັບ ເຮັດໃຫ້ມີຫຼາຍສະຕາດອັບເກີດຂຶ້ນ, ບໍລິສັດສະຕາດອັບທີ່ປະສົບຜົນສຳເລັດກໍມີ Zapp, Nothing, Builder.ai, Anything World.

4. ອິນເດຍ: ມີທັງໝົດ 338,565 ບໍລິສັດ ດ້ວຍປະຊາກອນຫຼາຍກວ່າ 1 ພັນລ້ານຄົນ ແລະ ເຕັມໄປດ້ວຍໄວໜຸ່ມທີ່ມີຄວາມເກັ່ງດ້ານເຕັກໂນໂລຊີ ຈຶ່ງບໍ່ແປກໃຈທີ່ຈະເຫັນອິນເດຍມາຢູ່ໃນອັນດັບຕົ້ນໆ. ເຊິ່ງສະຕາດອັບອິນເດຍທີ່ເຮົາອາດຈະເຄີຍໄດ້ຍິນຜ່ານມາກໍມີ BYJU’S, InMobi, Paytm ແລະ CRED.

5. ເຢຍລະມັນ: ມີທັງໝົດ 198,668 ບໍລິສັດ ແລະມີປະຊາກອນຫຼາຍກວ່າ 83 ລ້ານຄົນ ໂດຍສະຕາດອັບສ່ວນໃຫຍ່ຂອງເຢຍລະມັນແມ່ນປະເພດ Fintech ແລະບໍລິສັດທີ່ປະສົບຜົນສຳເລັດກໍຈະມີ N26, SoundCloud, Sunning, Smava, ResearchGate ເປັນຕົ້ນ.

6. ແຄນາດາ: ມີທັງໝົດ 189,175 ບໍລິສັດ ແລະ ມີປະຊາກອນປະມານ 38.6 ລ້ານຄົນ, ບໍລິສັດທີ່ປະສົບຄວາມສຳເລັດໂດຍເລີ່ມຈາກການເປັນສະຕາດອັບຂອງແຄນາດາທີ່ເຮົາໜ້າຈະຮູ້ກັນກໍມີ Shopify, Wattpad, 1Password, BlueDot.

7. ຝຣັ່ງ: ມີ 158,288 ບໍລິສັດ ດ້ວຍປະຊາກອນ 67.9 ລ້ານຄົນ ເຊິ່ງສະຕາດອັບຂອງຝຣັ່ງທີ່ເຮົາໜ້າຈະເຄີຍໄດ້ຍິນ ແລະເຄີຍໃຊ້ບໍລິການກໍຈະມີ Contensquare, Deezer, Schneider Electric, Back Market.

8. ອິດສະຣາເອວ: ມີ 131,338 ບໍລິສັດ ແລະມີປະຊາກອນ 9.5 ລ້ານຄົນ, ອິດສະຣາເອວ ເປັນປະເທດໃນແຖບຕາເວັນອອກກາງເຊິ່ງມີເນື້ອທີ່ໃຫຍ່ກວ່າແຂວງສະຫວັນນະເຂດຂອງເຮົາພຽງເລກໜ້ອຍ ແຕ່ເຕັມໄປດ້ວຍບໍລິສັດສະຕາດອັບ ແລະສະຕາດອັບສ່ວນຫຼາຍໃນອິດສະຣາເອວແແມ່ນຢູ່ໃນອຸດສະຫະກຳການເງິນ, ຂໍ້ມູນຂ່າວສານ, ຄວາມປອດໄພທາງໄຊເບີ. ສະຕາດອັບທີ່ປະສົບຜົນສຳເລັດກໍຈະມີ Enso Security, Helios, Jolt, Biobeat, Monday.

9. ຍີ່ປຸ່ນ: ມີທັງໝົດ 113,052 ສະຕາດອັບ ໂດຍມີປະຊາກອນ 125 ລ້ານຄົນ, ອຸດສະຫະກຳສະຕາດອັບໃນຍີ່ປຸ່ນມີຫຼາກຫຼາຍ ແລະຫຼາຍບໍລິສັດທີ່ປະສົມຜົນສຳເລັດກໍຈະມີ Psychic VR Lab, SushiSwap, PayPay, SODA ເປັນຕົ້ນ.

10. ບຣາຊິວ: ມີ 104,016 ບໍລິສັດ ແລະມີປະຊາກອນ 215.3 ລ້ານຄົນ ເຮົາອາດຈະຮູ້ຈັກບຣາຊິວໃນຖານະປະເທດທີ່ເຕັມໄປດ້ວຍຄົນທີ່ມີພອນສະຫວັນເລື່ອງກິລາ ແຕ່ຄວາມຈິງນີ້ເປັນອີກປະເທດໜຶ່ງທີ່ມີສະຕາດອັບເກີດຂຶ້ນຫຼາຍ ເຊິ່ງບໍລິສັດທີ່ກຳລັງປະສົບຄວາມສຳເລັດກໍຈະມີ Z1, Gupy, Rebel, CloudWalk, Pier, Piipee.

sources:

https://cutt.ly/pwQVLyGo

https://cutt.ly/8wQVLdNO

https://cutt.ly/5wQVLzAT

https://cutt.ly/swQVLQtK

https://cutt.ly/QwQVLDE3

https://cutt.ly/IwQVLKhQ

https://cutt.ly/OwQVLVLo

https://cutt.ly/owQVL4lS

https://cutt.ly/twQVZeZJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/