ການປັບຕົວຂຶ້ນຂອງລາຄາ Bitcoin ຢ່າງຮຸນແຮງ ສົ່ງຜົນໃຫ້ MicroStrategy ໄດ້ຮັບຜົນພອຍຈາກການຖືຄອງຫຼຽນດັ່ງກ່າວຫຼາຍເຖິງ 745 ລ້ານໂດລາ


ໃນວັນອັງຄານທີ່ຜ່ານມາ, Watcher Guru ເຊິ່ງເປັນແພລັດຟອມຕິດຕາມການເຄື່ອນໄຫວທາງດ້ານການເງິນແບບ real-time ໄດ້ລາຍງານວ່າ ໃນປັດຈຸບັນ MicroStrategy ບໍລິສັດທີ່ຖື Bitcoin ຫຼາຍທີ່ສຸດໃນໂລກ ສາມາດເຮັດກຳໄລທີ່ຍັງບໍ່ທັນໄດ້ເກີດຂຶ້ນແທ້ຈາກການຖືຄອງຫຼຽນ Bitcoin ຫຼາຍເຖິງ 745 ລ້ານໂດລາ.

ອີງຕາມການລາຍງານ, ການຖືຄອງຫຼຽນ Bitcoin ຂອງ MicroStrategy ໄດ້ຫັນເປັນກໍາໄລອີກເທື່ອໜຶ່ງ. ທັງນີ້ເກີດຈາກກະແສຄວາມຄາດຫວັງໃນການອະນຸມັດກອງທຶນ Bitcoin Spot ETF , ເຮັດໃຫ້ນັກລົງທຶນແຫ່ກັນເຂົ້າມາຊື້ຫຼຽນ Bticoin ຢ່າງຫຼວງຫຼາຍຈົນໄດ້ຄອບງຳຕະຫຼາດ Crypto ສົ່ງຜົນໃຫ້ລາຄາຂອງຫຼຽນ Bitcoim ໃນມື້ວານນີ້ມີການເພີ່ມຂຶ້ນ 17.5% ແລະ ລາຄາໄດ້ເພີ່ມຂຶ້ນເລື້ອຍໆຈົນແຕະລະດັບ 35,000 ໂດລາ, ເຊິ່ງນີ້ຖືໄດ້ວ່າເປັນລາຄາທີ່ສູງທີ່ສຸດນັບຕັ້ງແຕ່ຕົ້ນປີ 2023.

ໂດຍທາງບໍລິສັດ MicroStrategy ໄດ້ຖືຄອງຫຼຽນ Bitcoin ຈຳນວນ 158,245 BTC ຈາກການສະສົມຫຼຽນຢ່າງຕໍ່ເນື່ອງເປັນເວລາຫຼາຍປີ ເຊິ່ງນັບຕັ້ງແຕ່ເດືອນສິງຫາ ປີ 2020, ໂດຍລາຄາຊື້ສະເລ່ຍຂອງບໍລິສັດຕໍ່ Bitcoin ຢູ່ທີ່ 29,870 ໂດລາ. ນອກຈາກນີ້ທາງບໍລິສັດຍັງໄດ້ສັນຍາວ່າຈະຍັງຄົງສະສົມຕໍ່ໄປ ແລະ ໃນປີນີ້ກໍໄດ້ມີການສະສົມເພີ່ມໄປແລ້ວ 5,445 BTC.

Michael Saylor ປະທານບໍລິສັດ ແລະ ຜູ້ຮ່ວມກໍ່ຕັ້ງຂອງບໍລິສັດໄດ້ໂພສໃນແພລັດຟອມ X ກ່ຽວກັບປະສິດທິພາບຂອງ Bitcoin ນັບຕັ້ງແຕ່ເດືອນສິງຫາ ປີ 2020 ເຫັນວ່າ Bitcoin ນັ້ນໃຫ້ຜົນຕອບແທນຫຼາຍເຖິງ 147%, ໃນຂະນະທີ່ຜົນຕອບແທນຈາກຜະລິດຕະພັນອື່ນໆເຊັ່ນ: S&P 500, Nasdaq, ຄໍາ, ເຄື່ອງເງິນ, ແລະ ພັນທະບັດ ກັບໃຫ້ຜົນຕອບແທນທີ່ບໍ່ຄ່ອຍດີເທົ່າໃດ ແລະ ຍັງມີບາງຜະລິດຕະພັນທີ່ຕິດລົບອີກ. ນອກຈາກນີ້ໃນໂພສດັ່ງກ່າວ Michael Saylor ຍັງໄດ້ຂຽນຂໍ້ຄວາມກໍາກັບວ່າ “Bitcoin ນັ້ນເຂັ້ມແຂງກວ່າ” ທີ່ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນໃນ Bitcoin.

Bitcoin ໄດ້ມີການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງຕາມຂ່າວລືທີ່ບໍ່ຖືກຕ້ອງກ່ຽວກັບການເປີດຕົວຂອງ ETF ໃນເດືອນຕຸລາ 16. ສະກຸນເງິນດິຈິຕອນຫຼັກນີ້ໄດ້ເພີ່ມຂຶ້ນເກືອບ 30% ນັບຕັ້ງແຕ່ການເຄື່ອນໄຫວດັ່ງກ່າວໄດ້ເລີ່ມຕົ້ນໃນອາທິດທີ່ຜ່ານມາ. ໂດຍຜູ້ຊ່ຽວຊານຄາດການວ່າລາຄາຂອງຫຼຽນຈະສູງຂຶ້ນເລື້ອຍໆພາຍໃນປີນີ້.

ອີງຕາມ coinmarketcap, ໃນຂະນະທີ່ຂຽນລາຄາຂອງ Bitcoin ໄດ້ມີການຊື້ຂາຍຢູ່ທີ່ 33,893 ໂດລາ.

ທີ່ມາ:

coinedition

saylor

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/