ຕັດຂາດ! ນາຍົກອັງກິດລະບຸ “ຍຸກທອງ” ຂອງຄວາມສຳພັນ ອັງກິດ-ຈີນ ໄດ້ຈົບລົງແລ້ວ

ອັງກິດ-ຈີນ

ພາຍຫຼັງເກີດການປະທ້ວງໃນຫຼາຍພື້ນທີ່ຂອງປະຊາຊົນຈີນຕໍ່ກັບມາດຕະການ Zero Covid ຂອງທາງລັດຖະບານຈີນ ແລະ ໄດ້ເກີດເຫດການທີ່ມີນັກຂ່າວ ຊາວອັງກິດ ຂອງສຳນັກຂ່າວ BBC ຖືກຄຸມຕົວໄປໂດຍເຈົ້າໜ້າທີ່ຂອງທາງການຈີນ ຂະນະທີ່ກຳລັງເຮັດຂ່າວການປະທ້ວງຢູ່ ໄດ້ສ້າງຄວາມບໍ່ພໍໃຈ ແລະ ຄວາມວິຕົກກັງວົນໃຫ້ກັບທາງປະເທດອັງກິດ ເປັນຢ່າງສູງ.

ອັງກິດ-ຈີນ

ຫຼ້າສຸດ ວັນທີ 28 ພະຈິກ ທາງດ້ານຂອງ ລິຊີ້ ຊູນັກ ນາຍົກລັດຖະມົນຕີ ຂອງປະເທດອັງກິດ ໄດ້ອອກມາລະບຸວ່າ ເປັນທີ່ຊັດເຈນແລ້ວວ່າ ຍຸກທອງຂອງຄວາມສຳພັນລະຫວ່າງ ອັງກິດ-ຈີນ ນັ້ນໄດ້ຈົບລົງໄປແລ້ວ ພ້ອມ​ກັບ​ຄວາມ​ຄິດ​ທີ່​ໄຮ້​ເຫດຜົນ​ທີ່​ວ່າ​ການ​ຄ້າ​ຈະ​ນຳ​ໄປ​ສູ່​ການ​ປະຕິ​ຮູບ​ດ້ານ​ສັງຄົມ​ ແລະ​ ການ​ເມືອງ”

ອັງກິດ-ຈີນ

ພ້ອມບອກວ່າ ລັດຖະບານພາຍໃຕ້ການນໍາຂອງຕົນນັ້ນ ຈະໃຫ້ຄວາມສໍາຄັນດ້ານການຄ້າ ແລະ ຄວາມໝັ້ນຄົງ ຄວບຄູ່ໄປກັບການພັດທະນາຄວາມສຳພັນກັບພັນທະມິດ ໃນພາກພື້ນ ອິນໂດປາຊີຟິກ ເຊິ່ງເປັນພາກພື້ນທີ່ເສດຖະກິດ ແລະ ຄວາມໝັ້ນຄົງບໍ່ສາມາດແຍກອອກຈາກກັນໄດ້.

ອັງກິດ-ຈີນ

ຊູນັກ ລະບຸຕື່ມວ່າ: “ຮູ້ດີວ່າຈີນກຳລັງສ້າງຄວາມທ້າທາຍຢ່າງເປັນລະບົບຕໍ່ຄ່ານິຍົມ ແລະ ຜົນປະໂຫຍດຂອງ ອັງກິດ ແລະ ນັບເປັນຄວາມທ້າທາຍທີ່ຍິ່ງຮຸນແຮງຂຶ້ນ ເມື່ອຈີນເຄື່ອນໄປສູ່ການເປັນຜະເດັດການອຳນາດນິຍົມທີ່ຍ່ິ່ງໃຫຍ່ຂຶ້ນ”.

“ເຮົາບໍ່ສາມາດລະເລີຍຕໍ່ຄວາມສຳຄັນຂອງຈີນທີ່ມີໃນເວທີໂລກ ທັງໃນມິຕິຂອງສະຖຽນລະພາບທາງເສດຖະກິດ ແລະ ມິຕິອື່ນໆ ເຊັ່ນການປ່ຽນແປງທາງສະພາບອາກາດ ໂດຍທີ່ສະຫະລັດ ອາເມຣິກາ, ແຄນາດາ, ອອສເຕຣເລຍ, ຍີ່ປຸ່ນ ແລະ ປະເທດອື່ນໆໃນປະຊາຄົມໂລກ ຕ່າງເຂົ້າໃຈໃນຈຸດນີ້ດີ”.

ອັງກິດ-ຈີນ

ໂດຍກ່ອນໜ້ານີ້ ຊູນັກ ເຄີຍໃຫ້ຄຳໝັ້ນສັນຍາວ່າ ລາວຈະດຳເນີນນະໂຍບາຍທີ່ເຂັ້ມງວດກັບທາງການຈີນ ຖ້າວ່າຕົນເອງຖືກແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ ແຫ່ງປະເທດອັງກິດ ພ້ອມຍັງເຄີຍເອີ້ນປະເທດມະຫາອຳນາດຢ່າງຈີນວ່າ ເປັນໄພຄຸກຄາມອັນດັບ 1 ຕໍ່ຄວາມໝັ້ນຄົງພາຍໃນປະເທດ ແລະ ຄວາມໝັ້ນຄົງຂອງໂລກ ອີກດ້ວຍ.

ຂອໍໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/