ຕາມທິດສະດີ! Man U ເປັນທີມດຽວໃນອັງກິດ ທີ່ຍັງມີລຸ້ນຄວ້າແຊ້ມ ກັບທຸກໆລາຍການແຂ່ງຂັນທີ່ລົງຫຼິ້ນ

ຕາມທິດສະດີ! Man U

ຫຼັງການແຂ່ງຂັນບານໂລກ 2022 ໄດ້ປິດສາກລົງ ແມນເຊັສເຕີ້ ຢູໄນເຕັດ ທີມຂວັນໃຈມະຫາຊົນ ກໍມີຜົນງານນັບມື້ນັບດີຂຶ້ນ ຈົນສາມາດເກັບໄຊຊະນະໄດ້ 6 ນັດ ຫຼື ຊະນະທຸກນັດ ທຸກລາຍການ ທີ່ລົງຫຼິ້ນ ແລະ ດ້ວຍຜົນງານທີ່ໂດດເດັ່ນແບບນີ້ ເຮັດໃຫ້ ຕາມທິດສະດີ ແມນຢູ ກາຍເປັນທີມດຽວໃນປະເທດອັງກິດ ທີ່ຍັງມີລຸ້ນຄວ້າແຊ້ມ ເຖິງ 4 ແຊ້ມ ຫຼື ກັບທຸກໆລາຍການແຂ່ງຂັນທີ່ລົງຫຼິ້ນ.

ຕາມທິດສະດີ! Man U

ໂດຍໃນການແຂ່ງຂັນ ຊິງແຊ້ມພຣີເມຍລີກ ຫຼື ແຊ້ມສູງສຸດໃນປະເທດ ທີ່ແມນຢູບໍ່ໄດ້ສຳຜັດມາແລ້ວ ເປັນເວລາ 11 ປີ, ປັດຈຸບັນ ແມນຢູ ແມ່ນຢູ່ອັນດັບທີ 4 ຂອງຕາຕະລາງ ລົງຫຼິ້ນໄປແລ້ວ 17 ນັດ ມີຄະແນນ 35 ຄະແນນ ຕາມຫຼັງທີມອັນດັບ 1 ໃນຕອນນີ້ຢ່າງ ອາເຊນອລ ຢູ່ທີ 9 ຄະແນນ ເຊິ່ງຍັງເຫຼືອເກມການແຂ່ງຂັນຕ້ອງລົງຫຼິ້ນອີກ 21 ນັດ ໝາຍຄວາມວ່າໂອກາດທີ່ແມນຢູຈະເຮັດຄະແນນແຊງ ອາເຊນອລ ນັ້ນ ຍັງເປີດກວ້າງຢູ່.

ຕາມທິດສະດີ! Man U

ສຳລັບການແຂ່ງຂັນໃນລາຍການ Carabao Cup ແມນຢູແມ່ນກຳລັງກ້າວເຂົ້າສູ່ ຮອບ 4 ທີມສຸດທ້າຍ ຫຼື ຮອບຮອງຊະນະເລີດ ໂດຍຈະພົບກັບ ນອດຕິ້ງແຮັມ ຟໍເຣສ ໃນວັນທີ 24 ແລະ ວັນທີ 31 ມັງກອນນີ້.

ຕາມທິດສະດີ! Man U

ໂດຍໃນລາຍການ UEFA Europa League ແມນຢູ ກໍສາມາດຜ່ານເຂົ້າໄປໃນຮອບ 16 ທີມສຸດທ້າຍໄດ້ສໍາເລັດ ໂດຍການເປັນອັນດັບ 2 ຂອງກຸ່ມ E ແລະ ຈະເຂົ້າໄປພົບກັບທີມ ບາເຊໂລນ່າ 17 ແລະ ວັນທີ 24 ​ກຸມພານີ້. ສ່ວນໃນລາຍການ FA Cup ນັ້ນ ແມນຢູ ນັ້ນມີຄິວລົງເຮັດການແຂ່ງຂັນ ໃນຮອບທີ 4 ກັບທີມ ເຣດດິ້ງ ໃນວັນທີ 28 ມັງກອນນີ້.

ສຳລັບການແຂ່ງຂັນນັດຕໍ່ໄປຂອງ ແມນເຊັສເຕີ້ ຢູໄນເຕັດ ແມ່ນມີຄິວ ເປີດສະໜາມ Old Trafford ຕ້ອນຮັບການມາຢາມຂອງ ຄູ່ແຂ່ງຮ່ວມເມືອງ ຢ່າງ ແມນເຊັສເຕີ້ ຊິຕີ້ ທີມອັນດັບ 2 ໃນຕອນນີ້ ໃນວັນທີ 14 ມັງກອນ ເວລາ 19:30

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/