ອິນເດຍ ແລະ ອິນໂດເນເຊຍ ສ່ຽງຮັບຜົນກະທົບບັນຫາເສດຖະກິດຈາກສົງຄາມ


ຈາກສະຖານະການລາຄານ້ຳມັນແພງ ຄ່າເງິນໂດລາສະຫະລັດພຸ່ງຂຶ້ນສູງ ແລະ ຄວາມບໍ່ມີສະຖຽນລະພາບດ້ານພູມສາດການເມືອງ ກຳລັງສ້າງແຮງກົດດັນໃຫ້ກັບອິນເດຍ ອິນໂດເນເຊຍ ທ່າມກາງກຸ່ມຕະຫຼາດເກີດໃໝ່ໃນອາຊີ ຂະນະທີ່ຜູ້ສົ່ງອອກພະລັງງານຢ່າງມາເລເຊຍອາດໄດ້ຮັບຜົນປະໂຫຍດໃນຄັ້ງນີ້.

ນັກເສດຖະສາດຫຼາຍຄົນກຳລັງວິຕົກກັງວົນກ່ຽວກັບຜົນກະທົບທີ່ປະເທດກຳລັງພັດທະນາໃນອາຊີຈະໄດ້ຮັບຈາກສົງຄາມອິດສະຣາເອວ-ຮາມາສ ທີ່ຂະຫຍາຍວົງກວ້າງຂຶ້ນ ໂດຍຜູ້ກຳນົດນະໂຍບາຍອາດປະເມີນຜົນຈາກອຸປະທານນ້ຳມັນ ແລະ ຂອບເຂດທີ່ຈະສົ່ງຜົນກະທົບຕໍ່ການເຕີບໂຕໄດ້ຍາກ ປະກອບກັບການເພີ່ມຂຶ້ນຂອງເງິນໂດລາສະຫະລັດ ແລະ ຜົນຕອບແທນພັນທະບັດລັດຖະບານໃນໄລຍະຍາວ ທີ່ອາດເພີ່ມຄວາມສ່ຽງໃຫ້ກັບປະເທດທີ່ມີການຂາດດຸນບັນຊີໃນລະດັບສູງ.

ສຳລັບລາຄານ້ຳມັນດິບເບຣນພຸ່ງຂຶ້ນສູງເກືອບ 20% ໃນ 3 ເດືອນທີ່ຜ່ານມາ ເຊິ່ງ Bloomberg Economics  ຄາດວ່າ ອາດປັບຕົວສູງຂຶ້ນເຖິງ 150 ໂດລາສະຫະລັດຕໍ່ບາເຣວ ຈາກລາຄາປັດຈຸບັນ 90 ໂດລາສະຫະລັດ ຫາກບັນຫາຄວາມຂັດແຍ້ງໃນຕາເວັນອອກກາງຍັງຂະຫຍາຍວົງກວ້າງໄປຈົນຮອດອີຣານ.

ເຖິງຢ່າງໃດກໍຕາມ ນັກເສດຖະສາດເບິ່ງວ່າ ໜຶ່ງປະເທດທີ່ຈະໄດ້ຮັບປະໂຫຍດຈາກລາຄານ້ຳມັນສູງຄື: ມາເລເຊຍ ທັງໃນດ້ານຂອງການເຕີບໂຕ ແລະ ສະຖານະການເງິນຂອງປະເທດ. ໂດຍເຫັນໄດ້ຈາກພາສີສົ່ງອອກ ພາສີເງິນໄດ້ນ້ຳມັນ ແລະ ເງິນປັນຜົນຈາກລັດວິສາຫະກິດ Petronas ທີ່ເພີ່ມຂຶ້ນ ເຊິ່ງຈະໄປເພີ່ມໃນສ່ວນລາຍຮັບທາງພາສີຂອງປະເທດ.

ຂໍ້ມູນຈາກ:

AEC Connect

Bangkok Post

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/