ພາຍຫຼັງເກີດການປະທ້ວງໃນຫຼາຍພື້ນທີ່ຂອງປະຊາຊົນຈີນຕໍ່ກັບມາດຕະການ Zero Covid ຂອງທາງລັດຖະບານຈີນ ແລະ ໄດ້ເກີດເຫດການທີ່ມີນັກຂ່າວ ຊາວອັງກິດ ຂອງສຳນັກຂ່າວ BBC ຖືກຄຸມຕົວໄປໂດຍເຈົ້າໜ້າທີ່ຂອງທາງການຈີນ ຂະນະທີ່ກຳລັງເຮັດຂ່າວການປະທ້ວງຢູ່ ໄດ້ສ້າງຄວາມບໍ່ພໍໃຈ ແລະ ຄວາມວິຕົກກັງວົນໃຫ້ກັບທາງປະເທດອັງກິດ ເປັນຢ່າງສູງ.

ຫຼ້າສຸດ ວັນທີ 28 ພະຈິກ ທາງດ້ານຂອງ ລິຊີ້ ຊູນັກ ນາຍົກລັດຖະມົນຕີ ຂອງປະເທດອັງກິດ ໄດ້ອອກມາລະບຸວ່າ ເປັນທີ່ຊັດເຈນແລ້ວວ່າ ຍຸກທອງຂອງຄວາມສຳພັນລະຫວ່າງ ອັງກິດ-ຈີນ ນັ້ນໄດ້ຈົບລົງໄປແລ້ວ ພ້ອມກັບຄວາມຄິດທີ່ໄຮ້ເຫດຜົນທີ່ວ່າການຄ້າຈະນຳໄປສູ່ການປະຕິຮູບດ້ານສັງຄົມ ແລະ ການເມືອງ”

ພ້ອມບອກວ່າ ລັດຖະບານພາຍໃຕ້ການນໍາຂອງຕົນນັ້ນ ຈະໃຫ້ຄວາມສໍາຄັນດ້ານການຄ້າ ແລະ ຄວາມໝັ້ນຄົງ ຄວບຄູ່ໄປກັບການພັດທະນາຄວາມສຳພັນກັບພັນທະມິດ ໃນພາກພື້ນ ອິນໂດປາຊີຟິກ ເຊິ່ງເປັນພາກພື້ນທີ່ເສດຖະກິດ ແລະ ຄວາມໝັ້ນຄົງບໍ່ສາມາດແຍກອອກຈາກກັນໄດ້.

ຊູນັກ ລະບຸຕື່ມວ່າ: “ຮູ້ດີວ່າຈີນກຳລັງສ້າງຄວາມທ້າທາຍຢ່າງເປັນລະບົບຕໍ່ຄ່ານິຍົມ ແລະ ຜົນປະໂຫຍດຂອງ ອັງກິດ ແລະ ນັບເປັນຄວາມທ້າທາຍທີ່ຍິ່ງຮຸນແຮງຂຶ້ນ ເມື່ອຈີນເຄື່ອນໄປສູ່ການເປັນຜະເດັດການອຳນາດນິຍົມທີ່ຍ່ິ່ງໃຫຍ່ຂຶ້ນ”.
“ເຮົາບໍ່ສາມາດລະເລີຍຕໍ່ຄວາມສຳຄັນຂອງຈີນທີ່ມີໃນເວທີໂລກ ທັງໃນມິຕິຂອງສະຖຽນລະພາບທາງເສດຖະກິດ ແລະ ມິຕິອື່ນໆ ເຊັ່ນການປ່ຽນແປງທາງສະພາບອາກາດ ໂດຍທີ່ສະຫະລັດ ອາເມຣິກາ, ແຄນາດາ, ອອສເຕຣເລຍ, ຍີ່ປຸ່ນ ແລະ ປະເທດອື່ນໆໃນປະຊາຄົມໂລກ ຕ່າງເຂົ້າໃຈໃນຈຸດນີ້ດີ”.

ໂດຍກ່ອນໜ້ານີ້ ຊູນັກ ເຄີຍໃຫ້ຄຳໝັ້ນສັນຍາວ່າ ລາວຈະດຳເນີນນະໂຍບາຍທີ່ເຂັ້ມງວດກັບທາງການຈີນ ຖ້າວ່າຕົນເອງຖືກແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ ແຫ່ງປະເທດອັງກິດ ພ້ອມຍັງເຄີຍເອີ້ນປະເທດມະຫາອຳນາດຢ່າງຈີນວ່າ ເປັນໄພຄຸກຄາມອັນດັບ 1 ຕໍ່ຄວາມໝັ້ນຄົງພາຍໃນປະເທດ ແລະ ຄວາມໝັ້ນຄົງຂອງໂລກ ອີກດ້ວຍ.
ຂອໍໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/