ສິນຄ້າຜ່ານແດນລາວ ລະຫວ່າງປະເທດ ຈີນ ແລະ ໄທ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ

ສິນຄ້າຜ່ານແດນລາວ

ໃນປີ 2022 ສະຖິຕິການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານແດນລາວ ລະຫວ່າງ ຈີນ ແລະ ໄທ ມີ ມູນຄ່າປະມານ 2.397 ລ້ານໂດລາສະຫະລັດ ຫຼື ທຽບເທົ່າ ຈໍານວນ 1.284.000 ໂຕນ, ເພີ່ມຂຶ້ນປະມານ 44,4% ເມື່ອທຽບໃສ່ປີ 2021 ທີ່ມີມູນຄ່າປະມານ 1.661 ລ້ານໂດລາ.

ສິນຄ້າຜ່ານແດນລາວ

ໂດຍເສັ້ນທາງຫຼັກໃນການຂົນສົ່ງສິນຄ້າຜ່ານແດນລາວ ລະຫວ່າງປະເທດ ຈີນ ແລະ ໄທ ມີ 3 ເສັ້ນທາງຫຼັກ ຄື: ເສັ້ນທາງຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ) – ບໍ່ເຕັນ, ຂົວມິດຕະພາບ I (ນະຄອນຫຼວງວຽງຈັນ) – ບໍ່ເຕັນ ແລະ ທາງລົດໄຟລາວ-ຈີນ.

ໂດຍອີງຕາຂໍ້ມູນຈາກກົມພາສີ ກະຊວງການເງິນ ເຫັນວ່າສິນຄ້າຜ່ານແດນ ຈາກ ໄທ ຜ່ານ ລາວ ໄປ ຈີນ ເພີ່ມ​ຂຶ້ນປະ​ມານ 5% ເມື່ອ​ທຽບ​ໃສ່​ປີ 2021, ສິນຄ້າສ່ວນໃຫຍ່ແມ່ນປະເພດໝາກໄມ້ ກວມເຖິງ 95,8% ຫຼື ຄິດເປັນມູນຄ່າປະມານ 1.283 ລ້ານໂດລາ. ນອກນັ້ນ, ຍັງມີສິນຄ້າປະເພດ ເຄື່ອງອີເລັກໂທຣນິກ, ພືດຜັກ ແລະ ດອກເຜິ້ງ. ສິນຄ້າປະມານ 95,3% ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ), 2,6% ຜ່ານທາງລົດໄຟ ລາວ-ຈີນ ແລະ ອີກ 2,1% ຜ່ານຂົວມິດຕະພາບ I ໄປ ສປ ຈີນ.

ສິນຄ້າຜ່ານແດນລາວ

ສຳ​ລັບສິນຄ້າຈາກ ຈີນ ຜ່ານ ລາວ ໄປ ໄທ ແມ່ນມີມູນຄ່າ 1.058 ລ້ານໂດລາ, ເພີ່ມຂຶ້ນ 175%, ສິນຄ້າຜ່ານ​ແດນສ່ວນໃຫຍ່ແມ່ນປະ​ເພດ ພືດຜັກ, ເຄື່ອງຕັດຫຍິບ, ໝາກໄມ້, ປຸ໋ຍ, ເຄື່ອງໄຟຟ້າ ແລະ ເຄື່ອງອີເລັກໂທຣນິກ. ສິນຄ້າປະມານ 64.6%  ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ) ແລະ ອີກ 35.4% ​ແມ່ນຜ່ານທາງລົດໄຟລາວ-ຈີນ.

ຂອບໃຈຂໍ້ມູນຈາກ: https://bit.ly/3ZxCOfq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/