3 ນັດ 0 ຄະແນນ! ກາຕ້າ ກາຍເປັນເຈົ້າພາບບານໂລກ ຊາດທຳອິດໃນປະຫວັດສາດ ທີ່ຕົກຮອບໄປແບບບໍ່ສາມາດເກັບໄດ້ເລີຍຈັກຄະແນນ

ກາຕ້າ

ໃນຄໍ່າຄືນທີ່ຜ່ານມາ ໃນເກມທີ່ ກາຕ້າ ປະເທດເຈົ້າພາບ ພົບກັບ ທີມຊາດ ເນເທີແລນ ແລະ ເສຍໄປ 0 ປະຕູຕໍ່ 2 ນັ້ນ, ສົ່ງຜົນໃຫ້ ກາຕ້າ ລົງແຂ່ງຂັນທັງໝົດ 3 ນັດ ແຕ່ບໍ່ສາມາດເກັບໄດ້ເລີຍແມ່ນແຕ່ຄະແນນດຽວ ເຮັດໃຫ້ພວກເຂົາກາຍເປັນເຈົ້າພາບບານໂລກ ຊາດທຳອິດ ໃນປະຫວັດສາດບານໂລກ ທີ່ຕົກຮອບໄປແບບບໍ່ສາມາດເກັບໄດ້ເລີຍຈັກຄະແນນ.

ກາຕ້າ

ກາຕ້າ ເຈົ້າພາບລົງສະໜາມນັດສຸດທ້າຍຂອງຕົນເອງ ໃນບານໂລກ 2022 ນີ້ ດ້ວຍຄວາມຫວັງທີ່ວ່າ ຈະສາມາດເກັບໄດ້ຢ່າງໜ້ອຍ 1 ຄະແນນ ພໍເປັນຂວັນກຳລັງໃຈໃຫ້ຄົນໃນຊາດ. ແຕ່ກໍຕ້ອງຜິດຫວັງໄປ ເພາະຄູ່ຕໍ່ສູ້ໃນນັດນີ້ ແມ່ນທີມຊາດ ເນເທີແລນ ເຊິ່ງເປັນທີມເອີ້ນໄດ້ວ່າມີຂຸມກຳລັງນັກເຕະ ແລະ ປະສົບການທີ່ເຂັ້ມແຂງ. ຜົນສຸດທ້າຍກໍຕ້ານບໍ່ໄຫວ ມາຖືກ 2 ດາວຮຸ່ງຟອມແຮງໃນເວລານີ້ ຢ່າງ ໂຄດີ ກັກໂປ ແລະ ແຟັງກີ້ ເດຢອງ ຍິງກັນໄປຄົນລະປະຕູ ຊ່ວຍ ເນເທີແລນ ເກັບຕື່ມອີກ 3 ຄະແນນເຂົ້າຮອບຕໍ່ໄປໃນຖານະອັນດັບ 1 ຂອງກຸ່ມ A ໄດ້ສຳເລັດ.

ກາຕ້າ

ສຳລັບຜົນງານຂອງ ກາຕ້າ ເຈົ້າພາບໃນບານໂລກຄັ້ງນີ້ແມ່ນ ລົງສະໜາມນັດທຳອິດ ພົບກັບທີມຊາດ ເອກວາດໍ ແລະ ເສຍໄປ 0 ປະຕູຕໍ່ 2 ແບບໝົດຮູບສູ້ບໍ່ໄດ້, ນັດທີ 2 ລົງສະໜາມພົບກັບ ທີມຊາດ ເຊເນກາວ ແລະ ເສຍໄປ ດ້ວຍສະກໍ 1 ປະຕູຕໍ່ 3 ກ່ອນທີ່ຈະມາເສຍອີກໃນນັດສຸດທ້າຍນີ້ ໃຫ້ກັບ ທີມຊາດເນເທີແລນ ດ້ວຍສະກໍ 0 ປະຕູຕໍ່ 2.

ກາຕ້າ

ຜົນງານຈາກການລົງສະໜາມທັງໝົດ 3 ນັດ ປະລາໄຊທັງໝົດ 3 ນັດເກັບໄດ້ 0 ຄະແນນ ຍິງໄດ້ 1 ປະຕູ ເສຍປະຕູໄປທັງໝົດ 7 ປະຕູ ຮັບໃບເຫຼືອງໄປທັງໝົດ 8 ໃບ.

ກາຕ້າ

ຈາກ 3 ນັດທີ່ຜ່ານມາ ເຫັນໄດ້ຢ່າງຊັດເຈນວ່າ ກາຕ້າເຈົ້າພາບໃນປີນີ້ ຍັງຂາດປະສົບການຂາດຄວາມສາມາດ ແລະ ຂາດຄວາມພ້ອມໃນດ້ານກິລາບານເຕະເທິງເວທີ ລະດັບໂລກແບບນີ້. ແຕ່ເຊື່ອໄດ້ວ່າ ດ້ວຍເມັດເງິນ ແລະ ການໄດ້ເຂົ້າຮ່ວມແຂ່ງຂັນບານໂລກຄັ້ງນີ້ຂອງກາຕ້າ ຈະເປັນປະສົບການ ແລະ ບາດກ້າວທຳອິດທີ່ສຳຄັນ ໃນການພັດທະນາວົງການບານເຕະຂອງປະເທດຂອງຕົນເອງຕໍ່ໄປ.

ຂອບໃຈຂໍ້ມູນຈາກ: https://cutt.ly/z1Eyq4b

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/