ເປັນເລື່ອງ! Elon Musk ຂູ່ ຖ້າຫາກ Apple ຢຸດລົງໂຄສະນາກັບ Twitter ແມ່ນຈະນຳແອັບນົກຟ້າອອກຈາກ App Store


ເວົ້າໄດ້ວ່າໃນໄລຍະນີ້ CEO ຄົນໃໝ່ຂອງ Twitter ຈະມີເລື່ອງລາວໃຫ້ຕິດຕາມເປັນກະແສລາຍວັນເລີຍກໍວ່າໄດ້ ເພາະຫຼ້າສຸດນີ້ Elon Musk ໄດ້ມີການເປີດເສິກກັບທາງ Apple ແລະ CEO ຂອງ Apple ຢ່າງ Tim CooK ແລ້ວ ໂດຍໃນມື້ນີ້ (29 ພະຈິກ) Musk ໄດ້ທະວີດຂໍ້ຄວາມຜ່ານບັນຊີ Twitter ສ່ວນຕົວວ່າ ຖ້າຫາກ Apple ຢຸດລົງໂຄສະນາກັບ Twitter ທາງ Musk ກໍຂູ່ຈະຖອດ App Twitter ອອກຈາກ Apps Store ໂດຍບໍ່ບອກເຫດຜົນ.

ທັງນີ້ ການທີ່ Elon Musk ທະວີດຂໍ້ຄວາມໄປແບບນັ້ນກໍເພາະ Apple ຖືໄດ້ວ່າເປັນອີກໜຶ່ງ Brand ທີ່ລົງໂຄສະນາກັບ Twitter ຫຼາຍທີ່ສຸດເປັນອັນດັບຕົ້ນໆ ແລະຖ້າຫາກ Twitter ນຳເອົາແພລັດຟອມຂອງຕົນເອງອອກຈາກ App Store ກໍອາດຈະສົ່ງຜົນໃຫ້ເກີດເຫດການຮຸນແຮງຂຶ້ນໄປອີກ ເພາະຜູ້ໃຊ້ທົ່ວໄປຈະບໍ່ສາມາດໄດ້ຮັບການອັບເດດຟີເຈີ ລວມໄປເຖິງ ລະບົບຄວາມປອດໄພເພີ່ມຂຶ້ນມາເຊັ່ນດຽວກັນ ໂດຍການກະທຳດັ່ງກ່າວຂອງ Musk ເອີ້ນໄດ້ວ່າຫຼິ້ນຢູ່ກັບຄວາມສ່ຽງໃນການໃຊ້ງານຂອງຜູ້ໃຊ້ທົ່ວໄປອີກດ້ວຍ.

ເລື່ອງນີ້ມັນຍັງບໍ່ໝົດ ເພາະ Elon Musk ໄດ້ເຮັດມີມເລື່ອງການຫັກສ່ວນແບ່ງ 30% ຂອງ Apple ໂດຍ Musk ບອກວ່າຈະບໍ່ຍອມຈ່າຍ ແຕ່ຍິນດີທີ່ຈະກໍ່ສົງຄາມແທນ.

ນອກຈາກນີ້ເວັບໄຊຂ່າວຊື່ດັງຢ່າງ Washington Post ຍັງໄດ້ລາຍງານວ່າ Apple ນັ້ນເປັນຜູ້ລົງໂຄສະນາລາຍໃຫຍ່ຂອງ Twitter ໂດຍໃຊ້ເງິນຄ່າໂຄສະນາ 48 ລ້ານໂດລາຂອງໄຕມາດທຳອິດປີ 2022 (1/2022) ຄິດເປັນ 4% ຂອງລາຍໄດ້ຂອງ Twitter ໃນໄຕມາດນັ້ນໆ.

ທັງນີ້ກໍຕ້ອງມາຖ້າຕິດຕາມເບິ່ງວ່າ ໃນອະນາຄົດແອັບນົກຟ້າ ຈະຍັງຢູ່ໃນ App Store ຕໍ່ໄປອີກຫຼືບໍ່ ແລະຄໍາຂູ່ຂອງ Elon Musk ຈະເຮັດແທ້ຫຼືບໍ່?

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/