ຕຳນານ! ນ້ຳສ້າງສະໄໝປູ່ຍ່າຕານາຍ ເຫັນແລ້ວຄິດຮອດອະດີດ ຕອນໄປຕັກນ້ຳ

ນ້ຳສ້າງ

ອະດີດທີ່ຜ່ານມາຫຼາຍປີນັ້ນ ບາງຄັ້ງເຮົາກໍອາດຫຼົງລືມໄປແລ້ວ ເມື່ອເຮົາເຫັນສິ່ງຂອງຕ່າງໆທີ່ເຮົາເຄີຍໃຊ້ໃນເມື່ອກ່ອນ ກໍມີຄວາມຄິດຮອດຕອນທີ່ເຮົາໃຊ້ຊີວິດໃນແຕ່ລະມື້. ເຄື່ອງໃຊ້ໃນຊີວິດປະຈຳວັນ ກໍເປັນສິ່ງສຳຄັນທີ່ຄອຍເຕືອນຄວາມຊົງຈຳເຮົາເວລາທີ່ເຮົາເຫັນສິ່ງເຫຼົ່ານັ້ນ, ເຄື່ອງສູບນ້ຳ ຫຼື ເອີ້ນອີກຢ່າງໜຶ່ງວ່າ “ນ້ຳສ້າງ” ຖ້າເຮົາໃຊ້ຂຸດນ້ຳບາດານ ສະໄໝກ່ອນແມ່ນຈະໃຊ້ຮຸ່ນນີ້ ເປັນຮຸ່ນເກົ່າແກ່ ສະໄໝປູ່ຍ່າຕານາຍເຮົາເລີຍກໍວ່າໄດ້. ໃນອະດີດນັ້ນບໍ່ແມ່ນຈະມີທຸກໆຄົວເຮືອນ ບາງບ້ານກໍຈະມີແຕ່ເຄື່ອງດຽວ (ລຽນຄິວຕໍ່ແຖວກັນໃຊ້) ຫຼື ບາງບ້ານກໍມີຫຼາຍຫຼັງຄາເຮືອນທີ່ນໍາໃຊ້. ຕໍ່ມາກໍພັດທະນາຂຶ້ນມາເລື້ອຍໆ ຕາມຍຸກຕາມສະໄໝ ປັດຈຸບັນຫາຍາກແລ້ວທີ່ຫຼາຍຄົນຈະນຳໃຊ້.

ນ້ຳສ້າງ

ເຄື່ອງສູບນ້ຳສ້າງ ປ້ຳນ້ຳບາດານ ເປັນເຄື່ອງທີ່ເກົ່າແກ່ ທີ່ມີຄຸນປະໂຫຍດຢ່າງຫຼວງຫຼາຍແກ່ປະຊາຊົນໃນສະໄໝກ່ອນ. ປັດຈຸບັນຫາຍາກທີ່ຈະເຫັນຄົນນໍາໃຊ້ ສ່ວນຫຼາຍຈະເອົາໄປຕົບແຕ່ງຮົ້ວສວນຕາມເຮືອນຊານ ຫຼື ຕາມສວນສາທາລະນະ, ສວນອາຫານ, ຕາມໂຮງຮຽນຊົນນະບົດ ແລະ ສະຖານທີ່ທ່ອງທ່ຽວອື່ນໆ ໂດຍສະເພາະແຫຼ່ງທ່ອງທ່ຽວທາງປະຫວັດສາດ. ສະໄໝກ່ອນທີ່ຍັງບໍ່ມີການໃຊ້ນ້ຳປະປາ ຄົນບູຮານໃຊ້ນ້ຳຈາກບໍ່ບາດານໃນການດຳລົງຊີວິິດ ໃຊ້ເປັນນ້ຳໃຊ້ ແລະ ນ້ຳດື່ມ.

ນ້ຳສ້າງ

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ